ກອງພັນໃຫຍ່302 ກອງພົນທີ່3 ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ່ XII ຂອງພັກ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 5 ສະໄໝທີ VI ຊຸດທີ1.

ໃນວັນທີ 8-9 ກັນຍາ ປີ 2026 ນີ້ ກອງພັນໃຫຍ່302 ກອງພົນທີ3 ໄດ້ຈັດກອງປະຊຸມ ເຜີຍແຜ່,ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 5 ສະໄໝທີ VI ຊຸດທີ1 ຂຶ້ນຢູ່ທີ່ສະໂມສອນກອງພັນໃຫຍ່302. ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສຸກສະຫວັດ ດາລາສຸກ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທະຫານຮາບທີ3, ມີ ສະຫາຍພັນເອກ ຄໍາອ້ວນ ວຽງສະຫວັນ ຄະນະພັກກອງພົນ ເລຂາຄະນະພັກຫົວໜ້າການເມືອງກອງພັນໃຫຍ່302, ສະຫາຍພັນໂທ ບຸນເກີນ ເຄື່ອນວັນໄທ ຄະນະພັກກອງພົນ ຮອງເລຂາຄະນະພັກຫົວໜ້າການທະຫານກອງພັນໃຫຍ່302, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, 5ພະແນກການ, 2ກອງພັນນ້ອຍ, ກອງຮ້ອຍ, ໝວດເອກະລາດ ພ້ອມດ້ວຍພະນັກງານສະມາຊິກພັກສົມບູນ-ສໍາຮອງທົ່ວກອງພັນໃຫຍ່302 ເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ສຸກສະຫວັດ ດາລາສຸກ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທະຫານຮາບທີ3 ໄດ້ຜ່ານເນື້ອໃນສຳຄັນຂອງໂຄງການ-ການເມືອງ ສະບັບທີ3, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງປະເທດ ຄັ້ງທີ5 ສະໄໝທີ VI.   ຫຼັງຈາກນັ້ນສະຫາຍກໍ່ໄດ້ສະເໜີໃຫ້ຄະນະພັກກອງພັນໃຫຍ່302 ພັດປ່ຽນກັນຂຶ້ນເຜີຍແຜ່ແຜນເອກະສານ ແລະ ເນຶ້ອໃນສຳຄັນຂອງເອກະສານອີກຕື່ມ. ໃນນີ້ ສະຫາຍພັນເອກ ຄໍາອ້ວນ ວຽງສະຫວັນ ຄະນະພັກກອງພົນ ເລຂາຄະນະພັກຫົວໜ້າການເມືອງກອງພັນໃຫຍ່302  ຂຶ້ນຜ່ານບົດສະຫຼຸບການນໍາພາຮອບດ້ານ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ 6 ເດືອນຕົ້ນປີ ແລະ ທິດທາງແຜ່ນການ 6 ເດືອນທ້າຍປີ 2026 ແລະ ເນື້ອໃນສຳຄັນຂອງບົດລາຍງານການເມືອງ, ສະຫາຍພັນໂທ ບຸນເກີນ ເຄື່ອນວັນໄທ ຄະນະພັກກອງພົນ ຮອງເລຂາຄະນະພັກຫົວໜ້າການທະຫານກອງພັນໃຫຍ່302  ຂຶ້ນຜ່ານເນື້ອໃນກົດລະບຽບຂອງພັກ ສະໄໝທີ XII,  ສະຫາຍພັນໂທ ບຸນ ວິໄລແກ້ວ ຄະນະປະຈໍາພັກ ປະທານກວດກາ ຫົວໜ້າພະແນການເມືອງກອງພັນໃຫຍ່302 ຂຶ້ນຜ່ານຂໍ້ກຳນົດ ແລະ ຂໍ້ຕົກລົງວ່າດ້ວຍການແຂ່ງຂັນ-ຍ້ອງຍໍໃນກອງທັບປະຊາຊົນລາວ, ສະຫາຍພັນຕີ ບຸນມີ ແກ້ວວິໄຊ ຄະນະພັກກອງພັນໃຫຍ່ ຫົວໜ້າພະແນກພະລາທິການກອງພັນໃຫຍ່302 ຂຶ້ນຜ່ານແຜນພັດທະນາເສດຖະກິດສັງຄົມ 5 ປີ ແຫ່ງລັດຄັ້ງ 10.

ການຈັດຕັ້ງເຜີຍແຜ່ເຊື່ອມຊືມເອກກະສານໃນຄັ້ງນີ້, ກໍ່ເພຶ່ອເຮັດໃຫ້ພະນັກງານສະມາຊິກພັກໄດ້ຮັບຮູ້, ເຊື່ອມຊຶມ ຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງ ຕໍ່ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ກໍາແໜ້ນບັນດາແນວທາງ, ແຜນນະໂຍບາຍຂອງພັກ ລະບຽບກົດໝາຍ ຂອງລັດ, ກໍາໄດ້ສະພາບການ ແລະ ໜ້າທີ່ຂອງກົມກອງຢ່າງທົ່ວເຖິງ, ເລິກເຊິ່ງ, ພ້ອມທັງເປັນເຈົ້າການຕອບຕ້ານການໂຄສະນາບິດເບືອນ ແລະ ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງບັນດາອິດທິກໍາລັງປໍລະປັກ, ຍົກສູງການນໍາພາຂອງພັກໃຫ້ມີຄວາມເຂັ້ມແຂງ, ສ້າງໃຫ້ສະມາຊິກພັກ ທຸກຂັ້ນມີການຫັນປ່ຽນຢ່າງເລິກເຊິ່ງ, ເປັນລະບົບໃນຂົງເຂດວຽກງານ, ສ້າງໃຫ້ສະມາຊິກພັກ ທຸກຂັ້ນໃຫ້ມີຄວາມເຂັ້ມແຂງ ບໍ່ພຽງແຕ່ເປັນການຮຽນຮູ້ທາງດ້ານທິດສະດີເທົ່ານັ້ນ, ແຕ່ແມ່ນການກຽມພ້ອມທາງດ້ານແນວຄິດ ແລະ ການກະທໍາ ເພື່ອນໍາເອົາເນື້ອໃນໄປໝູນໃຊ້ ໃຫ້ແທດເໝາະກັບສະພາບຕົວຈິງຂອງກົມກອງ.

ພາບ\ຂ່າວ: ພອນແກ້ວ ວິໄລສັກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa