

ພະແນກສາທາລະນະສຸກແຂວງບໍ່ແກ້ວ ໄດ້ກຳນົດ ແລະ ວາງທິດທາງຄາດໝາຍສູ້ຊົນໃນການພັດທະນາວຽກງານສາທາລະນະສຸກຢ່າງຮອບດ້ານ ໃນ 6 ເດືອນທ້າຍປີ 2026, ເພື່ອແນໃສ່ຍົກສູງຄຸນນະພາບການບໍລິການປິ່ນປົວ ແລະ ປ້ອງກັນສຸຂະພາບຂອງປະຊາຊົນພາຍໃນແຂວງໃຫ້ດີຂຶ້ນເລື້ອຍໆ.ໄດ້ເນັ້ນໃສ່ 5 ຄາດໝາຍສູ້ຊົນຕົ້ນຕໍ ດັ່ງນິ້, ຈະເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດວຽກງານສາທາລະນະສຸກແບບຮອບດ້ານທີ່ໄດ້ກຳນົດໄວ້ໃນ 7 ແຜນງານໃຫຍ່, ໂດຍສຸມໃສ່ການບໍລິການ, ຍົກສູງຄຸນນະພາບ ແລະ ມາດຕະຖານການບໍລິການໃຫ້ດີຂຶ້ນເລື້ອຍໆ ຕາມທິດຊີ້ນຳ ແລະ ນະໂຍບາຍ “5 ດີ 1 ພໍໃຈ”ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຄວາມເພິ່ງພໍໃຈໃຫ້ແກ່ຜູ້ມາໃຊ້ບໍລິການ.ເອົາໃຈໃສ່ຢ່າງໃກ້ຊິດໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ 19 ພະຍາດ ທີ່ຢູ່ໃນກຸ່ມເຝົ້າລະວັງ, ໂດຍບໍ່ໃຫ້ມີການລະບາດຮ້າຍແຮງ ຫຼື ແຜ່ລາມໃນວົງແຄບ. ພ້ອມທັງເນັ້ນການໂຄສະນາສຸຂະສຶກສາ, ໃຫ້ຂໍ້ມູນຄວາມຮູ້ແກ່ປະຊາຊົນໃນທຸກຮູບແບບຢ່າງທົ່ວເຖິງ ເພື່ອໃຫ້ສັງຄົມມີຄວາມຕື່ນຕົວໃນການປ້ອງກັນຕົນເອງ. ສືບຕໍ່ຈັດຕັ້ງປະຕິບັດວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ ຢ່າງແຂງແຮງ, ໂດຍເນັ້ນໃສ່ວຽກງານແບບເຊື່ອມສານ ແລະ ການລົງສັກຢາກັນພະຍາດໃຫ້ແກ່ປະຊາຊົນ ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ, ເພື່ອເລັ່ງໃສ່ບັນລຸບັນດາຕົວຊີ້ບອກດ້ານສາທາລະນະສຸກທີ່ຍັງບໍ່ທັນບັນລຸໃຫ້ໄດ້ຕາມຄາດໝາຍ. ສືບຕໍ່ຍົກລະດັບ ແລະ ພັດທະນາບຸກຄະລາກອນການແພດ, ສ້າງຄວາມເຂັ້ມແຂງດ້ານວິຊາສະເພາະ ໃຫ້ແກ່ແພດໝໍ ແລະ ພະນັກງານສາທາລະນະສຸກທົ່ວແຂວງ ເພື່ອໃຫ້ມີຄວາມຮູ້, ຄວາມສາມາດ ແລະ ທັກສະທີ່ທັນສະໄໝໃນການປະຕິບັດໜ້າທີ່ຕົວຈິງ ແລະ ໃນໄລຍະປີ 2026-2027 ນິ້, ທາງພະແນກສາທາລະນະສຸກແຂວງບໍ່ແກ້ວ ໄດ້ຮັບການສະໜັບສະໜູນງົບປະມານໂດຍກົງຈາກ ໂຄງການ LAO/035 ໃນການປັບປຸງ, ສ້ອມແປງ ແລະ ຟື້ນຟູໂຄງລ່າງສະຖານທີ່ບໍລິການ ໂດຍສະເພາະແມ່ນການບູລະນະໂຮງໝໍແຂວງ, ໂຮງໝໍຊຸມຊົນ, ຫ້ອງປາດທະຍາ (ຫ້ອງ ICU/ສຸກເສີນ) ແລະ ຫ້ອງຜ່າຕັດ ໃຫ້ມີຄວາມທັນສະໄໝ ແລະ ພ້ອມໃຊ້ງານ, ລວມມູນຄ່າການຊ່ວຍເຫຼືອທັງໝົດ 2.260.000 ເອີໂຣ (ສອງລ້ານສອງແສນຫົກສິບພັນເອີໂຣ).ການກຳນົດຄາດໝາຍສູ້ຊົນໃນຄັ້ງນິ້, ຖືເປັນບາດກ້າວອັນສຳຄັນຂອງຂະແໜງສາທາລະນະສຸກແຂວງບໍ່ແກ້ວ ໃນການຫັນປ່ຽນການບໍລິການແພດໝໍໃຫ້ມີຄຸນນະພາບ, ສະໜອງອຸປະກອນ ແລະ ພື້ນຖານໂຄງລ່າງທີ່ຄົບຊຸດ, ເພື່ອຮັບປະກັນໃຫ້ປະຊາຊົນບັນດາເຜົ່າໄດ້ເຂົ້າເຖິງການບໍລິການສາທາລະນະສຸກທີ່ມີມາດຕະຖານ, ປອດໄພ ແລະ ທົ່ວເຖິງ.
ຂ່າວ:ເງິນຫຼົງ ຈິດພູວົງ.