
ເພື່ອປ້ອງກັນບັນຫານິ້ບໍ່ໃຫ້ເກີດຂຶ້ນ, ຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງ ຈຳເປັນຕ້ອງໄດ້ປະສານສົມທົບກັນແກ້ໄຂຢ່າງເຂັ້ມງວດ ແລະ ເປັນລະບົບ ຕັ້ງແຕ່ຕົ້ນປີຮຽນ.ສາເຫດຕົ້ນຕົ້ນຂອງບັນຫາປັດໄຈທາງສັງຄົມ ແລະ ໝູ່ຄູ່: ການໂຮມກຸ່ມຢູ່ຕາມຮ້ານເກມ ຫຼື ບ່ອນລີ້ຊ່ອນ ເພາະຖືກໝູ່ຄູ່ຊັກຊວນ.ບາງນ້ອງອາດເບື່ອວິຊາຮຽນ, ບໍ່ເຂົ້າໃຈເນື້ອຫາ ຫຼື ເກີດຄວາມຄຽດຈາກການຮຽນ.ຂາດການຕິດຕາມປະສານງານລະຫວ່າງ ໂຮງຮຽນ ແລະ ຄອບຄົວ ຍັງບໍ່ທັນວ່ອງໄວ ເຮັດໃຫ້ນັກຮຽນໃຊ້ຊ່ອງຫວ່າງນີ້ໃນການຕັດສິນໃຈບໍ່ຫ້ອງຮຽນ.
ແນວທາງການແກ້ໄຂຮ່ວມກັນ ຕັ້ງແຕ່ຕົ້ນປີຮຽນ,ບັນດາຄູ-ອາຈານ ແລະ ໂຮງຮຽນຕ້ອງຕິດຕາມການມາຮຽນຢ່າງເຂັ້ມງວດ ມີການກວດກາລາຍຊື່ນັກຮຽນໃນທຸກໆຊົ່ວໂມງໍຮຽນ. ຫາກພົບວ່ານັກຮຽນມາຮອດໂຮງຮຽນແຕ່ບໍ່ເຂົ້າຫ້ອງ ຕ້ອງແຈ້ງໃຫ້ຄູປະຈຳຫ້ອງ ຫຼື ຝ່າຍຜູ້ປົກຄອງຊາບທັນທີ. ສ້າງກຸ່ມການຕິດຕໍ່ (ເຊັ່ນ: WhatsApp/LINE ) ເພື່ອແຈ້ງໃຫ້ຜູ້ປົກຄອງຊາບທັນທີໃນມື້ທີ່ນັກຮຽນຂາດຮຽນໂດຍບໍ່ມີເຫດຜົນ. ຄູຊ່ວຍສ້າງກິດຈະກຳການຮຽນທີ່ໜ້າສົນໃຈ, ບໍ່ກົດດັນນັກຮຽນເກີນໄປ ແລະ ໃຫ້ການຊ່ວຍເຫຼືອເດັກທີ່ມີບັນຫາຮຽນບໍ່ທັນໝູ່. ເພີ່ມການກວດກາຕາມຈຸດອັບຄົນ, ຮົ້ວໂຮງຮຽນ ຫຼື ຮ້ານຄ້າໃກ້ຄຽງ ເພື່ອປ້ອງກັນບໍ່ໃຫ້ນັກຮຽນລັກອອກ ຫຼື ລີ້ຊ່ອນ.ສ່ວນ ພໍ່ແມ່ ແລະ ຜູ້ປົກຄອງ ຕ້ອງຕິດຕາມການໄປໂຮງຮຽນຂອງລູກໃຫ້ແນ່ໃຈວ່າລູກໄປຮອດ ໂຮງຮຽນ ແລະ ເຂົ້າຫ້ອງຮຽນແທ້. ຄວນໂອ້ລົມກັບລູກກ່ຽວກັບຄວາມຫຍຸ້ງຍາກໃນການຮຽນ ຫຼື ບັນຫາເລື່ອງໝູ່ຄູ່ ໂດຍບໍ່ໃຊ້ຄວາມຮຸນແຮງ ຫຼື ຮູບການຮ່າຍດ່າທໍ.
ຜູ້ປົກຄອງຕ້ອງ ເຂົ້າຮ່ວມການປະຊຸມຕັ້ງແຕ່ຕົ້ນປີ ຮ່ວກັບໂຮງຮຽນ ເພື່ອຮັບຊາບກົດລະບຽບ, ເກນການຕັດຄະແນນ ແລະ ເກນການໝົດສິດເສັງຢ່າງຈະແຈ້ງ. ໃຫ້ຜູ້ປົກຄອງ ແລະ ນັກຮຽນຮັບຊາບກົດລະບຽບການຂາດຮຽນ ແລະ ຜົນທີ່ຈະຕາມມາຢ່າງຈະແຈ້ງ. ຫາກພົບວ່ານັກຮຽນເລີ່ມມີພຶດຕິກຳຂາດຮຽນ 1-2 ຄັ້ງ, ຄູ ແລະ ຜູ້ປົກຄອງຕ້ອງປຶກສາ ແລະ ເຮັດບົດບັນທຶກຕັກເຕືອນທັນທີ ໂດຍບໍ່ປ່ອຍໃຫ້ຮອດກາງປີ ຫຼື ທ້າຍປີ.ການແກ້ໄຂບັນຫານີ້ບໍ່ສາມາດອາໄສຝ່າຍໃດຝ່າຍໜຶ່ງໄດ້. ການປ້ອງກັນ ແລະ ແກ້ໄຂຕັ້ງແຕ່ຕົ້ນປີຮຽນ ຜ່ານການສື່ສານທີ່ວ່ອງໄວ ແລະ ຄວາມເຂົ້າໃຈ ຈະຊ່ວຍໃຫ້ນັກຮຽນປ່ຽນແປງພຶດຕິກຳ, ມີສິດເສັງຕາມປະຕິທິນ ແລະ ສາມາດຮຽນຈົບຊັ້ນຢ່າງມີຄຸນນະພາບ.
ຂ່າວໂດຍ: ເງິນຫລົງ ຈິດພູວົງ