ຂ່າວ: ທ່ານ ນາງ ຈັນປິງ ໂສລະທີ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ພ້ອມດ້ວຍຄະນະ, ລົງຊຸກຍູ້-ຕິດຕາມວຽກງານຮອບດ້ານ, ຕິດພັນການຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ IX.

ໃນວັນທີ 3 ກັນຍາ 2026 ທີ່ຜ່ານມາທີ່ຫ້ອງປະຊຸມຫ້ອງວ່າການເມືອງຕົ້ນເຜິ້ງ, ຄະນະສະຫະພັນແມ່ຍິງແຂວງບໍ່ແກ້ວ ໄດ້ລົງເຄື່ອນໄຫວຊຸກຍູ້-ຕິດຕາມວຽກງານຮອບດ້ານ ແລະ ຕິດພັນກັບການຊຸກຍູ້ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ IX ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວແຂວງບໍ່ແກ້ວ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.ໂດຍໃຫ້ກຽດເປັນປະທານ ທ່ານ ນາງ ຈັນປິງ ໂສລະທີ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ໃຫ້ກຽດກ່າວຕ້ອນຮັບໂດຍ ທ່ານ ນາງ ສີອຳໄພ ລໍຮຽມສິດ ກຳມະການພັກເມືອງປະທານສະຫະພັນແມ່ຍິງເມືອງຕົ້ນເຜິ້ງ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງ, ປະທານຮາກຖານ, ຫົວໜ້າໜ່ວຍສະຫະພັນແມ່ຍິງຫ້ອງການອ້ອມຂ້າງເມືອງ, ເຂົ້າຮ່ວມຢ່າງພ້ອມພຽງ.ໃນກອງປະຊຸມ ດັ່ງກ້າວ ທ່ານ ນາງ ສີອໍາໄພ ລໍຮຽມສິດ ໄດ້ລາຍງານການເຄື່ອນໄຫວວຽກງານຮອບດ້ານ ຂອງສະຫະພັນແມ່ຍິງເມືອງໂດຍຫຍໍ້ ແລະ ບັນດາຫົວໜ້າຂະແໜງຂອງສະຫະພັນແມ່ຍິງແຂວງ ໄດ້ນໍາສະເໜີວຽກງານຮອບດ້ານ, ພາລະບົດບາດ ສິດ ແລະ ໜ້າທີ, ວຽກງານຈຸດສຸມຂອງແຕ່ລະຂະແໜງເພື່ອຖອດບົດຮຽນນໍາສະຫະພັນແມ່ຍິງແຂວງ, ພ້ອມດຽວກັນນັ້ນ ທ່ານ ນາງ ຈັນສອນ ວົງຄໍາຈັນ ຮອງປະທານ ສະຫະພັນແມ່ຍິງແຂວງ ໄດ້ຜ່ານແຜນພັດທະນາ 5 ປີ (2026-2030),ຈາກນັ້ນ; ບັນດາຂະແໜງການທີ່ກ່ຽວຂ້ອງການມີການປະກອບຄຳເຫັນຕໍ່ວຽກງານໃນຂະແໜງຕົນເອງຮັບຜິດຊອບຢ່າງເປັນເຈົ້າການ ແລະ ສົນທະນາແລກປ່ຽນບົດຮຽນລະຫວ່າງແຂວງ ແລະ ເມືອງດ້ວຍບັນຍາກາດດີ.

ຕອນທ້າຍທ່ານປະທານ ກອງປະຊຸມໃຫ້ກຽດ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ IX ແລະ ມີຄຳເຫັນໂອລົມຕໍ່ກອງປະຊຸມ ທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງສະຫະພັນແມ່ຍິງ, ການສືກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງບັນດາເຜົ່າ, ເອົາໃຈໃສ່ຕໍ່ການຈັດຕັ້ງປະຕິບັດວຽກງານຂໍ້ແຂງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ, ຊຸກຍູ້ວຽກງານພັດທະນາແມ່ຍິງ ການສ້າງອາຊີບ, ການສ້າງເສດຖະກິດຄອບຄົວຕິດພັນກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນແຕ່ໄລຍະ, ໄປພ້ອມພ້ອມກັບການສົ່ງເສີ່ມມູນເຊື້ອທ່າແຮງຂອງແມ່ຍິງໃຫ້ແມ່ຍິງມີລາຍຮັບຂອງເອື້ອຍນ້ອງແມ່ຍິງທີ່ຍືນຍົງກ້າວໄປເຖິ່ງຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ; ເອົາໃຈໃສ່ໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ; ຊຸກຍູ້ເສີມຂະຫຍາຍບົດບາດຍິງ-ຊາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງມີຄວາມສາມັກຄີ, ຮັກແພງຊ່ວຍເຫຼືອເຊິງກັນແລະກັນ ພ້ອມກັນຈັດຕັ້ງປະຕິບັດວຽກງານຂອງສະຫະພັນແມ່ຍິງອັນມີຜົນສຳເລັດອັນໃໝ່ ແລະ ຍິ່ງໃຫຍ່ກ່ວາເກົ່າ..

ພາບ-ຂ່າວ: ສະຫະພັນແມ່ຍິງແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa