ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ຂອງຄະນະພັກຮາກຖານພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງບໍ່ແກ້ວ, ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 28 ເມສາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ແກ່ນຈັນ ທໍາມະແສງ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ຜູ້ຊີ້ນຳຂົງເຂດພັກ-ພະນັກງານຜູ້, ມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ແຂກຖືກເຊີນ ແລະ ສະມາຊິກພັກພາຍໃນຮາກຖານພັກເຂົ້າຮ່ວມ.
#ຄະນະພັກຮາກຖານພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງບໍ່ແກ້ວມີສະມາຊິກພັກ 159 ສະຫາຍ, ຍິງ 45 ສະຫາຍ, ກອງປະຊຸມໄດ້ຮັບຟັງການລາຍງານ, ໄດ້ປະກອບຄໍາຄິດເຫັນ ແລະ ເຫັນດີເປັນເອກະພາບ ຮັບຮອງເອົາ ບົດລາຍງານການເມືອງຂອງຄະນະພັກຮາກຖານ ແລະ ແຜນພັດທະນາວຽກງານກະສິກໍາ ແລະ ສິ່ງແວດລ້ອມ ໄລຍະ 5 ປີ (2026-2030) ພ້ອມທັງຮັບຮອງເອົາບົດສຳຫຼວດການນຳພາລວມຂອງຄະນະພັກຮາກຖານຊຸດເກົ່າ. ໂອກາດນີ້, ກອງປະຊຸມຍັງໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່, ເຊິ່ງກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນຮັບຮອງເອົາ
- ສະຫາຍ ແກ່ນຈັນ ທຳມະແສງ ເປັນເລຂາຄະນະພັກຮາກຖານ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ
- ສະຫາຍ ປາລະມີ ສົນບຸດຕະແສນ ເປັນຮອງເລຂາ
#ຮັບຮອງເອົາປະທານ, ຮອງປະທານກວດກາຄື:
- ສະຫາຍ ປາລະມີ ສົນບຸດຕະແສນ ເປັນປະທານກວດກາຄະນະພັກຮາກຖານ
- ສະຫາຍ ອ່ຽມສັກ ສິດທິຍາວົງ ເປັນຮອງປະທານກວດກາ
- ສະຫາຍ ວົງລັກ ພອນຈະເລີນ ເປັນຮອງປະທານກວດກາ
#ໃນໂອກາດດັ່ງກ່າວ: ສະຫາຍ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ຜູ້ຊີ້ນຳຂົງເຂດພັກ-ພະນັກງານ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຮາກຖານຊຸດເກົ່າຕະຫຼອດໄລຍະຜ່ານ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ຈົ່ງພ້ອມກັນເຕົ້າໂຮມຄວາມສາມັກຄີ ເປັນປຶກແຜນ, ເພີ່ມທະວີ ແລະ ເຊີດຊູບົດບາດຂອງພັກໃຫ້ສູງຂຶ້ນ ດ້ວຍການປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ຍົກສູງວຽກງານສຶກສາອົບຮົມການເມືອງ ແນວຄິດ ເປັນກົກ ແລະ ສອດຫ້ອຍໃນທຸກວຽກງານ ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກ ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມບຸກບືນຫ້າວຫັນປະຕິບັດໜ້າທີ່ວຽກງານດ້ວຍຄວາມສັດຊື່ບໍລິສຸດ, ມີຄວາມເສຍສະຫຼະ ແລະ ເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ ໃນທຸກດ້ານ. ປັບປຸງແບບ ແຜນວິທີເຮັດວຽກໃຫ້ດີກວ່າເກົ່າ, ປະຕິບັດຕາມຫຼັກການລວມສູນ ປະຊາທິປະໄຕ, ປຶກສາຫາລື ຕົກລົງເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ປະຕິບັດຕາມມະຕິ, ຄໍາສັງຢ່າງເຂັ້ມງວດ, ພ້ອມກັນຮັບມືກັບໜ້າທີ່ວຽກງານອັນສໍາຄັນ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີພາຍໃນຮາກຖານພັກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ.








#ໂດຍ: ພາກ ສຸທິປັນຍາ
#ກວດແກ້: ຈ.ຈັນທະລິດ
#ແອດມິນ: ທອງຈັນ ວົງປັນຍາ



