ໃນວັນທີ 1 ມີຖຸນາ 2026 ຜ່ານມານີ້ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີປູກຕົ້ນໄມ້ ຢູ່ຂອບເຂດສູນບໍາບັດຢາເສບຕິດ ຂອງເມືອງ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2026 ແລະ ວັນເດັກນ້ອຍສາກົນ ເຊິ່ງນໍາພາໂດຍທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາພັກເມືອງ, ມີບັນດາທ່ານ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ພະນັກງານລັດຖະກອນອ້ອມຂ້າງເມືອງ, ອົງການປົກຄອງບ້ານມອນແຫຼມ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນການປູກຕົ້ນໄມ້ໃນຄັ້ງນີ້ ເພື່ອເປັນການຟື້ນຟູປ່າ ສ້າງສະພາບແວດລ້ອມໃຫ້ມີຄວາມສົມບູນ ແລະ ໃຫ້ມີຄວາມຫົມເຍັນຢູ່ບໍລິເວນດັ່ງກ່າວ ດ້ວຍການປູກຕົ້ນໄມ້ໃຫ້ຂຽວສົດງົດງາມ ທັງເປັນການລຸດຜ່ອນຄວາມຮ້ອນ ແລະ ໄພແຫ້ງແລ້ງອື່ນໆ ເຊິ່ງຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ປະກອບມີ: ຕົ້ນໄມ້ຟາງແດງ 50 ຕົ້ນ, ໄມ້ແຕ່ຄາ 50 ຕົ້ນ, ຕົ້ນໄມ້ສໍາສາ 50 ຕົ້ນ ລວມທັງໝົດ 150 ຕົ້ນ ໃນເນື້ອທີ 2 ເຮັກຕາ.






ຂ່າວ: ອຸ່ນຄໍາ ຂັນວາລິດ



