ພະແນກກະສິກຳ ແລະ ພະແນກອຸດສາຫະກຳ ແຂວງບໍ່ແກ້ວ ເລັ່ງຈໍ້ກົນໄກຮ່ວມມື ແກ້ໄຂບັນຫາຊີ້ນສັດລາຄາແພງຢູ່ຕະຫຼາດ.

ໃນກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບກົນໄກການຮ່ວມມືຈັດຕັ້ງປະຕິບັດວຽກງານວິຊາສະເພາະ ລະຫວ່າງ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 9 ກັນຍາ 2026 ນິ້, ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ເປີດປະເດັນຕັ້ງຄຳຖາມສຳຄັນ ຕໍ່ສະພາບຄວາມແຕກຕ່າງຂອງລາຄາຊື້-ຂາຍສັດລ້ຽງ ເປັນຕົ້ນແມ່ນ ງົວ, ຄວາຍ ແລະ ໝູ ຢູ່ພາຍໃນແຂວງ.

​ທ່ານ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍ່ແກ້ວ  “ເຫດໃດເວລາພໍ່ຄ້າໄປເກັບຊື້ສັດລ້ຽງ (ງົວ, ຄວາຍ, ໝູ) ນຳປະຊາຊົນ ຫຼື ຟາມຢູ່ພາຍໃນແຂວງບໍ່ແກ້ວ ຈຶ່ງມີລາຄາຖືກ, ແຕ່ເມື່ອນຳມາຊຳແຫຼະ ແລະ ວາງຂາຍຢູ່ຕາມຕະຫຼາດ ພາຍໃນແຂວງ ເປັນຫຍັງລາຄາຊີ້ນຈຶ່ງພຸ່ງສູງຂຶ້ນ ແລະ ແພງກວ່າແຂວງອື່ນໆທ່ານໄດ້ເນັ້ນຢໍ້າວ່າ ນີ້ແມ່ນບັນຫາທີ່ກະທົບໃສ່ຊີວິດການເປັນຢູ່ຂອງປະຊາຊົນຜູ້ບໍລິໂພກໂດຍຕົ່ງ ແລະ ຈຳເປັນຕ້ອງໄດ້ຮັບການວິເຄາະຫາສາເຫດທີ່ແທ້ຈິງ.

​ຜ່ານການແລກປ່ຽນຄວາມຄິດເຫັນໃນກອງປະຊຸມ, ທັງສອງພະແນກການໄດ້ຮ່ວມກັນວິເຄາະວ່າ ສາເຫດຕົ້ນຕໍອາດເກີດຈາກຫຼາຍປັດໄຈ ເຊັ່ນ: ການຜ່ານພໍ່ຄ້າຄົນກາງຫຼາຍຂັ້ນຕອນ, ຕົ້ນທຶນຄ່າຂົນສົ່ງ ແລະ ບໍລິການໂຮງຂ້າສັດ, ການຕົກລົງລາຄາກັນເອງຂອງກຸ່ມພໍ່ຄ້າຂຽງຊີ້ນ, ປະກອບກັບຄວາມຕ້ອງການບໍລິໂພກຢູ່ພາຍໃນແຂວງທີ່ມີສູງ ເຮັດໃຫ້ມີການບວກກຳໄລເກີນຄວາມເປັນຈິງ.

​ເພື່ອແກ້ໄຂບັນຫາດັ່ງກ່າວນິ້, ທັງສອງພະແນກການໄດ້ຮ່ວມກັນກຳນົດທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ ດັ່ງນີ້:ຈະ​ສ້າງກົນໄກຄຸ້ມຄອງລາຄາຮ່ວມກັນ: ຄົ້ນຄວ້າກຳນົດໂຄງສ້າງລາຄາຊື້-ຂາຍ ທີ່ເປັນເອກະພາບ ແລະ ຍຸຕິທຳ ໂດຍອີງໃສ່ຕົ້ນທຶນຕົວຈິງ ບວກກັບອັດຕາກຳໄລທີ່ເໝາະສົມ. ພະແນກອຸດສາຫະກຳ ແລະ ການຄ້າ ຈະເພີ່ມທະວີການກວດກາການຕິດປ້າຍລາຄາຢູ່ຂຽງຊີ້ນ ແລະ ຕັກເຕືອນພໍ່ຄ້າ-ແມ່ຄ້າ ທີ່ສວຍໂອກາດຂຶ້ນລາຄາຕາມໃຈ.

​     ພະແນກກະສິກຳ ແລະ ສິ່ງແວດລ້ອມ ຈະເຂົ້າໄປຄຸ້ມຄອງໂຮງຂ້າສັດ ແລະ ລະບົບສຸຂະອະນາໄມ ໃຫ້ມີມາດຕະຖານ ແລະ ລາຄາບໍລິການທີ່ເໝາະສົມ ພ້ອມທັງສົ່ງເສີມໃຫ້ກຸ່ມຜູ້ລ້ຽງສັດ ສາມາດນຳຜະລິດຕະພັນມາຈຳໜ່າຍເຖິງຜູ້ບໍລິໂພກໂດຍຕົ່ງ.

​ການຮ່ວມມືຂອງສອງພະແນກການໃນຄັ້ງນີ້ ຖືເປັນກ້າວສຳຄັນໃນການຈັດລະບຽບການແລະ ສ້າງຄວາມສົມດຸນ ລະຫວ່າງ ຜົນປະໂຫຍດຂອງຜູ້ລ້ຽງສັດ, ພໍ່ຄ້າຊຳແຫຼະ ແລະ ຜູ້ບໍລິໂພກ ຢູ່ແຂວງບໍ່ແກ້ວ ໃຫ້ມີຄວາມຍຸຕິທຳ ແລະ ຍືນຍົງ.

ຂ່າວ:ໂດຍ: ເງິນຫລົງ ຈິດພູວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa