ຊາວສວນຢາງພາລາ ຢູ່ແຂວງບໍ່ແກ້ວ ຂຸ້ນຂຽວເກັບກູ້ຜົນຜະລິດ, ປີນີ້ນ້ຳຢາງລາຄາດີ ສ້າງລາຍຮັບສູງ.
ປະຊາຊົນບັນດາເຜົ່າ ແຂວງບໍ່ແກ້ວ ຜູ້ທີ່ມີເງື່ອນໄຂ ແລະ ເຮັດອາຊີບປູກຢາງພາລາ ພາຍໃນແຂວງບໍ່ແກ້ວ ແມ່ນພວມສຸມໃສ່ຂຸ້ນຂຽວເກັບກູ້ຜົນຜະລິດ (ຂີດຢາງ) ຢ່າງເປັນຂະບວນຟົດຟື້ນ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ. ເຖິງຢ່າງໃດກໍຕາມ, ການເກັບກູ້ຜົນຜະລິດໃນໄລຍະນີ້ ແມ່ນຍັງພົບອຸປະສັກທາງດ້ານສະພາບດິນຟ້າອາກາດ, ເພາະການຂີດຢາງແມ່ນຂຶ້ນກັບທຳມະຊາດເປັນຫຼັກ:ໃນມື້ທີ່ມີແສງແດດດີ ...