ກອງບັນຊາການທະຫານແຂວງບໍ່ແກ້ວ ປາຖະກະຖາ 3 ວັນປະຫວັດສາດ

ໃນວັນທີ 29 ເມສາ 2026 ນີ້ຢູ່ສະໂມສອນກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີ ປາຖະກະຖາວັນປົດ ປ່ອຍພາກໃຕ້ຫວຽດນາມ ຄົບຮອບ 51 ປີ (30 ເມສາ 1975 – 30 ເມສາ 2026), ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 65 ປີ (25 ເມສາ 1961-25 ເມສາ 2026),  ວັນກຳມະກອນສາກົນ ຄົບຮອບ 140 ປີ (1/5/1886 – 1/5/2026) ໂດຍການເປັນປະທານ ແລະ ປາຖະຖະຖາ ຂອງ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະແນກການ, ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກົມກອງ ອ້ອມຂ້າງ ກອງບັນຊາການ ເຂົ້າຮ່ວມຮັບຟັງ.

ໃນພິທີສະຫາຍ ໄດ້ຍົກໃຫ້ເຫັນມູນເຊື້ອການຕໍ່ສູ້ຢ່າງພິລະອາດຫານ ດ້ວຍນໍ້າໃຈຮັກຊາດອັນແຮງກ້າ, ຄຽດແຄ້ນຈັກກະພັດຢ່າງເລິກເຊິ່ງ ຂອງປະຊາຊົນຫວຽດນາມ ຜູ້ພິລະອາດຫານ ພາຍໃຕ້ການນຳພາຂອງພັກຄອມມູນິດຫວຽດນາມ ໄດ້ລຸກຂື້ນຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມລິກາ ແລະ ລູກມື ເພື່ອກອບກູ້ເອົາເອກະລາດ ແລະ ອິດສະຫລະພາບມາໃຫ້ປະເທດຊາດຂອງຕົນຕາມຄໍາສັ່ງສອນຂອງພັກ ແລະ ປະທານ ໂຮ່ຈີມິນ ທີ່ວ່າ: ບໍ່ມີຫຍັງປະເສີດເລີດລ້ຳກວ່າເອກະລາດ ແລະ ເສລີພາບ. ຕໍ່ໜ້າສະພາບການດັ່ງກ່າວ ພັກຄອມມູນິດຫວຽດນາມ ຈຶ່ງໄດ້ເປີດບັ້ນຮົບປົດປ່ອຍພາກໃຕ້ຫວຽດນາມ ເຊິ່ງໃຊ້ຊື່ວ່າ: ບັ້ນຮົບໂຮ່ຈີມິນ ແລະ ເປັນວັນເວລາປະຫວັດສາດ ແຫ່ງການຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມລິກາ ຂອງກອງທັບ ແລະ ປະຊາຊົນຫວຽດນາມ ແລະ ການລຸກຮືຂື້ນໃນລະດູບານໃໝ່ ປີ 1975 ໄດ້ຮັບໄຊຊະນະຢ່າງສົມບູນ, ພາກໃຕ້ຫວຽດນາມ ໄດ້ຮັບການປົດປ່ອຍ, ທົ່ວປະເທດຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ໄດ້ສ້າງສັງກາດໃໝ່ ຄື: ເອກະລາດ, ອິດສະຫລະພາບ, ເອກະພາບ ແລະ ກ້າວຂື້ນສັງຄົມນິຍົມ. ພ້ອມທັງໄດ້ໃຫ້ຮູ້ເຖິງຄວາມເປັນມາ ແລະ ມູນເຊື້ອແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ- ສປ ຈີນ. ກ່ອນ ປີ 1975 ການພົວພັນ ແລະ ຮ່ວມມື ລາວ-ຈີນ ແມ່ນຢູ່ໃນຮູບການສະໜັບສະໜູນຊ່ວຍເຫລືອໃຫ້ແກ່ພາລະກິດຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອຂັບໄລ່ຈັກກະພັດຕ່າງດ້າວ ແລະ ໂຄ່ນລົ້ມຊົນຊັ້ນປົກຄອງທີ່ກົດຂີ່ຂູດຮີດ. ຕົກມາໃນວັນທີ 25/04/1961 ລັດຖະບານປະສົມແຫ່ງຊາດ ນໍາໂດຍສະເດັດເຈົ້າ ສຸວັນນະພູມມາ ນາຍົກລັດຖະມົນຕີວ່າການກະຊວງການຕ່າງປະເທດໄດ້ເຊັນເອກະສານສໍາຄັນວ່າດ້ວຍການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ນັ້ນແມ່ນເຫດການທີ່ສໍາຄັນຍິ່ງໃນປະຫວັດສາດຂອງການພົວພັນ ລາວ-ຈີນ, ເຮັດໃຫ້ການພົວພັນ ລະຫວ່າງ ສອງປະເທດ ໄດ້ກ້າວເຂົ້າສູ່ໄລຍະພັດທະນາອັນໃໝ່ ແລະ ກວ້າງຂວາງກວ່າເກົ່າ. ທັງນີ້, ກໍເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັດມິດຕະ ພາບ ທີ່ມີມູນເຊື້ອອັນດີງາມ ແລະ ບົນພື້ນຖານແຫ່ງການພົວພັນອັນໜັກແໜ້ນຕາມຈິດໃຈໝັ້ນຄົງ,ຍາວນານ, ຮັກແພງກັນຖານບ້ານໃກ້ເຮືອນຄຽງ, ໄວ້ເນື້ອເຊື່ອໃຈກັນ. ພ້ອມທັງໄດ້ຮູ້ເຖິງຄວາມສຳຄັນຂອງວັນກຳມະກອນສາກົນ ທີ່ໄດ້ຖືກກຳເນີດຂຶ້ນໃນປີ 1886 ຈາກການຕໍ່ສູ້ຮຽກຮ້ອງສິດທິ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ເປັນຕົ້ນແມ່ນຮຽກຮ້ອງ ລຸດຜ່ອນຊົ່ວໂມງເຮັດວຽກ ແລະ ໃຫ້ຄ່າຕອບແທນຢ່າງເໝາະສົມ ເພື່ອຮັບຮູ້ ແລະ ເສີມຂະຫຍາຍ ມູນເຊື້ອວັນກໍາມະກອນ ສາກົນຄົບຮອບ 140 ປີ ເຂົ້າໃນການພັດທະນາ ພາລະກິດຂອງຊາວຜູ້ອອກແຮງງານ ໃນການຮ່ວມກັນຂັບເຄື່ອນ ການພັດທະນາເສດຖະກິດ-ສັງ ຄົມ ຂອງປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງ ຂື້ນເລື້ອຍໆ.

#ໂດຍ: ພາກ ສຸທິປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa