ຄະນະພັກຮາກຖານ ກະສິກຳ ແລະ ສິງແວດລ້ອມ ເມືອງຜາອຸດົມ ສຳເລັດກອງປະຊຸມໃຫ່ຍ ສະມາຊິກພັກ ຄັ້ງທີ I.

ກອງປະຊຸມໃຫ່ຍ ສະມາຊິກພັກ ຄັ້ງທີ I ຂອງຄະນະພັກຮາກຖານ ກະສິກໍາ ແລະ ສິງແວດລ້ອມ ເມືອງຜາອຸດົມ ໄດ້ໄຂຂື້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 11 ກັນຍາ 2026ນີ້ ຢູ່ທີສະໂມສອນຂອງເມືອງ ພາຍໃຕ້ການເປັນປະທານ ຂອງສະຫາຍ ບຸນຍີ ຈັນທະບຸດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ  ກະສິກຳ ແລະ ສິງແວດລ້ອມ ຫົວໜ້າຫ້ອງການກະສິກຳ ແລະ ສິງແວດລ້ອມເມືອງ ເປັນກຽດເຂົ້າຮ່ວມ ຂອງສະຫາຍ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ບົວເກດ ສືບໄຊຍາ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີເລຂາ-ຮອງເລຂາໜ່ວຍພັກພ້ອມດ້ວຍສະມາຊິກພັກສົມບູນ-ສຳຮອງ ແລະ ແຂກເຊີນຈາກໜ່ວຍພັກອ້ອມຂ້າງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ໄດ້ຜ່ານຮ່າງບົດລາຍງານການເມືອງການເມືອງທັງ 2 ພາກ ແລະ ທິດທາງແຜນການຕໍ່ໜ້າ, ຄະນະພັກຮາກຖານກະສິກຳ ແລະ ສິ່ງແວດລ້ອມເມືອງ ເປັນຮາກຖານໜຶ່ງທີ່ຂຶ້ນກັບອົງຄະນະພັກເມືອງ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ການເມືອງຢ່າງເຂັ້ມງວດ ພາຍໄດ້ກົດລະບຽບຂອງພັກ, ປະຕິບັດຕາມພາລະບົດບາດເປັນ ເສນາທິການໃຫ້ແກ່ອົງຄະນະພັກເມືອງ ທາງດ້ານວຽກງານວິຊາສະເພາະ ແມ່ນຂຶ້ນກັບສາຍຕັ້ງ-ສາຍຂວາງ, ມີ 3 ໜ່ວຍພັກທີ່ຂື້ນກັບ, ມີສະມາຊິກພັກທັງໝົດ 47 ສະຫາຍ, ຍິງ 13 ສະຫາຍ, ມີສໍາຮອງ 01 ສະຫາຍ, ຕະຫຼອດໄລຍະ 5 ປີ ຜ່ານມາ ຍາມໃດຄະນະພັກຮາກຖານກໍໄດ້ຖີ່ເອົາວຽກງານການເມືອງ-ແນວຄິດເປັນກົກ ໄດ້ເອົາໃຈໃສ່ຊຸກຍູ້ ສະມາຊິກພັກ, ພະນັກງານທຸກສະຫາຍ ເອົາໃຈໃສ່ເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ເວົ້າລວມເວົ້າສະເພາະ ແມ່ນທິດທາງແຜນການ, ລະບຽບການຕ່າງໆທີ່ຂັ້ນເທິງວາງອອກ ໃນແຕ່ລະໄລຍະ ມາເປັນແຜນອັນລະອຽດຂອງຄະນະພັກຮາກຖານເພື່ອຈັດຕັ້ງປະຕິບັດ, ພ້ອມດຽວກັນນັ້ນຄະນະ ພັກຮາກຖານ ໄດ້ເອົາໃຈໃສ່ສຶກສາອົບຮົມສະມາຊິກພັກແຕ່ລະສະຫາຍມີຄວາມສັດຊື່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ, ມີສະຕິລະວັງຕົວ, ເດັດດຽວຕ້ານທຸກກົນອຸບາຍທີ່ຫວັງທໍາລາຍມ້າງເພຂອງພວກສັດຕູ, ຕ້ານທຸກປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນພາຍໃນພັກ. ຈາກນັ້ນ ຄະນະພັກຮາກຖານ ຊຸດເກົ່າ ກໍ່ໄດ້ກ່າວລາຕຳແໜ່ງ ເຊິງກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ຜູ້ສະໝັກທັງໝົດ 7 ສະຫາຍ, ເລືອກເອົາ 5 ສະຫາຍ, ຜ່ານການດຳເນີນການປ່ອນບັດຕົວຈິງ ແລະ ກອງປະຊຸມຄັ້ງປະຖົມມະລຶກ ເລືອກເອົາ ສະຫາຍ ບຸນຍີ ຈັນທະບຸດ ເປັນເລຂາຄະນະພັກຮາກຖານ, ສະຫາຍ ດວງແກ້ວ ໄຊວົງກົດ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ສົມໄຊ ວັນນະຈອມຈັນ, ສະຫາຍ ອຳພອນ ຈະເລີນສຸກ, ສະຫາຍ ປັນແສງ ພົງສະຫວັນ ເປັນຄະນະຮາກຖານ ຊຸດໃໝ່, ເລືອກເອົາ ສະຫາຍ ດວງແກ້ວ ໄຊວົງກົດ ເປັນປະທານກວດກາຄະນະພັກຮາກຖານ ແລະ ສະຫາຍ ໝັ້ນທະວີ ສີໃສ ເປັນຮອງປະທານຄະນະຮາກຖານ ກະສິກຳ ແລະ ສິງແວດລ້ອມ ເມືອງ ຊຸດໃໝ່.

ກອງປະຊຸມໃຫ່ຍຄັ້ງນີ້ ຍັງໄດ້ຟັງການໂອ້ລົມ ຂອງສະຫາຍ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາຂອງສະມາຊິກພັກທີ່ຢູ່ໃນຄະນະພັກຮາກຖານໃນໄລຍະຜ່ານມາ ພ້ອມດຽວກັນນີ້ ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຮາກຖານຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂຄື: ໃຫ້ຮີບຮ້ອນຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ແຕ່ລະອົງການຈັດຕັ້ງ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຄະນະພັກ ໄດ້ນໍາໄປຈັດປະຕິບັດຕົວຈິງ ມີຜົນສໍາເລັດເປັນຮູບປະທຳ, ເຊີດຊູຄວາມຮັບຜິດຊອບການເມືອງໃຫ້ສູງ, ບໍ່ວ່າວຽກນັ້ນຈະນ້ອຍຈະໃຫຍ່, ຈະຊິນເຄີຍມາແລ້ວ ຫຼື ບໍ່ທັນເຄີຍ, ກໍ່ຕ້ອງທຸ້ມເທໝົດສະຕິປັນຍາ, ຄວາມຮູ້-ຄວາມສາມາດ ແລະ ເຫື່ອແຮງຂອງຕົນເພື່ອເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ຕັ້ງໜ້າຮຽນຮູ້ຍົກລະດັບຕົນເອງ, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ກຳແໜ້ນມະຕິຄໍາສັ່ງ ແລະ ແຜນການວາງອອກໃນແຕ່ລະໄລຍະ, ປະຕິບັດຢ່າງຖືກຕ້ອງຕາມຫຼັກການນໍາພາຂອງພັກ, ນັ້ນແມ່ນຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ມີທັດສະນະມະຫາຊົນຢ່າງຖືກຕ້ອງ ພ້ອມກັນຍາດໄດ້ຜົນງານ, ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ, ເຊີດຊູສະຕິ, ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ເຮັດໃຫ້ວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດໃຫ້ພັກ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ຂ່າວ-ພາບ: ພອນສະຫວັນ ມະນີສີ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa