ກອງປະຊຸມສະຫຼຸບຖອນຖອນບົດຮຽນ ຂົງເຂດການເມືອງແນວຄິດ

ວັນທີ 21 ເມສາ 2026, ເມືອງຫ້ວຍຊາຍ ຈັດກອງປະຊຸມສະຫຼຸບຖອນຖອນບົດຮຽນຂົງເຂດການເມືອງແນວຄິດ, ວຽກງານພັກພະນັກງານ, ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ໂດຍການເປັນປະທານຂອງ ສະຫາຍ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ເຂົ້າຮ່ວມຂອງ ສະຫາຍ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ມີບັນຕາງໜ້າ ຄະນະກວດກາພັກ-ລັດແຂວງ, ຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມແຂວງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ເລຂາຄະນະພັກຮາກຖານ ແລະ ຜູ້ທີເຮັດວຽກງານກວດກາທົ່ວເມືອງເຂົ້າຮ່ວມ.

ສະຫາຍ ສີວອນ ກີ່ງທະວັນ ກໍາມະການພັກເມືອງ, ຮອງປະທານ ກວດກາພັກ-ລັດເມືອງ, ໄດ້ຂຶ້ນຜ່ານ ແລະ ເຊື່ອມຊຶມເອກະສານຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ປີ 2025 ຮອດປີ 2035 ສະບັບເລກທີ 563/ອກຫບ ລົງວັນທີ 6 ພະຈິກ 2025 ຈາກນັ້ນ ສະຫາຍ ໂຊ່ນ ອິນທະໄຊ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງຂົງເຂດການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ທົ່ວເມືອງຫ້ວຍຊາຍ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ຂົງເຂດວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງໃນການເຄື່ອນໄຫວເຮັດວຽກງານນຳພາການເມືອງ-ແນວຄິດ, ນຳພາເຜີຍແຜ່ເຊື່ອມຊຶ່ມບັນດາແນວທາງ, ນະໂຍບາຍ, ລະບຽບ, ກົດໝາຍ ແລະ ນິຕິກຳຕ່າງໆຂອງພັກ-ລັດ; ນຳພາວຽກງານກໍ່ສ້າງ, ປັບປຸງ ແລະ ຂະຫຍາຍພັກ, ວຽກງານປັບປຸງກົງຈັກ, ການຄົ້ນຄວ້າປັບປຸງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ການສັບຊ້ອນບຸກຄະລາກອນ, ການຄົ້ນຄວ້າວຽກງານຍ້ອງຍໍ ແລະ ວິໄນ, ການຕິດຕາມ, ຊຸກຍູ້, ກວດກາ ການເຄື່ອນໄຫວວຽກງານຮອບດ້ານ ຂອງພັກ, ອົງການປົກຄອງແຕ່ລະຂັ້ນ ລວມທັງການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີຕາມການມອບໝາຍ, ວຽກງານຕິດຕາມ, ກວດກາພັກ, ຖືກສຳຄັນຕໍ່ການຕິດຕາມ, ກວດກາການເຄື່ອນໄຫວຈັດຕັ້ງປະຕິບັດກົດລະບຽບພັກ ເປັນກົດເກນຂອງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ ໂດຍຖືເອົາການຕິດຕາມເປັນວຽກງານຕົ້ນຕໍ່ ຕໍ່ການນໍາພາຮອບດ້ານຂອງພັກ, ການປະຕິບັດລະບອບແບບແຜນນໍາພາ ຂອງບັນດາຮາກຖານພັກ, ຜ່ານມາສາມາດຊຸກຍູ້ ແລະ ຕິດຕາມບັນດາໜ່ວຍພັກດຳເນີນຊີວິດການເມືອງຂອງບາງຄະນະພັກ ຕາມກົດລະບຽບພັກ, ກວດກາການຈັດຕັ້ງປະຕິບັດຍຸບ-ໂຮມໜ່ວຍພັກ, ທາບທາມ, ຄົ້ນຄວ້າບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ, ນຳພາດຳເນີນຊີວິດການເມືອງປະຈຳປີ ຕິດພັນກັບການຕີລາຄາຈັດເເບ່ງປະເພດສະມາຊິກພັກ-ໜ່ວຍພັກ, ການປະເມີນ ແລະ ຮັບຮອງແຜນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວເມືອງ ປະຈຳປີ 2025, ວຽກການກໍ່ສ້າງ, ປັບປຸງ ແລະ ຂະຫຍາຍພັກ, ຢຶດໝັ້ນການກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳ ເຊິ່ງໄດ້ເປັນເສນາທິການໃຫ້ແກ່ຄະນະພັກໃນການຊຸກຍູ້, ຕິດຕາມ, ກວດກາການກໍ່ສ້າງພັກໃຫ້ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນຳພາເປັນປົກກະຕິ, ຖືເອົາຂະຫຍາຍພັກທີ່ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ນຳພາປັບປຸງການຈັດຕັ້ງຮາກຖານພັກ ຢູ່ບາງຄະນະພັກຮາກຖານພັກຈຳນວນໜຶ່ງ, ມາຮອດປະຈຸບັນທົ່ວເມືອງ ມີ 19 ຄະນະພັກຮາກຖານ ແລະ ມີໜ່ວຍພັກທັງໝົດ 163 ໜ່ວຍພັກໃນນັ້ນ ຄະນະພັກຮາກຖານພັກສໍານັກງານ-ອົງການ 3 ຮາກຖານ, ຄະນະພັກຮາກຖານພັກບ້ານໃຫຍ່ ມີ 3 ຮາກຖານ, ຄະນະພັກຮາກຖານກຸ່ມບ້ານມີ 13 ຮາກຖານ,  ໜ່ວຍພັກສໍນັກງານ-ອົງການ ມີ 32 ໜ່ວຍພັກ, ໜ່ວຍພັກໂຮງຮຽນ-ໂຮງໝໍ ມີ 43 ໜ່ວຍພັກ ແລະ ໜ່ວຍພັກບ້ານ ມີ 88 ໜ່ວຍພັກ, ໜ່ວຍພັກເອກະລາດ 31 ໜ່ວຍ ແລະ ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 132 ໜ່ວຍ. ມີຄະນະພັກຮາກຖານ ທີ່ຄວບຕຳແໜງເລຂາພັກບ້ານ-ນາຍບ້ານ 5 ສະຫາຍ, ເລຂາໜ່ວຍພັກບ້ານຄວບຕຳແໜງນາຍບ້ານ 81 ສະຫາຍ ຍິງ 4 ສະຫາຍ, ຮອງເລຂາໜ່ວຍພັກ ຄວບຕຳແໜງນາຍບ້ານ 1 ສະຫາຍ, ຄະນະໜ່ວຍພັກທີ່ເປັນຄະນະບ້ານ ຈຳນວນ 1 ສະຫາຍ, ວຽກງານຄະນະໂຄສະນາອົບຮົມເມືອງ, ຄະນະໂຄສະນາອົບຮົມເມືອງຫ້ວຍຊາຍ ໄດ້ເອົາໃຈໃສ່ຈັດຕັ້ງໂຄສະ ນາ-ປາຖະກະຖາ ແນວທາງນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ, ມູນເຊື້ອຂອງພັກ, ຂອງກອງທັບ, ຂອງຊາດ, ວັນຄ້າຍວັນເກີດຂອງທ່ານຜູ້ນຳ, ຂອງບັນດາເພື່ອນມິດຍຸດທະສາດ ແລະ ວັນສໍາຄັນຕ່າງໆ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດອ້ອມຂ້າງເມືອງ ໄດ້ 15 ຄັ້ງ, ມີຜູ້ເຂົ້າຮ່ວມທັງ  ໝົດ: 3.119 ຄົນ, ຍິງ 1.471 ຄົນ. ນອກຈາກນິ້ ໄດ້ລົງໂຄສະນາ-ປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ອົງການຈັດຕັ້ງ ແລະ ປະຊາຊົນ ຢູ່ຂັ້ນຮາກຖານບ້ານ-ກຸ່ມບ້ານ ມີຜູ້ເຂົ້າຮ່ວມທັງໝົດ 2.140 ຄົນ, ຍິງ 527 ຄົນ, ຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດຄໍາເຫັນຢ່າງເປັນເອກະສັນ.

ໂອກາດນີ້, ສະຫາຍ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານຄະນະກໍາມະການປົກຄອງເມືອງ, ໄດ້ເນັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນ ຕ້ອງຖືສຳຄັນການປະຕິບັດກົດລະບຽບພັກ,  ວຽກກໍ່ສ້າງຂະຫຍາຍພັກ ຕ້ອງຖືເອົາຄຸນນະພາບເປັນກົກ, ຕ້ອງຜ່ານຂະບວນການອົບຮົມກໍ່ສ້າງຈາກພຶດຕິກຳຕົວຈິງ, ຈາກຂະບວນການມະຫາຊົນ ແລະ ຖືກຕ້ອງຕາມກົດລະບຽບພັກ, ການຄຸ້ມຄອງການຈັດຕັ້ງພັກ, ສະມາຊີກພັກ ຕ້ອງມີລັດສະນະວິທະຍາສາດ, ຄຸ້ມຄອງລະອຽດ ຕາມແຕ່ລະຂັ້ນຕ່ອນ ແລະ ຊັດເຈນ. ສ້າງສະຕິໃນການດຳເນີນຊີວິດການເມືອງເປັນປົກກະຕິ ແລະ ປະຕິບັດລະບອບການດຳເນີນກອງປະຊຸມສະໄໝສາມັນຂອງບັນດາຄະນະພັກຮາກຖານ, ໜ່ວຍພັກ, ສຸມໃສ່ສ້າງໜ່ວຍພັກໃຫ້ປອດໄສເຂັ້ມແຂງໜັກແໜ້ນ ແລະ ມີຄຸນນະພາບ, ໃຫ້ຖືເອົາວຽກງານກວດກາສອດຫ້ອຍຢູ່ທຸກຂົງເຂດວຽກງານ ແລະ ຕ້ອງໄດ້ເຮັດເປັນປົກກະຕິ, ກວດກາແລ້ວຕ້ອງແກ້ໄຂໃຫ້ທັນການ; ໃນການກວດກາ ຕ້ອງໃຫ້ເຫັນ 2 ດ້ານຄື: ດ້ານຕັ້ງໜ້າເພື່ອເສີມຂະຫຍາຍ ແລະ ດ້ານອ່ອນຄົງຄ້າງ ເພື່ອປັບປຸງແກ້ໄຂໃຫ້ດີຂຶ້ນ.

ພາບ,ຂ່າວ: ບຸນຈັນ ບຸນປັນຍາ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa