
ໃນຕອນເຊົ້າຂອງ ວັນທີ 8 ກັນຍາ 2026, ເວລາ 10 ໂມງ 00 ນາທີ ຢູ່ທີ່ຫ້ອງປະຊຸມສານ ຂອງສານປະຊາຊົນແຂວງບໍ່ແກ້ວ ຄະນະສານອາຍາ ຂັ້ນຕົ້ນ ຂອງສານປະຊາຊົນແຂວງບໍ່ແກ້ວ ໄດ້ເປີດປະຊຸມສານ ຂຶ້ນບັນລັງ ນຳເອົາ ສຳນວນຄະດີອາຍາ ອອກມາພິຈາລະນາຕັດສິນ 3 ເລື່ອງ ລວມມີ ຈຳເລີຍ 4 ຄົນ ຄື:
ຄະດີອາຍາ ເລກທີ 197/ຂຕ.ອ, ລົງວັນທີ 2 ກໍລະກົດ 2026.
ທ້າວ ກົວສຽງ (ຈໍາເລີຍ) ມີຄວາມຜິດ ຂໍ້ຫາຄ້າຂາຍຢາເສບຕິດ (ປະເພດ ຢາບ້າ, ຢາໄອສ໌, ຢາອີ ແລະ ເຄຕາມິນ) ຂອງກາງຢາບ້າ ຈໍານວນ ສິບຫົກ (16) ເມັດ ມີນໍ້າໜັກ 1,5 (ໜຶ່ງຈຸດຫ້າ) ກຣາມ, ຢາໄອສ໌ ຈໍານວນ ໜຶ່ງ (1) ຖົງນ້ອຍ ມີນໍ້າໜັກ ສິບເກົ້າ (19) ກຣາມ, ຄໍລາເຈ້ນ (ເຄຕາມິນ, ຢາອີ) ທັງໝົດຈໍານວນ ໜຶ່ງຮ້ອຍເກົ້າສິບສາມ (193) ຊອງ ມີນໍ້າໜັກ ຫ້າພັນສີ່ຮ້ອຍເຈັດສິບ (5,470) ກຣາມ, ລວມນໍ້າໜັກທັງໝົດ ຫ້າພັນແປດຮ້ອຍຊາວສອງຈຸດຫ້າ (5,822,5) ກຣາມ.
ຄະດີອາຍາ ເລກທີ 222/ຂຕ.ອ, ລົງວັນທີ 27 ກໍລະກົດ 2026.
ທ້າວ ທໍ່ ວື ຫຼື ເມັງ ວື (ຈໍາເລີຍ1) ແລະ ທ້າວ ວີ ຈະ (ຈໍາເລີຍ2) ມີຄວາມຜິດ ຂໍ້ຫາ ຂົນສົ່ງຢາເສບຕິ (ປະເພດ ຢາບ້າ ); ຈໍານວນ 900 ມັດ, ມີນໍ້າໜັກ 180 ກິໂລກຣາມ.
ຄະດີອາຍາ ເລກທີ 235/ຂຕ.ອ, ລົງວັນທີ 3 ສິງຫາ 2026.
ທ້າວ ຊຸນບິນ (ຈຳເລີຍ) ມີຄວາມຜິດ ຂໍ້ຫາ ຂົນສົ່ງຢາເສບຕິດ (ຢາບ້າ, ຢາໄອສ໌ ແລະ ເຄຕາມິນ); ຂອງກາງຢາບ້າ ຈຳນວນ ຫົກ (6) ແພັກ ເທົ່າກັບ ສິບແປດ (18) ມັດ ມີນ້ຳໜັກ ສາມພັນຫົກຮ້ອຍ (3,600) ກຣາມ, ຢາໄອສ໌ ຈຳນວນ ສອງ (2) ຫໍ່ ມີນ້ຳໜັກ ສອງພັນ (2,000) ກຣາມ ແລະ ເຄຕາມິນ ຈຳນວນ ສອງ (2) ຊອງ ມີນ້ຳໜັກ ໜຶ່ງຮ້ອຍ (100) ກຣາມ.
ເຊີ່ງຄະນະສານອາຍາຂັ້ນຕົ້ນ ຂອງສານປະຊາຊົນແຂວງບໍ່ແກ້ວ ໄດ້ຄົ້ນຄວ້າບັນດາເອກະສານ ທີ່ເປັນຂໍ້ມູນຫຼັກຖານ ຢູ່ໃນສຳນວນຄະດີ, ຄຳສັ່ງຟ້ອງຂອງຫົວໜ້າອົງການໄອຍະການປະຊາຊົນແຂວງບໍ່ແກ້ວ, ແລະ ການຮັບສາລະພາບຂອງ ພວກຈຳເລີຍ ຕາມຄຳໃຫ້ການເບື້ອງຕົ້ນ ແລະ ໃນທີ່ປະຊຸມສານ ພ້ອມທັງຮັບຟັງ ການຖະແຫຼງຈຳແນກການກະທຳຄວາມຜິດຕໍ່ ພວກຈຳເລີຍ ຂອງຫົວໜ້າອົງການໄອຍະການປະຊາຊົນແຂວງ ໃນທີ່ປະຊຸມສານ ຢ່າງລະອຽດທີ່ຖ້ວນແລ້ວ.ດັ່ງນັ້ນ ສານໃນນາມ ສາທາລະນະລັດ ປະຊາທິປະໄດ ປະຊາຊົນລາວ ຈຶ່ງໄດ້ຕັດສິນຄະດີທັງສາມເລື່ອງນີ້ຕໍ່ໜ້າປະຊາຊົນ ເປັນຂັ້ນຕົ້ນ ໂດຍຊ້ອງໜ້າ ໂຈດ, ທະນາຍຄວາມ ແລະ ພວກຈໍາເລີຍ.
ຄະດີທີ1: ບອກວ່າ: ທ້າວ ກົວສຽງ (ຈໍາເລີຍ) ມີຄວາມຜິດທາງອາຍາໃນສະຖານ ຄະຣຸໂທດ ໃນຂໍ້ກ່າວຫາ ຄ້າຂາຍຢາເສບຕິດ (ປະເພດ ຢາບ້າ, ຢາໄອສ໌, ຢາອີ ແລະ ເຄຕາມິນ); ລົງໂທດ ທ້າວ ກົວສຽງ (ຈໍາເລີຍ) ຄື: ປະຫານຊີວິດ;
ຄະດີທີ1: ໄດ້ຕັດສິນ ບອກວ່າ: ທ້າວ ທໍ່ ວື ຫຼື ເມັງ ວື (ຈໍາເລີຍ1) ແລະ ທ້າວ ວີ ຈະ (ຈໍາເລີຍ2) ມີຄວາມຜິດທາງອາຍາ ສະຖານ ຄະຣຸໂທດ ໃນຂໍ້ກ່າວຫາ ຂົນສົ່ງຢາເສບຕິດ (ປະເພດຢາບ້າ ); ລົງໂທດ ທ້າວ ທໍ່ ວື ຫຼື ເມັງ ວື (ຈໍາເລີຍ1) ແລະ ທ້າວ ວີ ຈະ (ຈໍາເລີຍ2) ຄື: ປະຫານຊີວິດ;
ຄະດີທີ3: ໄດ້ຕັດສິນ ບອກວ່າ: ທ້າວ ຊຸນບິນ (ຈຳເລີຍ) ມີຄວາມຜິດໃນສະຖານ ຄະຣຸໂທດ ໃນຂໍ້ຫາ ຂົນສົ່ງຢາເສບຕິດ (ຢາບ້າ, ຢາໄອສ໌ ແລະ ເຄຕາມິນ); ລົງໂທດ ທ້າວ ຊຸນບິນ (ຈຳເລີຍ) ຄື: ປະຫານຊີວິດ;
ກອງປະຊຸມສານໄດ້ປິດລົງໃນເວລາ 11 ໂມງ 47 ນາທີ.
ພາບ-ຂ່າວ: ສານປະຊາຊົນແຂວງບໍ່ແກ້ວ.