ຕາມການລາຍງານ ຂອງທ່ານ ນາງ ສີຄໍາ ຫຼ້າລະເດດ ຮອງຫົວໜ້າໜ່ວຍງານ ປູກຝັງ ຫ້ອງການກະສິກຳ ແລະສິ່ງແວດລ້ອມ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ໃນຄັ້ງວັນທີ ຄັ້ງ 20-24 ເມສາ 2026. ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ການເກັບກ່ຽວເຂົ້ານາແຊງ ແລະຜົນຜະລິດພຶດລະດູແລ້ງ ປະຈໍາປີ 2026 ຂອງເມືອງ ຜາອຸດົມ ໃຫ້ຮູ້ວ່າ: ພາຍໃນເມືອງ ຜາອຸດົມ ມີເນື້ອທີ່ນາແຊງ ທັງໝົດ 296 ເຮັກຕ່າ ມີ 13 ບ້ານ, ມີ 550 ຄອບຄົວ. ຄາດຄະເນສະມັດຕະພາບ 4 ໂຕ່ນ/ເຮັກຕ່າ. ປັດຈຸບັນເຂົ້າສຸກເຫຼືອງແລ້ວ 60% ແລະ ເກັບກ່ຽວເຂົ້ານາແຊງສຳເລັດແລ້ວ 20 %, ເທົ່າກັບ 59,2 ເຮັກຕ່າ ຜົນຜະລິດໄດ້ 237 ໂຕ່ນ. ນອກຈາກການຜະລິດເຂົ້ານາແຊງແລ້ວ ຊາວກະສິກອນເມືອງ ຜາອຸດົມ ຍັງໄດ້ ປູກພືດຜັກເປັນສິນຄ້າ ຕື່ມອີກ ປູກໃນເນື້ອທີ່ 30 ເຮັກຕ່າ ມີ 20 ບ້ານ, ມີ 150 ຄອບຄົວ, ຄາດຄະເນສະມັດຕະ ພາບໄດ້ 2,5 ໂຕ່ນ, ການປູກສາລີຫວານປູກໃນເນື້ອທີ 15 ເຮັກຕ່າ, ມີ 15 ບ້ານ, ມີ 140 ຄອບຄົວ, ຄາດຄະເນສະມັດຕະພາບໄດ້ 3 ໂຕນ/ເຮັກຕ່າ, ການປູກໄມ້ໃຫ້ໝາກມີເນື້ອທີ່ທັງໝົດ 62 ເຮັກຕ່າ ໃນນີ້: (ຈຸດປາກຫາດ 8 ເຮັກຕ່າ, ຈຸດປາງສ້ານ 13 ເຮັກຕ່າ ເປັນຂອງນັກລົງທຶນຊາວຈີນ, ປະຊາຊົນປູກເອງມີ 41 ເຮັກຕ່າ ມີ 38 ບ້ານ, ມີ 290 ຄອບຄົວ, ຄາດຄະເນສະມັດຕະພາບໄດ້ 25 ໂຕ່ນ/ເຮັກຕ່າ. ນອກນີ້, ຍັງມີນັກລົງທຶນຊາວຈີນ ໄດ້ມາລົງທຶນປູກໝາກທົ່ວເຫຼືອງປູກໃນເນື້ອທີ່ 450 ເຮັກຕ່າປະຈຸບັນແມ່ນໄດ້ເກັບກ່ຽວສໍາເລັດແລ້ວ 80% ເທົ່າກັບ 440 ເຮັກຕ່າ, ສະມັດຕະພາບຜົນຜະລິດໄດ້ 11 ໂຕ່ນ / ເຮັກຕ່າ.





ພາບ-ຂ່າວ: ໂສພາ ທິບພະວົງ
ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ
ແອດມິນ: ທອງຈັນ ວົງປັນຍາ



