ຊາວສວນຢາງພາລາ ຢູ່ແຂວງບໍ່ແກ້ວ ຂຸ້ນຂຽວເກັບກູ້ຜົນຜະລິດ, ປີນີ້ນ້ຳຢາງລາຄາດີ ສ້າງລາຍຮັບສູງ.

 

ປະຊາຊົນບັນດາເຜົ່າ ແຂວງບໍ່ແກ້ວ ຜູ້ທີ່ມີເງື່ອນໄຂ ແລະ ເຮັດອາຊີບປູກຢາງພາລາ ພາຍໃນແຂວງບໍ່ແກ້ວ ແມ່ນພວມສຸມໃສ່ຂຸ້ນຂຽວເກັບກູ້ຜົນຜະລິດ (ຂີດຢາງ) ຢ່າງເປັນຂະບວນຟົດຟື້ນ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ. ເຖິງຢ່າງໃດກໍຕາມ, ການເກັບກູ້ຜົນຜະລິດໃນໄລຍະນີ້ ແມ່ນຍັງພົບອຸປະສັກທາງດ້ານສະພາບດິນຟ້າອາກາດ, ເພາະການຂີດຢາງແມ່ນຂຶ້ນກັບທຳມະຊາດເປັນຫຼັກ:ໃນມື້ທີ່ມີແສງແດດດີ ຊາວສວນແມ່ນສາມາດເກັບກູ້ນ້ຳຢາງໄດ້ເຕັມເມັດເຕັມໜ່ວຍ ແລະ ໄດ້ປະລິມານຫຼາຍ.ໃນມື້ທີ່ມີຝົນຕົກ ຈະບໍ່ສາມາດຂີດຢາງໄດ້ ເຮັດໃຫ້ເສຍເວລາ ແລະ ເສຍໂອກາດໃນການເກັບກູ້ຜົນຜະລິດໄປລ້າໆ.

ປີນີ້ ແມ່ນມີລາຄາຊື້-ຂາຍ ທີ່ມີທ່າອ່ຽງດີຂຶ້ນຢ່າງຈະແຈ້ງ,ໂດຍລາຄານ້ຳຢາງພາລາໃນປັດຈຸບັນ ແມ່ນສູງ ປະຊາຊົນໄດ້ນໍາເອົາຜົນຜະລິດຈາກສວນເປັນຖ້ວຍມາຂາຍໃຫ້ບັນດາໂຮງງານ ຫລື ຜູ້ມາເກັບຊື້ຕ່າງໆ ໂດຍສະເລຍລາຄາ 1 ກິໂລ 18.000-19.000 ກີບ/ກິໂລກຣາມ ຫຼື ຫຼາຍກວ່ານັ້ນ (ຂຶ້ນກັບຄຸນນະພາບ ແລະ ກົນໄກຕະຫຼາດ ແລະ ສະຖານທີ່).ລາຄາດັ່ງກ່າວ ໄດ້ກາຍເປັນແຮງຈູງໃຈ ແລະ ສ້າງຄວາມດີອົກດີໃຈໃຫ້ແກ່ຊາວສວນຢາງພາລາ ເພາະສາມາດຊ່ວຍສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ທ່າມກາງສະພາບເສດຖະກິດໃນປັດຈຸບັນ.

ປີ 2025 ນິ້.ທົ່ວແຂວງບໍ່ແກ້ວ ມີເນື້ອທີ່ປູກຢາງພາລາທີຂີດເອົານໍ້າຢາງແລ້ວ 25.220 ເຮັດຕາ.ຜົນຜະລິດນໍ້າຍາງແມ່ນໄດ້ນໍາມາຂາຍໃຫ້ບັນດາ ບໍລິສັດນໍາເຂົ້າ ແລະ ສົ່ງອອກ  ບໍລິສັດ ຈິງເສີນ ຢາງພາລາ ຈໍາກັດ ,ໂຮງງານ ຍາງພາລາ ລາວ-ຈີນ ເຊີນຊິງ ຈໍາກັດຜູ້ດຽວ, ບໍລິສັດ ຈາຟົງບໍໍ່ແກ້ວພັດທະນາກະສິກໍາແຂວງບໍໍ່ແກ້ວ, ບໍລິສັດ ຄອມໂພດຢອິ ຈໍາກັດຜູ້ດຽວແລະ ບໍລິສັດອື່ນໆ.

ໂດຍ: ເງິນຫຼົງ ຈິດພູວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa