ຄະນະນຳແຂວງບໍ່ແກ້ວ, ສໍາເລັດການລົງເຜີຍແຜ່ເນື້ອໃນເອກະສານ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ,ມະຕິ VII ຂອງອົງຄະນະພັກ ແຂວງບໍ່ແກ້ວ, ຢູ່ເມືອງເມິງ.

ສະຫາຍ ຂັນທອງ ທຳມະວົງ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ພ້ອມຄະນະຮັບຜິດຊອບຂອງແຂວງໄດ້ລົງເຄື່ອນໄຫວ ເຜີຍແຜ່ເນື້ອໃນເອກກະສານເອກະສານ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິ VII ຂອງອົງຄະນະພັກແຂວງບໍ່ແກ້ວຢູ່ເມືອງເມິງ ໃນວັນທີ 28 ເມສາ 2026 ນີ້, ມີບັນດາ, ຄະນະບໍລິຫານງານພັກເມືອງ, ພະນັກງານຫຼັກແຫຼ່ງ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງເມືອງເມືືອງເມີງ ເຂົ້າຮ່ວມ.

ໃນນີ້; ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ໄດ້ໃຫ້ກຽດເຜີຍແຜ່ເອກກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ. ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ, ເພື່ອໃຫ້ພະນັກງານ ແລະ ສະມາຊິກພັກທົ່ວເມືອງເມິງ ກໍາໄດ້ຢ່າງເລິກເຊິ່ງເຖິງເນື້ອໃນຈິດໃຈ, ທິດທາງ ແລະ ຄາດໝາຍສູ້ຊົນຕ່າງໆ ທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໄດ້ກໍານົດໄວ້.ໃນການຜັນຂະຫຍາຍມະຕິ: ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ເຂົ້າສູ່ວຽກງານຕົວຈິງ ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງທ້ອງຖິ່ນ.ເສີມສ້າງຄວາມເປັນເອກະພາບ ສ້າງຄວາມເຊື່ອໝັ້ນ ແລະ ຄວາມເປັນປຶກແຜ່ນແໜ້ນໜາ ພາຍໃນພັກ ແລະ ລັດ ພາຍໃຕ້ການນໍາພາຂອງສູນກາງພັກ ບົນເສັ້ນທາງແຫ່ງການພັດທະນາປະເທດຊາດ, ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ເອົາໃຈໃສ່, ຄົ້ນຄ້ວາ ແລະ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ່ Xll ໄປມູນໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ມີຜົນສຳເລັດທີ່ຍິ່ງໃຫຍ່ກວ່າເກົ່າ.

ສະຫາຍ ນາງ ດວງຕາ ໄຊຍະຫົງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນແຂວງບໍ່ແກ້ວ, ໄດ້ເຜີຍແຜ່ແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ຂອງແຂວງບໍ່ແກ້ວ. ໄດ້ຍົກໃຫ້ເຫັນເຖິງຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາຄາດໝາຍຕົວເລກຄາດຄະເນໃນໄລຍະ 5 ປີຜ່ານມາ, ໂດຍສະເພາະແມ່ນການເຕີບໂຕທາງດ້ານເສດຖະກິດພາຍໃນແຂວງ (GDP). ການພັດທະນາພື້ນຖານໂຄງລ່າງ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ການຊຸກຍູ້ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ທີ່ມີການຫັນປ່ຽນດີຂຶ້ນ.ພ້ອມທັງຊີ້ໃຫ້ເຫັນບາງຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ຕ້ອງໄດ້ສືບຕໍ່ແກ້ໄຂ. ທິດທາງແຜນການ 5 ປີ ຄັ້ງທີ X (2026-2030), ແມ່ນຈະໄດ້ສຸມໃສ່ການພັດທະນາເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສີຂຽວ ແລະ ຍືນຍົງ.ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ສົ່ງເສີມການບໍລິການທາງຜ່ານ, ການທ່ອງທ່ຽວ ແລະ ການຜະລິດກະສິກຳທີ່ເປັນທ່າແຮງຂອງແຂວງບໍ່ແກ້ວ. ຫຼຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດ, ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ເພື່ອຮອງຮັບກັບການຂະຫຍາຍຕົວຂອງເສດຖະກິດໃນຍຸກໃໝ່. ໄດ້ເນັ້ນໜັກໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ກຳແໜ້ນເນື້ອໃນຈິດໃຈຂອງແຜນການດັ່ງກ່າວ ເພື່ອຫັນເປັນແຜນວຽກລະອຽດຂອງຕົນເອງ, ພ້ອມທັງເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ຄາດໝາຍຂອງແຜນການ 5 ປີ ຄັ້ງທີ X ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ສະຫາຍ ສີວິໄລ ສີແສນດີ ກຳມະການພັກແຂວງ ເລຂາພັກເມືອງເມີງ ໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VII, ໄດ້ຍົກໃຫ້ເຫັນເຖິງເນື້ອໃນຈິດໃຈຜົນສໍາເລັດໃນການຊີ້ນໍາ-ນໍາພາຂອງອົງຄະນະພັກແຂວງ ເຮັດໃຫ້ການດຳເນີນວຽກງານຂອງແຂວງມີຈຸດສຸມ ແລະ ສາມາດເສີມຂະຫຍາຍບັນດາທ່າແຮງ ກໍ່ຄືຄວາມອາດສາມາດໃນດ້ານຕ່າງໆ ຂອງຂະແໜງການ ແລະ ບັນດາເມືອງ, ທ້ອງຖິ່ນ ຢ່າງມີປະສິດທິພາບ, ການຈັດຕັ້ງຜັນຂະຫຍາຍປະຕິບັດບັນດາແຜນວຽກຈຸດສຸມ, ແຜນງານບຸລິມະສິດ ກໍ່ຄືແຜນການຄາດໝາຍທີ່ໄດ້ກໍານົດໃນລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບັນດາຍຸດທະສາດຊຸກຍູ້ໃຫ້ແກ່ການພັດທະນາ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ເຮັດໃຫ້ເມືອງເມິງ ແຂວງບໍ່ແກ້ວ ໄດ້ຮັບການພັດທະນາ ແລະ ກ້າວຂຶ້ນເລື້ອຍໆ.

ສະຫາຍ ນາງ ດວງຕາ ໄຊຍະຫົງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນແຂວງບໍ່ແກ້ວ ,ໄດ້ເຜີຍແຜ່ເນື້ອໃນ ແຜນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ສະໄໝທີ VII ສະບັບເລກທີ 03/ຄບພຂ, ເຊິ່ງເປັນເອກະສານຍຸດທະສາດທີ່ສຳຄັນໃນການຊີ້ນໍາ-ນໍາພາການພັດທະນາແຂວງໃນຕໍ່ໜ້າ ໃນການກຳນົດທິດທາງ  ເນັ້ນການຫັນເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ໃຫ້ກາຍເປັນແຜນງານ ແລະ ໂຄງການລະອຽດ ຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ.ຄາດໝາຍສູ້ຊົນ ບັນດາຕົວເລກຄາດໝາຍທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ການຮັກສາຄວາມສະຫງົບ ແລະ ການປັບປຸງກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມເຂັ້ມແຂງ.ການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຢ່າງຈະແຈ້ງ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດມະຕິດັ່ງກ່າວມີປະສິດທິພາບ ແລະ ບັນລຸຜົນເປັນຈິງ. ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄວ້າກຳແໜ້ນເນື້ອໃນຈິດໃຈຂອງແຜນຜັນຂະຫຍາຍສະບັບນີ້ ເພື່ອນຳໄປຈັດຕັ້ງປະຕິບັດຢູ່ຂະແໜງການຂອງຕົນ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ສ້າງຜົນງານໃຫ້ປາກົດຜົນເປັນຈິງ ເພື່ອປະກອບສ່ວນເຂົ້າໃນການພັດທະນາແຂວງບໍ່ແກ້ວ ໃຫ້ຈະເລີນຮຸ່ງເຮືອງຂື້ນເລື້ອຍໆ.

ໂອກາດນີ້; ສະຫາຍ ຂັນທອງ ທຳມະວົງ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ໄດ້ມີຄໍາເຫັນໃຫ້ທິດຊີ້ນໍາຄືນເຖິງຄວາມສຳຄັນຂອງການກຳແໜ້ນເນື້ອໃນພື້ນຖານ ຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ການພັດທະນາໃນທົ່ວແຂວງ, ສຸມໃສ່ການສ້າງຄວາມເປັນເອກະພາບທາງດ້ານແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ.ແຜນການຈັດຕັ້ງຜັນຂະຫຍາຍ ມະຕິ VII ຂອງອົງຄະນະພັກແຂວງ, ນຳເອົາເນື້ອໃນເອກະສານສຳຄັນຕ່າງໆ, ຈົ່ງໄປນຳເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກພັກ ພະນັກງານ ຕະຫຼອດຮອດ ພໍ່ແມ່ປະຊາຊົນບັນດາເຜົ່າ, ທົ່ວເມືອງເມີງໃຫ້ມີຄວາມຮັບຮູ້ຕໍ່ແນວທາງຂອງພັກ ຕໍ່ແບບແຜນການນຳພາຂອງພັກ-ລັດ, ທີ່ໄດ້ກຳນົດໄວ້ ຕ້ອງໄດ້ຜັນຂະຫຍາຍເຖີ່ງຮາກຖານ, ແຜນພັດທະນາເສດຖະກິດສັງຄົມ 5 ປີ  2026-2030, ເຂົ້າສູ່ລວງເລິກ ແບບແຜນວຽກງານຕົວຈິງ ຂອງບັກດາພະແນກການ, ຂະແໜງການ ການເມືອງຂອງພວກເຮົາ ໃຫ້ມີຜົນສຳເລັດຢູ່ໃນ 5 ປີ ໃນຕໍ່ໜ້າທີ່ແຜນໄດ້ກຳນົດໄວ້, ໂດຍສະເພາະກິດຈະກຳ,ໂຄງການ, ທີ່ຂະແໜງການໃດ 1 ໃນການຕິດຕາມກວດກາການຈັດຕັ້ງປະຕິບັດແຜນທີ່ພວກເຮົາໄດ້ກຳນົດໄວ້ຢູ່ໃນແຜນພັດທະນາເສດຖະກິດຂອງເມືອງທີ່ໄດ້ກຳນົດແຕ່ລະໄລຍະ ເອົາໃຈໃສ່ກວດກາຈັດຕັ້ງປະຕິບັດໃຫ້ແທ້ນເໝາະກັບສະພາບຄວາມເປັນຈິງ ກວດກາຄືນບັນດາຫົວໜ່ວຍວິສາຫະກິດທີ່ເກີດຂື້ນຢູ່ພາຍໃນເມືອງຄືນໃໝ່, ໂດຍສະເພາະວຽກງານການເງີນ, ເພື່ອສາສ້າງລາຍຮັບໃຫ້ເມືອງມີຄວາມໝັ້ນຄົງ, ສາມາດກຸ້ມຕົນເອງເພີ່ງຕົນເອງໄດ້, ຕັ້ງໜ້າພັນຂະຫຍາຍເນື້ອໃນ,ລາຍງານການເມືອງຂອງອົງຄະນະພັກແຂວງ ຄັ້ງທີ 7 ແລະ ແຜນພັດທະນາເສດທະກິດສັງຄົມ, ໃຫ້ຫັນເປັນແຜນການແຜນງານເຂົ້າສູ່ຕົວຈິງ ໃຫ້ບັນດາຕາແສງ ບ້ານ ຄຸ້ມຄອງເມືອງຕາແສງ, ຕາແສງ ກັບບ້ານ ໃຫ້ມີຄວາມເລິກເຊີ່ງ ແລ້ວ ກໍ່ຊັດເຈນ, ປຸກລະດົມໃຫ້ທົ່ວສັງຄົມພັກລັດ ເອກະຊົນ ນັກທຸລະກິດ ຜູ້ປະກອບການທັງພາຍໃນແລະຕ່າງປະເທດ ອົງການຈັດຕັ້ງພັກ-ລັດ ແລະ ສາກົນ ປະຊາຊົນບັນດາເຜົ່າໃຫ້ມີຄວາມສາມັກຄີເປັນອັນ1ອັນດຽວພ້ອມກັນ ສຸ່ມໃສປະຕິບັດໜ້າທີ່ຂອງຕົນໃນການປົກປັກຮັກສາ ແລະສ້າງສາພັດທະນາແຂວງບໍ່ແກ້ວ ເວົ້າລວມເວົ້າສະເພາະສ້າງເມືອງເມີງໃຫ້ມີຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ່ງ.

ຈາກນັ້ນ ຕ່າງ ໜ້າບໍລິສັດ ສິງເໜືອ ກໍ່ສ້າງຂົວທາງ ຈຳກັດຜູ້ດຽວ ໄດ້ນຳເອົາເງີນສົດ ຈຳນວນ 80 ລ້ານກີບ ນຳມາມອບໃຫ້ເມືອງ ຮັບໂດຍແມ່ນ ທ່ານ ວັນນາ ຄຳສີປະເສີດ ຮອງເລຂາພັກເມືອງ ຮອງປະທານ ຄະນະກຳມະການປົກຄອງເມືອງ. ເພື່ອເປັນການສຸກຍູ້ສົ່ງເສີມເຂົ້າໃນວຽກງານໃນການສ້າງສາພັດທະນາເມືອງເມີງໃຫ້ມີການພັດທະນາດີຂື້ນເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa