









ເມື່ອບໍ່ດົນ ທີ່ຜ່ານມານິ້,ຄະນະສະຫະພັນແມ່ຍິງແຂວງບໍ່ແກ້ວ ໄດ້ລົງຊຸກຍູ້ ແລະ ຕິດຕາມວຽກງານຮອບດ້ານ ຕິດພັນກັບການຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ຢູ່ທີ່ສະໂມສອນເມືອງຫ້ວຍຊາຍ.ໂດຍການເປັນປະທານຂອງ ທ່ານ ນາງ ຈັນປິງ ໂສລະທີ, ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງບໍ່ແກ້ວ.ມີບັນດາຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ປະທານສະຫະພັນແມ່ຍິງຮາກຖານ ແລະ ຫົວໜ້າໜ່ວຍສະຫະພັນແມ່ຍິງ ຈາກບັນດາຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ທ່ານ ນາງ ຄຳມ່ວນ ພັນທຸອາມາດ, ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງຫ້ວຍຊາຍ. ໄດ້ລາຍງານຜົນຂອງການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານໂດຍຫຍໍ້ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ແລກປ່ຽນ ແລະ ປະກອບຄຳຄິດຄຳເຫັນ ລະຫວ່າງຂະແໜງການອ້ອມຂ້າງເມືອງ ເພື່ອຊອກຫາວິທີທາງໃນການປັບປຸງວຽກງານໃຫ້ມີປະສິດທິພາບ. ພ້ອມກັນນັ້ນ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ໄດ້ເຜີຍແຜ່ແຜນພັດທະນາແມ່ຍິງ 5 ປີ (2026-2030) ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ.
ທ່ານ ນາງ ຈັນປິງ ໂສລະທີ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງບໍ່ແກ້ວ.ໄດ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ພ້ອມທັງໃຫ້ທິດຊີ້ນຳ ແລະ ເນັ້ນໜັກບາງວຽກງານສະເພາະໃຫ້ສະຫະພັນແມ່ຍິງເມືອງ ນຳໄປຈັດຕັ້ງປະຕິບັດ ໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກແມ່ຍິງ ແລະ ແມ່ຍິງບັນດາເຜົ່າ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ; ຍຶດໝັ້ນ ແລະ ປະຕິບັດຕາມກົດໝາຍ, ກົດລະບຽບຂອງແມ່ຍິງລາວ ເຊັ່ນດຽວກັບມະຕິ, ຄຳສັ່ງຂອງພັກ-ລັດ ຢ່າງເຂັ້ມງວດ.ເອົາໃຈໃສ່ຕ້ານປະກົດການຫຍໍ້ທໍ້ໃນສະພາບບ້ານເມືອງ ໂດຍສະເພາະບັນຫາຢາເສບຕິດໂດຍການສຶກສາອົບຮົມລູກຫຼານໃຫ້ຮູ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ. ເອົາໃຈໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍຢ່າງທົ່ວເຖິງ. ສືບຕໍ່ໃຫ້ສະຫະພັນແມ່ຍິງເມືອງ ເພີ່ມທະວີຄວາມຮັບຜິດຊອບໃນການລົງໃກ້ຊິດຕິດແທດຂັ້ນບ້ານ ເພື່ອຊຸກຍູ້ການພັດທະນາຄອບຄົວ ແລະ ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ກໍຄືຜົນສຳເລັດຂອງກອງປະຊຸມສະຫະພັນແມ່ຍິງແຂວງບໍ່ແກ້ວ ໃຫ້ປະກົດຜົນເປັນຮູບປະທຳ ແລະ ມີຜົນສຳເລັດເປັນກ້າວໆ.
ກວດແກ້ຂ່າວໂດຍ: ເງິນຫຼົງ ຈິດພູວົງ.
ຂ່າວ: ນາງ ສົມສຸດາ ຄຳມຸງຄຸນ ແມ່ຍິງແຂວງບໍ່ແກ້ວ