ຂ່າວ: ທ່ານ ນາງ ຈັນປິງ ໂສລະທີ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ພ້ອມດ້ວຍຄະນະ, ລົງຊຸກຍູ້-ຕິດຕາມວຽກງານຮອບດ້ານ, ຕິດພັນການຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ IX.
ໃນວັນທີ 3 ກັນຍາ 2026 ທີ່ຜ່ານມາທີ່ຫ້ອງປະຊຸມຫ້ອງວ່າການເມືອງຕົ້ນເຜິ້ງ, ຄະນະສະຫະພັນແມ່ຍິງແຂວງບໍ່ແກ້ວ ໄດ້ລົງເຄື່ອນໄຫວຊຸກຍູ້-ຕິດຕາມວຽກງານຮອບດ້ານ ແລະ ຕິດພັນກັບການຊຸກຍູ້ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ IX ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວແຂວງບໍ່ແກ້ວ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.ໂດຍໃຫ້ກຽດເປັນປະທານ ທ່ານ ...