








ວັນທີ 13 ພຶດສະພາ 2026 ນີ້, ຫ້ອງການໆເງີນເມືອງຫ້ວຍຊາຍປະກາດການຍົກຍ້າຍບ່ອນປະຈໍາການພະນັກງານນໍາພາ-ຄຸ້ມຄອງຂອງຫ້ອງການໆເງີນເມືອງຫ້ວຍຊາຍ ໂດຍການເປັນປະທານຂອງທ່ານ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ ເລຂາພັກເມືອງຫ້ວຍຊາຍ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ຫົວໜ້າ, ຮອງຫົວໜ້າຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ໂຊ່ນ ອິນທະໄຊ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານຂໍ້ຕົກລົງ ຂອງທ່ານປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການສັບຊ້ອນ ພະນັກງານນໍາພາຄຸ້ມຄອງ ຂອງຫ້ອງການໆເງີນເມືອງ ເຫັນດີສັບຊ້ອຍ ແລະ ຍົກຍ້າຍ ທ່ານ ເທວາ ຊົງ ກໍາມະການພັກເມືອງ ຮອງຫົວໜ້າຫ້ອງການໆເມືອງ ໄປປະຈໍາການຢູ່ສະພາປະຊາຊົນແຂວງ, ເປັນຮອງປະທານຄະນະກໍາມະການເສດຖະກິດ, ການເງີນ ແລະ ສິ່ງແວດລ້ອມ ສະພາປະຊາຊົນແຂວງ, ແລະ ເຫັນດີສັບຊ້ອຍ ແລະ ຍົກຍ້າຍ ທ່ານ ຊາຍພອນ ດາລາວັນ ຮອງຫົວໜ້າຫ້ອງການໆເມືອງ ໄປປະຈໍາການຢູ່ຕາແສງນໍ້າຍອນ ເປັນຮອງປະທານຄະນະກໍາມະການປົກຄອງຕາແສງນໍ້າຍອນ, ພ້ອມທັງເຊັນບົດບັນທຶກມອບຮັບວຽກຄືນໃຫ້ ທ່ານ ຄໍາປຸ້ນ ຂັນຕິຍະວົງ ກໍາມະການພັກເມືອງ ຫົວໜ້າຫົວໜ້າຫ້ອງການໆເມືອງຫ້ວຍຊາຍ.
ໂອກາດດັ່ງກ່າວ, ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ ເລຂາພັກເມືອງຫ້ວຍຊາຍ,ໄດ້ໃຫ້ການໂອ້ລົມຕໍ່ຄະນະພັກ, ຄະນະນໍາຂອງຫ້ອງການໆເງີນເມືອງ, ກໍ່ຄື2 ທ່ານ ທີ່ໄດ້ຮັບການສັບຊ້ອນ ແລະ ຍົກຍ້າຍໃນຄັ້ງນີ້, ໃຫ້ພ້ອມກັນເອົາໃຈໃສເຮັດວຽກຕາມສິດພາລະບົດບາດ, ພ້ອມທັງເອົາໃຈໃສຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ-ຄຸນສົມບັດສິນທຳປະຕິວັດ, ແລະ ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານຢູ່ໃນຂົງເຂດຕົນຮັບຜິດຊອບ, ຫັນເອົາແຜນການ-ແຜນງານໂຄ່ງການອັນລະອຽດມາຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ປະຕິບັດແບບແຜນວິທີເຮັດວຽກຂອງຕົນໃຫ້ສອດຄ່ອງ ແລະ ເໝາະສົມ, ແບ່ງວຽກແບ່ງງານໃຫ້ບຸກຄົນຮັບຜິດຊອບ, ເຮັດວຽກລວມສູນປະຊາທິປະໄຕ ເພີ່ມທະວີຄວາມເຕົ້າໂຮມຄວາມສາມັກຄີເຮັດໃຫ້ວຽກງານທີຕົນຮັບຜິດຊອບລຸລວງໄປດ້ວຍດີ ແລະ ມີຜົນສຳເລັດເປັນກ້າວໆ.
ພາບ,ຂ່າວ: ບຸນຈັນ ບຸນປັນຍາ



