



ໃນຕອນບາຍຂອງວັນທີ 12 ພຶດສະພາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີມອບເງິນອຸດໜູນໃຫ້ພະນັກງານພັກການຮັບບໍານານ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ- ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດພະນັກງານຜູ້ທີ່ເຂົ້າຮັບບໍານານເຂົ້າຮ່ວມ.
ສະຫາຍ ພັນໂທ ເຄນ ແກ້ວດາລາ ຮອງຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການປະຕິບັດເງິນເດືອນບຳນານ ໃຫ້ນາຍທະຫານຂັ້ນສູງ ກະຊວງປ້ອງກັນປະເທດຕົກລົງເຫັນດີອະນຸມັດໃຫ້ພະນັກງານພັກການຮັບບໍານານຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ຈໍານວນ 04 ສະຫາຍ ລວມເປັນເງິນທັງໝົດ 120.473.000.00 ກີບ, ກ່າວມອບໂດຍ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ.
ໂອກາດດຽວກັນນີ້ ສະຫາຍ ປະທານພິທີ ກໍໄດ້ໂອ້ລົມ ພ້ອມທັງສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ພະນັກງານທີ່ເຂົ້າຮັບບໍານານໃນຄັ້ງນີ້ ທີ່ໄດ້ເຮັດສໍາເລັດ ໜ້າທີ່ການເມືອງ ແລະ ສຸມສະຕິປັນຍາ ເຫື່ອແຮງຂອງຕົນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະທີ່ຜ່ານມາ ພ້ອມທັງໄດ້ຮຽກຮ້ອງໃຫ້ແຕ່ລະສະຫາຍ ພາຍຫຼັງທີ່ກັບໄປຮອດຮາກຖານທ້ອງຖິ່ນຈົ່ງຮັກສາມູນເຊື້ອ, ຄຸນງາມຄວາມດີຂອງຕົນ, ເປັນແບບຢ່າງທີ່ດີໃນການປະຕິບັດແນວທາງນະໂຍບາຍ ກໍຄືຂໍ້ກໍານົດກົດລະບຽບທີ່ວາງອອກໃຫ້ຖືກຕ້ອງ, ມີຄວາມສາມັກຄີກັບອໍານາດການປົກຄອງທ້ອງຖິ່ນ, ພໍ່ແມ່ປະຊາຊົນ, ສຶກສາອົບຮົມລູກຫຼານໃຫ້ເປັນຄົນຮູ້ຜູ້ດີ ແລະ ເປັນຜູ້ສືບທອດໃນອະນາຄົດ.
ຂ່າວ-ພາບໂດຍ: ນີ່ ທຳມະວົງ.



