






ພິທີມອບ-ຮັບໜ້າທີ່ວຽກງານຂອງຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວເມືອງປາກທາ ລະຫວ່າງຜູ້ເກົ່າກັບຜູ້ໃໝ່ ໄດ້ຈັດຂື້ນ ວັນທີ 14 ກັນຍາ 2026 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ເປັນກຽດເຂົ້າຮ່ວມ ຂອງທ່ານ ບຸນພັດ ສີສົມບັດ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານຄະນະຫ້ອງການທີ່ກ່ຽວຂ້ອງ, ຕາງໜ້າ ຄະນະກວດກາພັກ-ລັດ ແລະ ພະນັກງານຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວເຂົ້າຮ່ວມ.
ການມອບ-ຮັບໜ້າທີ່ວຽກງານໃນຄັ້ງນີ້, ທ່ານ ບຸນປະສິດ ຈັນທອງໃສ ກຳມະການພັກເມືອງ ຫົວໜ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຜ່ານບົດບັນທຶກການມອບ ໜ້າທີ່ວຽກງານພ້ອມທັງອຸປະກອນຮັບໃຊ້ ເຊິ່ງປະກອບມີ ວຽກງານເອກະສານ, ອຸປະກອນ ແລະ ເຄື່ອງຮັບໃຊ້ຫ້ອງການ ແລະ ວຽກງານທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ,ຈາກນັ້ນ ກໍ່ໄດ້ມີການເຊັນບົດບັນທຶກຮ່ວມກັນ ລະຫວ່າງທ່ານ ບຸນປະສິດ ຈັນທອງໃສ ກຳມະການພັກເມືອງ ຫົວໜ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ຜູ້ເກົ່າ ກັບທ່ານ ອ່ອນແກ້ວ ທຳມະແສງ ຫົວໜ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ຜູ້ໃໝ່.
ຕອນທ້າຍພິທີ ທ່ານ ບຸນພັດ ສີສົມບັດ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ ໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນສຳເລັດໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາຢ່າງສຸດໃຈ ພ້ອມທັງເນັ້ນໜັກບາງບັນຫາສຳຄັນເປັນຕົ້ນ: ສືບຕໍ່ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຍົກສູງສະຕິໃນການປະຕິບັດກົດໝາຍ ຕິດພັນກັບການເຕົ້າໂຮມຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ, ເອົາໃຈໃສ່ໃນການປັບປຸງແບບແຜນວິທີເຮັດວຽກຂອງຕົນໃຫ້ແທດເໜາະກັບສະພາບກົມກອງ, ເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດມະຕິ, ຄຳສັ່ງ ຕະຫຼອດຮອດພາລະບົດບາດ, ສິດໜ້າຂອງຫ້ອງການທີ່ໄດ້ກຳນົດໄວ້ ແລະ ເອົາໃຈໃສ່ປະຕິບັດວຽກງານຂອງຫ້ອງການໃຫ້ບັນລຸຕາມລະດັບຄາດໝາຍ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກ ງານມີຜົນສຳເລັດເປັນກ້າວໆ.
ພາບ-ຂ່າວ: ວັນະເດດ