ຫ້ອງພະລາທິການ ທະຫານແຂວງບໍ່ແກ້ວ ສະຫຼຸບປິດຂໍ້ແຂ່ງຂັນປະຈຳປີ 2025 ແລະ ເປີດຂໍ້ແຂ່ງຂັນປະຈຳປີ 2026.

ໃນວັນທີ 9 ກັນຍາ 2026ນີ້, ຢູ່ທີ່ສະໂມສອນຫ້ອງພະລາທິການ ໄດ້ຈັດຕັ້ງພິທີ ສະຫຼຸບປິດຂໍ້ແຂ່ງຂັນປະຈຳປີ 2025 ແລະ ເປີດຂໍ້ແຂ່ງຂັນປະຈຳປີ 2026 ຢ່າງເປັນທາງການ. ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສູນທອນ ເຈຕິໂລ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກການ ຕະຫຼອດຮອດພະນັກງານ – ນັກຮົບ ທົ່ວກົມກອງເຂົ້າຮ່ວມ.

ສະຫາຍ ພັນຕີ ຄຳເພັດ ໄຊລາວລີ ຫົວໜ້າພະແນກແຜນການ ຫ້ອງພະລາທິການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານບົດສະຫຼຸບຂໍ້ແຂ່ງຂັນ ປະຈຳປີ 2025 ແລະ ທິດທາງແຜນການຂະບວນຂໍ້ແຂ້ງຂັນ ປະຈຳປີ 2026. ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ມີຜົນສໍາເລັດ, ອັນພົ້ນເດັ່ນ ແລະ ບາງບັນຫາທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໃນການກໍ່ສ້າງກົມກອງ 3 ປອດ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,  ໜັກແໜ້ນ, ການກໍ່ສ້າງນັກຮົບ ແລະ ກອງວັດທະນະທໍາ, ການສ້າງໜ່ວຍຊາວໜຸ່ມ 4 ບຸກ, ໜ່ວຍແມ່ຍິງ 3 ດີ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ. ພ້ອມດຽວກັນນີ້ຍັງໄດ້ມອບຂອງຂັວນໃຫ້ 9 ພະແນກການ ທີຂຶ້ນກັບຫ້ອງພະລາທິການ ໂດຍເປັນກຽດຂຶ້ນມອບຂອງຂວັນຂອງສະຫາຍ ພັນໂທ ສຸດຖາວອນ ຄຸດສຸລິນ ຮອງຫົວໜ້າຫ້ອງພະລາທິການ ພ້ອມຄະນະຢ່າງສົມກຽດ. ພ້ອມທັງຈັບມືແຂ່ງຂັນກັນຢ່າງເປັນທາງການ ລະຫວ່າງ ຕາງໜ້າບັນດາພະແນກການຂອງຫ້ອງພະລາທິການ ເພື່ອເປັນການປະຕິບັດທິດທາງແຜນການໃນປີຕໍ່ໄປ.

ທ້າຍພິທີປະທານໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ທິດຊີ້ນຳ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ 01 ປີຜ່ານມາ. ພ້ອມກັນນັ້ນ, ສະຫາຍ ໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ທຸກສະຫາຍ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນແມ່ນ: ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີ ແລະ ສະຕິຕໍ່ການຈັດຕັ້ງຢ່າງເຂັ້ມງວດ, ເຊີດຊູຄວາມຮັບຜິດຊອບ ຫັນການລົງກໍ່ສ້າງຮາກຖານການເມືອງ ໃຫ້ມີປະສິດທິຜົນ, ເພື່ອຊຸກຍູ້ຂະບວນການແຂ່ງຂັນ ປະຈຳປີ 2026 ໃຫ້ກາຍເປັນບາດກ້າວບຸກທະລຸ ແລະ ເປັນແຮງຊຸກດັນໃຫ້ແກ່ການສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ຮັບປະກັນໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ຂ່າວໂດຍ: ນີ່ ທຳມະວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa