ໃນວັນທີ 23 ເມສາ 2026 ນີ້, ຄະນະພັກຮາກຖານຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີຮັບເອົາສະມາຊິກພັກສຳຮອງ ແລະ ມອບບັດແດງໃຫ້ສະມາຊິກພັກພາຍໃນຫ້ອງການເມືອງທີ່ມີມາດຖານເງື່ອນໄຂຄົບຖ້ວນຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ເຄນ ແກ້ວດາຣາ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ ຕະຫຼອດຮອດ ພະນັກງານ-ສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ສີພອນ ພົມລາວັນ ວ່າການຮອງຫົວໜ້າພະແນກຊາວໜຸ່ມ ຫ້ອງການເມືອງ ທະຫານແຂວງບໍ່ແກ້ວ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກກອງກອງບັນຊາການທະຫານແຂວງບໍ່ແກ້ວ ສະບັບເລກທີ 34/ຄປພທຂ ລົງວັນທີ 7 ເມສາ 2026 ວ່າດ້ວຍການອະນຸມັດຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະພັກສຳຮອງ ຈຳນວນ 07 ສະຫາຍ ແລະ ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 1092/ຄປພຂ ລົງວັນທີ 10 ທັນວາ 2025 ວ່າດ້ວຍການຮັບຮອງອອກບັດໃຫ້ສະມາຊິກພັກສົມບູນ ທີ່ຄົບມາດຖານ ພາຍໃນໃຫ້ຫ້ອງການເມືອງ ທະຫານແຂວງບໍ່ແກ້ວ ຈຳນວນ 04 ສະຫາຍ ເປັນກຽດຂື້ນມອບໃບຢັ້ງຢືນຂອງ ສະຫາຍ ພັນໂທ ເຄນ ແກ້ວດາຣາ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ຢ່າງສົມກຽດ.
ໂອກາດນີ້ ສະຫາຍ ພັນໂທ ເຄນ ແກ້ວດາຣາ ກໍ່ໄດ້ໂອ້ລົມ, ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີພະນັກງານ-ສະມາຊິກພັກ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ສະມາຊິກພັກສົມບູນ-ສໍາຮອງ, ຈົ່ງພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງ, ເປັນແບບຢ່າງໃຫ້ແກ່ມະຫາຊົນຍົກສູງນ້ຳໃຈຮັບຜິດຊອບຕໍ່ໜ້າທີການເມືອງທີ່ຖືກມອບໝາຍໃຫ້ຮັບຜິດຊອບ, ມີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ປະຕິບັດຂໍ້ກຳນົດກົດລະບຽບຂອງພັກປະຊາຊົນປະຕິວັດລາວ, ຂອງກອງທັບ, ຂອງກົມກອງ ໃຫ້ເຂັ້ມງວດ, ຕັ້ງໜ້າອອກແຮງປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຂົ້າຮ່ວມການດຳເນີນຊີວິດ ແລະ ເສຍເງິນບຳລຸງພັກຢ່າງເປັນປົກກະຕິໂດຍປະຕິບັດຕາມອຸດົມການຂອງພັກປະຊາຊົນປະຕິວັດລາວວາງອອກຢາງເຂັ້ມງວດ.





ໂດຍ: ພາກ ສຸທິປັນຍາ



