ບັນຫານັກຮຽນມາຮອດໂຮງຮຽນແລ້ວ ແຕ່ບໍ່ຂຶ້ນຫ້ອງຮຽນ ຖືເປັນໜຶ່ງໃນສາເຫດຕົ້ນໆ ທີ່ນຳໄປສູ່ການຖືກ ຕັດຄະແນນ ບໍ່ມີສິດເສັງ ເເລະ ສຸດທ້າຍຕ້ອງອອກໂຮງຮຽນກາງປີ.
ເພື່ອປ້ອງກັນບັນຫານິ້ບໍ່ໃຫ້ເກີດຂຶ້ນ, ຄູ-ອາຈານ ແລະ ພໍ່ແມ່ຜູ້ປົກຄອງ ຈຳເປັນຕ້ອງໄດ້ປະສານສົມທົບກັນແກ້ໄຂຢ່າງເຂັ້ມງວດ ແລະ ເປັນລະບົບ ຕັ້ງແຕ່ຕົ້ນປີຮຽນ.ສາເຫດຕົ້ນຕົ້ນຂອງບັນຫາປັດໄຈທາງສັງຄົມ ແລະ ໝູ່ຄູ່: ການໂຮມກຸ່ມຢູ່ຕາມຮ້ານເກມ ຫຼື ບ່ອນລີ້ຊ່ອນ ເພາະຖືກໝູ່ຄູ່ຊັກຊວນ.ບາງນ້ອງອາດເບື່ອວິຊາຮຽນ, ບໍ່ເຂົ້າໃຈເນື້ອຫາ ...