ວັນທີ 9 ເມສາ 2026 ຜ່ານມານິ້ ຢູ່ທີ່ສະໂມສອນເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ລະຫວ່າງ ພາກລັດກັບບັນດາບໍລິສັດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ຢູ່ພາຍໃນເມືອງເມິງ ປີ 2026 ໂດຍການເປັນປະທານຂອງ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງເມິງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ມີບັນດາຫົວໜ້າບໍລິສັດ ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ຢູ່ພາຍໃນເມືອງເມິງ ເຂົ້າຮ່ວມ.
ກອງປະຊຸມ ທ່ານ ສີວິໄລ ສີຫາລາດ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ຂຶ້ນຜ່ານບົດລາຍງານສະພາບການຈັດຕັ້ງປະຕິບັດລົງທຶນ ຢູ່ພາຍໃນເມືອງເມິງ ທັງສອງພາກ, ເມືອງເມິງ ເປັນເມືອງພູດ້ອຍ ປະກອບດ້ວຍ 28 ບ້ານ, ແບ່ງອອກເປັນ 5 ກຸ່ມບ້ານ, ມີ 3,712 ຄົວເຮືອນ, ມີພົນລະເມືອງທັງໝົດ 17,332 ຄົນ, ຍິງ 8,407 ຄົນ, ມີ 8 ຊົນເຜົ່າ, ຄວາມໜາແໜ້ນຂອງພົນລະເມືອງ 11,4 ຄົນຕໍ່ກິໂລຕາແມັດ; ປະຊາຊົນສ່ວນໃຫຍ່ ແມ່ນຍຶດຖືອາຊີບຜະລິດກະສິກຳປູກຝັງ-ລ້ຽງສັດ, ການບໍລິການ, ຄ້າຂາຍ, ທຸລະກິດ, ຫັດຖະກຳ ແລະ ອື່ນໆ.
ການຈັດຕັ້ງປະຕິບັດວຽກງານການລົງທຶນຢູ່ພາຍໃນເມືອງເມິງ, ການເຊົ່າ-ສຳປະທານ ແລະ ການລົງທຶນຂອງບັນດາບໍລິສັດຢູ່ພາຍໃນເມືອງເມິງມີຄື: ບໍລິສັດປູກກ້ວຍຫອມ ຈຳນວນ 3 ບໍລິສັດ, ບໍລິສັດສົ່ງເສີມການປູກຢາງພາລາ ມີຈຳນວນ 5 ບໍລິສັດ, ທົ່ວເມືອງເມິງມີໂຮງງານລີດຢາງພາລາ-ໂຮງງານໂຟມ ຈຳນວນ 4 ແຫ່ງ, ປ້ຳນ້ຳມັນ ມີ 6 ປ້ຳ, ຟາມງົວ ມີ 9 ຟາມ, ເປົ້າໝາຍຈະສ້າງເຂື່ອນໄຟຟ້າ ມີ 2 ບໍລິສັດ, ຂຸດຄົ້ນແຮ່ມີ 1 ບໍລິສັດ, ເປົ້າໝາຍສ້າງການບໍລິການ-ການທ່ອງທ່ຽວ, ລ້ຽງງົວມີ 1 ບໍລິສັດ, ຜູ້ປະກອບການ-ການທ່ອງທ່ຽວມີ 2 ຜູ້ປະກອບການ, ຜູ້ປະກອບການບໍລິການຕະຫຼາດ, ຄີວລົດ ແລະ ເກັບມ້ຽນຂີ້ເຫຍື້ອມີ 4 ຜູ້ປະກອບການ, ຜູ້ປະກອບການເກັບຊື້ມີ 7 ຜູ້ປະກອບການ, ຜູ້ປະກອບການໂຮງງານນ້ຳດື່ມມີ 5 ແຫ່ງ, ຜູ້ປະກອບການໂຮງງານດິນບັອກ-ເຟີນີເຈີມີ 5 ແຫ່ງ, ຜູ້ປະກອບການໂຮງງານຊາ ມີ 1 ແຫ່ງ, ບໍລິສັດ ແລະ ຜູ້ປະກອບການ ທີ່ເຄື່ອນໄຫວພາຍໃນເມືອງ 1) ບໍລິສັດ ສີ່ງເໜືອ ປັບປຸງທາງເຮືອນ້ຳຂອງ, 2) ບໍລິສັດ ພອນວິໄລ ກໍ່ສ້າງຂົວທາງ, 3) ບໍລິສັດ ແກ້ວປະເສີດ ກໍ່ສ້າງຂົວທາງ, ການຈັດເກັບລາຍຮັບ ຈາກປະເພດສິນຄ້າຕ່າງໆ ປີ 2025 ໃນໄລຍະ 1 ປີ ຜ່ານມາ ສາມາດຈັດເກັບລາຍຮັບ ຈາກອາກອນ ແລະ ຊັບສິນໄດ້ຄື: ອາກອນ ປະເພດເຄື່ອງປູກຝັງ 481,688,000 ກີບ; ປະເພດເຄື່ອງປ່າຂອງດົງ 164,120,000 ກີບ; ປະເພດຈັກສະຕີນ 6,400,000 ກີບ, ຊັບສິນ ຄ່າຊັບພະຍາກອນ 134,940,000 ກີບ. ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ຕາງໜ້າບໍລິສັດ ແລະ ຜູ້ປະກອບການ ໄດ້ມີຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕໍ່ກອງປະຊຸມກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນ ໃນໄລຍະທີ່ຜ່ານມາ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ທີ່ຈະໄດ້ປັບປຸງ ແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ.
ໂອກາດດ່ຽວກັນນິ້ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງເມິງ, ໄດ້ມີຄຳເຫັນເນັນໜັກຕໍ່ກອງປະຊຸມຄື ໄດ້ສະແດງຄວາມຊົມເຊີຍ ຕໍ່ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ລະຫວ່າງ ພາກລັດ ກັບບັນດາບໍລິສັດ, ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ຢູ່ພາຍໃນເມືອງເມິງ ທີ່ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ແລະ ເນັນໜັກບາງດ້ານເປັນຕົ້ນ ຢາກໃຫ້ທາງພາກລັດ ແລະ ໃຫ້ຜູ້ປະກອບການ ສືບຕໍ່ໃຫ້ມີຄວາມຮ່ວມມືກັນຢ່າງກົມກ່ຽວ, ຮັບຮອງທາງດ້ານນິຕິກຳ, ຫັນເອົາການຄຸ້ມຄອງໃຫ້ເຂົ້າສູ່ປະຕູດຽວ, ຈັດສັນພື້ນທີ່ທາງດ້ານການກະສິກຳ ແລະ ອຸດສາຫະກຳ, ຮ່ວມແຮງໃນການລົງທຶນໃຫ້ມີການຂະຫຍາຍຕົວ, ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕ້ອງໄປຕາມກົນໄກຕະຫຼາດ ຖ້າຕະຫຼາດມີການເໜັງຕີງ ສິນຄ້າກໍມີການເໜັງຕີງ, ພັກ-ລັດ ຖະບານພວກເຮົາ ເພີ່ນໄດ້ເປີດກວ້າງຕໍ່ການລົງທຶນ, ບັນດາບໍລິສັດ ຕ້ອງປະຕິບັດແຜນຢ່າງຊັດເຈນ, ສືບຕໍ່ຈັດຕັ້ງປະຕິບັດບັນດາແຜນວຽກ, ແຜນງານ ຂອງບັນດາບໍລິສັດ ແລະ ຜູ້ປະກອບການ ໃຫ້ມີຜົນສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າ. ໃນມື້ດຽວກັນນີ້ ການນຳຂອງເມືອງເມິງ ຍັງໄດ້ຈັດພິທີບາສີສູ່ຂວັນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ລາວ ພສ 2569 ດ້ວຍບັນຍາກາດເບີກບານມ່ວນຊື່ນ ຕາມຮີດຄອງປະເພນີອັນດີງາມ ຂອງຊາວລາວເຮົາໄດ້ສືບທອດກັນມາ.





ຂ່າວ: ສ່ອງແກ້ວ ທຳມະວົງ



