ກອງປະຊຸມເພື່ອປືກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ມາດຕະຖານການດຳເນີນງານໃນການຊ່ວຍເຫຼືອຜູ້ທີ່ຖຶກຄວາມຮຸນແຮງ ແລະ ເສັ້ນທາງການສົ່ງກໍ່ລະນີທີ່ຖືກຄວາມຮຸນແຮງໃຫ້ໄດ້ຮັບການຊ່ວຍເຫຼືອທາງດ້ານສຸຂະພາບ ແລະ ການຊ່ວຍເຫຼືອທາງດ້ານສັງຄົມທີ່ທັນເວລາ.

ໃນທ້າຍອາທິດຜ່ານມານີ້, ຢູ່ທີ່ຫ້ອງປະຊຸມສາທາລະນະສຸກເມືອງປາກທາ ໄດ້ເປີດກອງປະຊຸມເພື່ອປືກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ມາດຕະຖານການດຳເນີນງານໃນການຊ່ວຍເຫຼືອຜູ້ທີ່ຖຶກຄວາມຮຸນແຮງ ແລະ ເສັ້ນທາງການສົ່ງກໍ່ລະນີທີ່ຖືກຄວາມຮຸນແຮງໃຫ້ໄດ້ຮັບການຊ່ວຍເຫຼືອທາງດ້ານສຸຂະພາບ ແລະ ການຊ່ວຍເຫຼືອທາງດ້ານສັງຄົມທີ່ທັນເວລາ, ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ວັນນະວົງ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີບັນດາພາກສ່ວນທີ່ກ້ຽວຂ້ອງຂອງແຂງ, ເມືອງ ເຂົ້າຮ່ວມ.

ກອງປະຊຸມຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງ ການນຳສະເໜີຄວາມຄືບໜ້າຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ເປັນຕົ້ນ: ຄວາມຄືບໜ້າກ່ຽວກັບຄວາມຮຸນແຮງເປັນເທື່ອລະກໍລະນີ ແລະ ແຜນການຊ່ວຍເຫຼືອຕໍ່ໜ້າຂອງແຕ່ລະກໍລະນີ, ຜົນການຈັດຕັ້ງປະຕິບັດກິດຈະກຳ ປະຈຳໄຕມາດ 1-3 ຂອງໂຄງການ, ສິງທ້າທ້າຍ ແລະ ວິທີການແກ້ໄຂ ແລະ ນຳສະເໜີແຜນການ ການໃຫ້ຄຳປຶກສາຄູ່ຮັກກ່ອນແຕ່ງງານ ແລະ ການບໍລິການທີເປັນມິດປິດໍ່ຫຫຼັບຕໍ່ໄວໜຸ່ມ  ພ້ອມທັງການນຳໃຊ້ຢາຄຸມກຳເນີດດ້ວຍຕົນເອງ. ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອເປັນບ່ອນອີ່ງໃຫ້ແກ່ການຈັດຕັ້ງເຄື່ອນໄຫວວຽກງານໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ ແລະ ເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ເປັນລະບົບຖືກຕ້ອງ ແລະ ມີປະສິດທິຜົນ ແນ່ໃສ່ໃນການປົກປ້ອງສິດ ແລະ ຜົນປະໂຫຍດ, ຊີວິດ, ສຸຂະພາບ, ກຽດສັກສີ, ເສລິພາບຂອງພົນລະເມືອງ, ຮີດຄອງປະເພນີອັນດີງາມຂອງຊາດ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ພາບ-ຂ່າວ: ວັນນະເດດ

 

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa