ສານປະຊາຊົນແຂວງບໍ່ແກ້ວ ໄດ້ຕັດສິນປະຫານຊີວິດ ຈຳເລີຍ 4 ຄົນ ຂໍ້ຫາຄ້າຂາຍຢາເສບຕິດ.

ໃນ​ຕອນເຊົ້າຂອງ ວັນ​ທີ 8 ກັນຍາ 2026, ເວລາ 10 ໂມງ 00 ນາທີ ຢູ່​ທີ່​ຫ້ອງ​ປະຊຸມ​ສານ ​ຂອງ​ສານ​ປະຊາຊົນ​​ແຂວງບໍ່​ແກ້ວ ຄະນະສານອາຍາ ຂັ້ນຕົ້ນ ຂອງສານປະຊາຊົນແຂວງບໍ່ແກ້ວ ໄດ້ເປີດປະຊຸມສານ ຂຶ້ນບັນລັງ ນຳເອົາ ສຳນວນຄະດີອາຍາ ອອກມາພິຈາລະນາຕັດສິນ 3 ເລື່ອງ ລວມມີ ຈຳເລີຍ 4 ຄົນ ຄື:

ຄະດີ​ອາຍາ ​ເລກທີ 197/ຂຕ.ອ, ລົງ​ວັນ​ທີ 2 ກໍລະກົດ 2026.

ທ້າວ ກົວສຽງ (ຈໍາເລີຍ) ມີຄວາມຜິດ ຂໍ້ຫາຄ້າຂາຍຢາເສບຕິດ (ປະເພດ ຢາບ້າ, ຢາໄອສ໌, ຢາອີ ແລະ ເຄຕາມິນ) ຂອງກາງຢາ​ບ້າ ຈໍານວນ ສິບຫົກ (16) ເມັດ ມີນໍ້າໜັກ 1,5 (ໜຶ່ງຈຸດຫ້າ) ກຣາມ, ຢາໄອສ໌ ຈໍານວນ ໜຶ່ງ (1) ຖົງນ້ອຍ ມີນໍ້າໜັກ ສິບເກົ້າ (19) ກຣາມ, ຄໍລາເຈ້ນ (ເຄຕາມິນ, ຢາອີ) ທັງໝົດຈໍານວນ ໜຶ່ງຮ້ອຍເກົ້າສິບສາມ (193) ຊອງ ມີນໍ້າໜັກ ຫ້າພັນສີ່ຮ້ອຍເຈັດສິບ (5,470) ກຣາມ, ລວມນໍ້າໜັກທັງໝົດ ຫ້າພັນແປດຮ້ອຍຊາວສອງຈຸດຫ້າ (5,822,5) ກຣາມ.

ຄະດີອາຍາ ​ເລກທີ 222/ຂຕ.ອ, ລົງ​ວັນ​ທີ 27 ກໍລະກົດ 2026.

ທ້າວ ທໍ່ ວື ຫຼື ເມັງ ວື (ຈໍາເລີຍ1) ແລະ ທ້າວ ວີ ຈະ (ຈໍາເລີຍ2) ມີຄວາມຜິດ ຂໍ້ຫາ ຂົນສົ່ງຢາເສບຕິ (ປະເພດ ຢາບ້າ ); ຈໍານວນ 900 ມັດ,  ມີນໍ້າໜັກ 180 ກິ​ໂລກຣາມ.

ຄະດີອາຍາ ເລກທີ 235/ຂຕ.ອ, ລົງວັນທີ 3 ສິງ​ຫາ 2026.

ທ້າວ ຊຸນ​ບິນ (ຈຳ​ເລີຍ) ມີ​ຄວາມ​ຜິດ​ ​ຂໍ້​ຫາ ຂົນ​ສົ່ງ​ຢາ​ເສບ​ຕິດ (ຢາ​ບ້າ, ຢາໄອສ໌ ແລະ ເຄ​ຕາ​ມິນ); ຂອງກາງ​ຢາ​ບ້າ ຈຳ​ນວນ ຫົກ (6) ແພັກ ເທົ່າ​ກັບ ສິບ​ແປດ (18) ມັດ ມີ​ນ້ຳ​ໜັກ ສາມ​ພັນ​ຫົກ​ຮ້ອຍ (3,600) ກ​ຣາມ, ​ຢາ​ໄອ​ສ໌​ ຈຳ​ນວນ ສອງ (2) ຫໍ່ ມີ​ນ້ຳ​ໜັກ ສອງ​ພັນ (2,000) ກ​ຣາມ ແລະ ເຄ​ຕາ​ມິນ ຈຳ​ນວນ ສອງ (2) ຊອງ ມີ​ນ້ຳ​ໜັກ ໜຶ່ງ​ຮ້ອຍ (100) ກ​ຣາມ.

ເຊີ່ງຄະນະສານອາຍາຂັ້ນຕົ້ນ ຂອງສານປະຊາຊົນແຂວງບໍ່ແກ້ວ ໄດ້ຄົ້ນຄວ້າບັນດາເອກະສານ ທີ່ເປັນຂໍ້ມູນຫຼັກຖານ ຢູ່ໃນສຳນວນຄະດີ, ຄຳສັ່ງຟ້ອງຂອງຫົວໜ້າອົງການໄອຍະການປະຊາຊົນແຂວງບໍ່ແກ້ວ, ແລະ ການຮັບສາລະພາບຂອງ ພວກຈຳເລີຍ ຕາມຄຳໃຫ້ການເບື້ອງຕົ້ນ ແລະ ໃນທີ່ປະຊຸມສານ ພ້ອມທັງຮັບຟັງ ການຖະແຫຼງຈຳແນກການກະທຳຄວາມຜິດຕໍ່ ພວກຈຳເລີຍ ຂອງຫົວໜ້າອົງການໄອຍະການປະຊາຊົນແຂວງ ໃນທີ່ປະຊຸມສານ ຢ່າງລະອຽດທີ່ຖ້ວນແລ້ວ.ດັ່ງນັ້ນ ສານໃນນາມ ສາທາລະນະລັດ ປະຊາທິປະໄດ ປະຊາຊົນລາວ ຈຶ່ງໄດ້ຕັດສິນຄະດີທັງສາມເລື່ອງນີ້ຕໍ່ໜ້າປະຊາຊົນ ເປັນຂັ້ນຕົ້ນ ໂດຍຊ້ອງໜ້າ ໂຈດ, ທະນາຍຄວາມ ແລະ ພວກຈໍາເລີຍ.

ຄະດີທີ1: ບອກວ່າ: ທ້າວ ກົວສຽງ (ຈໍາເລີຍ) ມີຄວາມຜິດທາງອາຍາໃນສະຖານ ຄະຣຸໂທດ ໃນຂໍ້ກ່າວຫາ ຄ້າຂາຍຢາເສບຕິດ (ປະເພດ ຢາບ້າ, ຢາໄອສ໌, ຢາອີ ແລະ ເຄຕາມິນ);  ລົງໂທດ ທ້າວ ກົວສຽງ (ຈໍາເລີຍ) ຄື: ປະຫານຊີວິດ;

ຄະດີທີ1: ໄດ້ຕັດສິນ ບອກ​ວ່າ: ທ້າວ ທໍ່ ວື ຫຼື ເມັງ ວື (ຈໍາເລີຍ1) ແລະ ທ້າວ ວີ ຈະ (ຈໍາເລີຍ2) ມີຄວາມຜິດທາງອາຍາ ສະຖານ ຄະຣຸໂທດ ໃນຂໍ້ກ່າວຫາ ຂົນສົ່ງຢາເສບຕິດ (ປະເພດຢາບ້າ );  ລົງ​ໂທດ ທ້າວ ທໍ່ ວື ຫຼື ເມັງ ວື (ຈໍາເລີຍ1) ແລະ ທ້າວ ວີ ຈະ (ຈໍາເລີຍ2) ຄື: ປະຫານຊີວິດ;

ຄະດີທີ3: ໄດ້ຕັດສິນ ບອກວ່າ: ທ້າວ ຊຸນ​ບິນ (ຈຳ​ເລີຍ) ມີ​ຄວາມ​ຜິດ​ໃນ​ສະ​ຖານ ຄະ​ຣຸ​ໂທດ ໃນ​ຂໍ້​ຫາ ຂົນ​ສົ່ງ​ຢາ​ເສບ​ຕິດ (ຢາ​ບ້າ, ຢາໄອສ໌ ແລະ ເຄ​ຕາ​ມິນ); ລົງ​ໂທດ ທ້າວ ຊຸນ​ບິນ (ຈຳ​ເລີຍ) ຄື: ປະ​ຫານ​ຊີ​ວິດ​;

ກອງປະຊຸມສານໄດ້ປິດລົງໃນເວລາ 11 ໂມງ 47 ນາທີ.

ພາບ-ຂ່າວ: ສານປະຊາຊົນແຂວງບໍ່ແກ້ວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa