







ໃນວັນທີ 9 ກັນຍາ 2026 ນີ້,ທີສະໂມສອນ ກອງບັນຊາການທະຫານແຂວງບໍ່ແກ້ວ,ໄດ້ຈັດພິທີເຜີຍແຜ່ເອກະສານວຽກປ້ອງກັນພາຍໃນ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ມີຄະນະພັກ-ຄະນະບັນຊາ 7 ຫ້ອງ, ພະແນກການ, ຕະຫຼອດຮອດພະນັກງານ – ນັກຮົບກົມກອງອ້ອມຂ້າງກອງບັນຊາການເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ພັນໂທ ພູວັນ ອິນໄພຍະລາດ ຫົວໜ້າພະແນກ ປ້ອງກັນພາຍໃນ ທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ກຳນົດວ່າດ້ວຍ ມາດຖານການກໍ່ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ໃນທົ່ວກອງທັບປະຊາຊົນລາວ ແລະ ເອກະສານວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ວຽກງານປ້ອງກັນພາຍໃນຂອງກອງທັບປະຊາຊົນລາວ. ໃນການຜ່ານເອກະສານໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ທົ່ວກົມກອງ ຮັກສາໄດ້ທາດແທ້ມູນເຊື້ອປະຕິວັດ, ທັດສະນະມະຫາຊົນຂອງພັກ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ມີຄວາມສັດຊື່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງ ຂອງກົມກອງ, ເປັນເຈົ້າການເຂົ້າຮ່ວມປ້ອງກັນພັກ, ປ້ອງກັນພະນັກງານ, ປ້ອງກັນແນວທາງນະໂຍບາຍຂອງພັກ ແລະ ປ້ອງກັນກົມກອງຂອງຕົນ ໄດ້ເປັນຢ່າງດີ
ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ປະທານ ຍັງຍົກບາງຈຸດທີ່ຍັງຄົງຄ້າງ ເຫັນວ່າຄວນເອົາໃຈໃສ່ປັບປຸງແກ້ໄຂໃນຊຸມປີຕໍ່ໜ້າ ໂດຍສະເພາະມີບາງກົມກອງຍັງຖືເບົາຕໍ່ວຽກງານປ້ອງກັນພາຍໃນ, ການຈັດຕັ້ງປະຕິບັດຕົວຈິງຕໍ່ວຽກງານກໍ່ສ້າງ ກອງປອດໃສ, ປອດໄພ, ປອດຄະດີ ຍັງບໍ່ທັນເຮັດຕໍ່ເນື່ອງເປັນລະບົບ, ບໍ່ທັນຫັນເອົາວຽກງານປ້ອງກັນພາຍໃນ, ວຽກງານ ກໍ່ສ້າງກອງ 3 ປອດ ເຂົ້າໃນວຽກງານພັກ-ວຽກງານການເມືອງ ແລະ ຂະບວນການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຂາດການສະຫຼຸບຖອດຖອນບົດຮຽນໃນແຕ່ລະໄລຍະ. ຕໍ່ກັບຂໍ້ຄົງຄ້າງນັ້ນ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງຄວນເອົາໃຈໃສ່ຕື່ມ ຕໍ່ວຽກງານຍ້ອນວ່າຂະບວນ ການກໍ່ສ້າງກອງ ປອດໃສ, ປອດ ໄພ, ປອດຄະດີ ແມ່ນວຽກງານໜຶ່ງທີ່ສໍາຄັນໃນວຽກງານພັກ-ວຽກງານການເມືອງ, ວຽກງານນໍາພາ-ບັນຊາສຶກສາອົບຮົມດ້ານການເມືອງ-ນຳພາແນວຄິດ ເພື່ອເຮັດໃຫ້ກົມກອງມີຄວາມສະຫງົບ, ພະນັກງານ-ນັກຮົບ ອຸ່ນອຽນທຸ່ນທ່ຽງ ເປັນເຈົ້າການປະຕິບັດວຽກງານຕິດພັນກັບໜ້າທີ່ວິຊາສະເພາະຕາມທິດຊີ້ນໍາຂອງຄະນະພັກກອງບັນຊາການວາງອອກ ຢ່າງມີປະສິດທິຜົນ.
ຂ່າວໂດຍ: ນີ່ ທຳມະວົງ