ຄະນະພັກຮາກຖານ ກອງບັນຊາການທະຫານເມືອງປາກທາ ຮັບມະຫາຊົນກ້າວຫນ້າເຂົ້າເປັນສະມາຊິກພັກສຳຮອງ.

ໃນວັນທີ 22 ພຶດສະພາ 2026 ຜ່ານມານີ້ ໜ່ວຍພັກການເມືອງ ແລະ ໜ່ວຍພັກພາລາ ທີ່ຂື້ນກັບຄະນະພັກຮາກຖານ ກອງບັນຊາການທະຫານເມືອງປາກທາ ໄດ້ຈັດພິທີ ຮັບຮອງເອົາມະຫາຊົນກ້າວຫນ້າເຂົ້າເປັນສະມາຊິກພັກສຳຮອງ 02 ສະຫາຍ ພາຍໃຕ້ການເປັນປະທານຂອງ ສະຫາຍ ສັງທອງ ບຸດສາ ຄະນະປະຈຳພັກເມືອງ ເລຂາຄະນະພັກຮາກຖານ ຫົວຫນ້າການເມືອງກອງບັນຊາການທະຫານເມືອງປາກທາ, ພ້ອມດ້ວຍບັນດາສະຫາຍຄະນະພັກທັງ 3 ໜ່ວຍຕະຫລອດຮອດ ພະນັກງານສະມາຊິກພັກສົມບູນ,ສຳຮອງເຂົ້າຮ່ວມ.

ສະຫາຍ ພັຕ ນາງ ບົວພັນ ຫຼວງລືໄຊ ຫົວຫນ້າຂະແໜງຈັດຕັ້ງພັກໄດ້ຂື້ນຜ່ານມະຕິຕົງຂອງຄະນະປະຈຳພັກເມືອງ ສະບັບເລກທີ: 99/ຄປພມ,ລົງວັນທີ 5 ພຶດສະພາ 2026 ວ່າດ້ວຍ ຮັບຮອງເອົາມະຫາຊົນ ກ້າວຫນ້າເຂົ້າເປັນສະມາຊິກພັກສຳຮອງ,ໂດຍອີງຕາມກົດລະບຽບຂອງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XI ໝວດທີ 1 ມາດຕາ 2 ຂໍ້ ກ ວ່າດ້ວຍ ລະບຽບການຮັບສະມາຊິກພັກສຳຮອງ ໂດຍປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກ ແມ່ນເພື່ອແນ່ໃສ່ການ ກໍ່ສ້າງສະມາຊິກພັກ ຜູ້ທີ່ມີຜົນງານດີເດັ່ນແລະກ້າວຫນ້າ ໂດຍຜ່ານການຕິດຕາມກວດກາ ຕາມມາດຖານເງື່ອນໄຂໃນຫຼັກການກໍ່ສ້າງພັກ-ກໍ່ສ້າງພະນັກງານ ລຸ້ນສືບທອດປ່ຽນແທນໃນໄລຍະໃຫມ່.

ໃນໂອກາດອັນມີຄວາມໝາຍນີ້ ສະຫາຍ ພັທ ສັງທອງ ບຸດສາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍໃນຄະນະຫນ່ວຍພັກ ກໍ່ຄືພະນັກງານ ສະມາຊິກພັກ ແຕ່ລະສະຫາຍທີ່ໄດ້ເອົາໃຈໃສ່ເຂົ້າໃນການຂະຫຍາຍພັກໄດ້ຢ່າງຖືກຕ້ອງຕາມລະບຽບຫຼັກການ ຕໍ່ບັນດາສະຫາຍສະມາຊິກພັກສຳຮອງໃນຄັ້ງນີ້ ຕ້ອງເພີ່ມທະວິ ເປັນເຈົ້າການແລະເອົາໃຈໃສ່ ບຸກບືນຕື່ນຕົວ ຢ່າງມີສະຕິຕໍ່ພັກ-ຕໍ່ຊາດຢ່າງສູງສົ່ງ ຕັ້ງຫນ້າຝືກຝົນຫຼໍຫຼອມຕົນເອງ ໃນການເປັນພະນັກງານແບບຢ່າງນຳໜ້າທີ່ດີຕໍ່ພັກ-ກໍ່ຄືການຈັດຕັ້ງ ປະຕິບັດນ້າທີ່ວຽກງານໃນກົມກອງວ່າງອອກ ໃຫ້ຖືກຕ້ອງແລະເຂັ້ມງວດ ປົກປັກຮັກສາມູນເຊື້ອຄວາມສາມັກຄີ ພາຍໃນໜ່ວຍພັກໃຫ້ເປັນປືກແພນ ຕິດພັນກັບການຝືກຝົນ ຫຼໍຫຼອມ ກໍ່ສ້າງຕົນເອງ,ຕັ້ງໜ້າສ້າງພົນງານຮອບດ້ານໃຫ້ດີຂື້ນ,ໃຫ້ກ່າຍເປັນພະນັກງານ ສະມາຊິກພັກ ທີ່ມີຄຸນທາດການເມືອງໜັກແໜ້ນ ມີລະບຽບວິໃນທີ່ເຂັ້ມງວດ,ມີຄຸນສົມບັດສິນທຳປະຕິວັດ ຍອມເສຍສະຫຼະຕົນເອງ ເພື່ອຜົນປະໂຫຍດສວນລວມ ສືບຕໍ່ຮັກສາມູນເຊື່ອຄວາມສາມັກຄີແລະເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນລຸ້ນສືບທອດ.

ພາບ-ຂ່າວ  ຮທ ກ້ອນໃຈ ບຸດຕະວົງ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa