ສະຫະພັນແມ່ຍິງແຂວງບໍ່ແກ້ວ ລົງຊຸກຍູ້-ຕິດຕາມວຽກງານຮອບດ້ານ ຢູ່ເມືອງຫ້ວຍຊາຍ .
ເມື່ອບໍ່ດົນ ທີ່ຜ່ານມານິ້,ຄະນະສະຫະພັນແມ່ຍິງແຂວງບໍ່ແກ້ວ ໄດ້ລົງຊຸກຍູ້ ແລະ ຕິດຕາມວຽກງານຮອບດ້ານ ຕິດພັນກັບການຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ຢູ່ທີ່ສະໂມສອນເມືອງຫ້ວຍຊາຍ.ໂດຍການເປັນປະທານຂອງ ທ່ານ ນາງ ຈັນປິງ ໂສລະທີ, ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງບໍ່ແກ້ວ.ມີບັນດາຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ...