




ວັນທີ 9 ກັນຍາ 2026 ນີ້, ເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດພິທິປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002 – 9 ກັນຍາ 2026) ຂື້ນທີສະໂມສອນຂອງເມືອງໂດຍການເຂົ້າຮ່ວມປາຖະກະຖາຂອງ ທ່ານ ບຸນພັດ ສີສົມບັດ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງປາກທາ, ມີຄະນະປະຈຳພັກ,ກຳມະການພັກເມືອງ ຫົວໜ້າ-ຮອງຫົວໜ້າຫ້ອງການ ພະນັກງານອາວຸໂສບຳນານ,ສະມາຊິກສະຫະພັນນັກຮົບເກົ່າ ຕະຫຼອດຮອດພະນັກງານລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມຮັບຟັງ.
ທ່ານ ບຸນພັດ ສີສົມບັດ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເຫັນໄດ້ເຖິງທາດແທ້ ແລະ ຜົນງານອັນພົ້ນເດັ່ນຂອງວັນດັ່ງກ່າວໃນຕະຫລອດໄລຍະຜ່ານມາ, ທັງເປັນການເສີມຂະຫຍາຍທາດແທ້ມູນເຊື້ອຂອງນັກຮົບເກົ່າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ພ້ອມທັງຮໍ່າຮຽນເອົາມູນເຊື້ອອັນສະຫງ່າອົງອາດກ້າຫານ ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງນັກຮົບປະຕິວັດທີ່ໄດ້ເສຍສະຫລະເລືອດເນື້ອເພື່ອປະເທດຊາດ ແລະ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສຳຄັນກ່ຽວກັບນັກຮົບເກົ່າ, ສະພາບແວດລ້ອມທີ່ພາໃຫ້ສ້າງຕັ້ງສະຫະພັນນັກຮົບເກົ່າ ທັງສະພາບແວດລ້ອມພາຍນອກ ແລະ ພາຍໃນປະເທດເຮົາ; ຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຈຳເປັນພາວະວິໄສ ໃນການສ້າງຕັ້ງສະຫະພັນນັກຮົບເກົ່າ, ທັດສະນະຂອງພັກປະຊາຊົນປະຕິວັດລາວ ຕໍ່ກັບສະຫະພັນນັກຮົບເກົ່າ ວ່າ: ພັກ-ລັດຖະບານເຮົາ ເວລາໃດກໍໃຫ້ຄວາມສຳຄັນແກ່ວຽກງານນັກຮົບເກົ່າ ແລະ ໄດ້ຕີລາຄາສູງຕໍ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນນັກຮົບເກົ່າແຕ່ລະຂັ້ນ, ໄດ້ເພີ່ມທະວີການຊີ້ນຳ ນຳພາວຽກງານນັກຮົບເກົ່າຢ່າງເປັນປະຈຳ, ເພາະເນື້ອແທ້ຂອງການນຳພາກໍແມ່ນພັກນຳພາການຈັດຕັ້ງ ແລະ ການເຄື່ອນໄຫວຂອງນັກຮົບເກົ່າໃຫ້ປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່ຂອງນັກຮົບເກົ່າ ໃຫ້ຮັກສາໄດ້ມູນເຊື້ອອັນພິລະອາດຫານ, ການເຕົ້າໂຮມຄວາມສາມັກຄີຂອງນັກຮົບເກົ່າ, ການເບິ່ງແຍງດູແລຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕໍ່ການປະຕິວັດ, ຕໍ່ປະເທດຊາດ, ພ້ອມທັງແກ້ໄຂຊີວິດການເປັນຢູ່ຂອງພະນັກງານນັກຮົບເກົ່າ ໃຫ້ນັບມື້ນັບດີຂຶ້ນເລື້ອຍໆ. ນີ້ກໍ່ເພື່ອເຮັດໃຫ້ສະມາຊິກພັກພະນັກງານ-ລັດຖະກອນອ້ອມຂ້າງເມືອງໄດ້ຮັບຮູ້ແລະເຂົ້າໃຈເຖິງວັນສ້າງຕັ້ງ ແລະ ຕົ້ນກຳເນີດຄຸນງາມຄວາມດີໃນການປະກອບສວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແຂວງບໍ່ແກ້ວກໍ່ຄື:ເມືອງປາກທາໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລຢ່າງບໍ່ຢຸດຍັ້ງ.
ຈາກນັ້ນ, ກໍ່ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການມອບໃບຢັ້ງຢືນ 3 ດີ 6 ຮັກສາ ຂອງປະທານສະຫະພັນນັຮົບເກົ່າແຫ່ງຊາດລາວ ໃຫ້ກັບບຸກຄົນ ແລະ ກົມກອງ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 6 ຮັກສາ ປະຈຳປີ 2025 ຈຳນວນ 194 ທ່ານ, ຍິງ 3 ທ່ານ. ໃຫ້ກຽດມອບໃບຢັ້ງຢືນໂດຍທ່ານ ບຸນພັດ ສີສົມບັດ ປະທານພິທີ ແລະ ຮັບໂດຍຕາງໜ້າແຕ່ລະໜ່ວຍຂື້ນຮັບ.
ພາບ-ຂ່າວ: ວັນະເດດ
ກວດແກ້.ບຸນເພັງ ທຸມມະວົງ