
ວຽກງານກວດກາລັດ ຖືເປັນໜຶ່ງໃນວຽກງານທີ່ມີຄວາມສຳຄັນເປັນຢ່າງຍິ່ງ ໃນການຄຸ້ມຄອງ ແລະ ບໍລິຫານລັດ ເພື່ອແນໃສ່ຊຸກຍູ້ການພັດທະນາປະເທດຊາດ,ຕິດຕາມ-ກວດກາການນຳໃຊ້ງົບປະມານຂອງລັດໃຫ້ມີປະສິດທິຜົນສູງສຸດ ແລະ ຮັບປະກັນໃຫ້ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນຄົງ.ຕະຫຼອດໄລຍະຜ່ານມາ, ແຂວງບໍ່ແກ້ວ ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ວຽກງານກວດກາ ໂດຍໄດ້ເພີ່ມທະວີ ແລະ ພັດທະນາວຽກງານດັ່ງກ່າວຢ່າງຮອບດ້ານ ເພື່ອຮັບປະກັນໃຫ້ການບໍລິຫານລັດມີຄວາມໂປ່ງໃສ, ຍຸຕິທຳ ແລະ ມີປະສິດທິພາບ. ອົງການກວດກາລັດ ໄດ້ດຳເນີນການກວດກາຢ່າງເປັນປົກກະຕິ ຕາມແຜນການ ພ້ອມທັງລົງກວດກາແບບກະທັນຫັນ ເພື່ອຄົ້ນພົບ ແລະ ແກ້ໄຂບັນຫາການລະເມີດລະບຽບກົດໝາຍຢ່າງວ່ອງໄວ ແລະ ທັນເຫດການ.
ໝາກຜົນຂອງການກວດກາ ແລະ ການແກ້ໄຂບັນຫາ ຜ່ານການລົງຕິດຕາມ ແລະ ກວດກາຕົວຈິງ ພົບວ່າ:
ຍັງມີບາງພາກສ່ວນທີ່ມີການເຄື່ອນໄຫວທີ່ບໍ່ຮັດກຸມ ແລະ ມີການລະເມີດລະບຽບກົດໝາຍ.ທາງອົງການກວດກາລັດ ໄດ້ມີມາດຕະການເດັດຂາດ ໂດຍການແນະນຳ, ຕັກເຕືອນ ແລະ ດຳເນີນວິໄນຕໍ່ບຸກຄົນທີ່ກະທຳຜິດ.ສາມາດເກັບກູ້ ແລະ ຮຽກຄືນຊັບສິນຂອງລັດ: ບໍ່ວ່າຈະເປັນ ເງິນ, ຄຳ ແລະ ຊັບສິນຕ່າງໆ ທີ່ຖືກເສຍຫາຍ ຫຼື ສູນເສຍ ໃຫ້ກັບຄືນມາເປັນຂອງລັດຢ່າງຄົບຖ້ວນ.
ນອກຈາກນີ້, ວຽກງານກວດກາລັດ ຍັງມີບົດບາດສຳຄັນໃນການສ້າງຈິດສຳນຶກໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ຮູ້ນັບຖື ແລະ ຮັກສາລະບຽບວິໄນ, ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ, ແລະ ສະກັດກັ້ນທຸກພຶດຕິກຳການສໍ້ລາດບັງຫຼວງໃນທຸກຮູບແບບ. ການຍົກສູງບົດບາດວຽກງານກວດກາ ບໍ່ພຽງແຕ່ຊ່ວຍເພີ່ມທະວີຄວາມສັກສິດຂອງກົດໝາຍ ເທົ່ານັ້ນ ແຕ່ຍັງຊ່ວຍຍົກລະດັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນບັນດາເຜົ່າ ທີ່ມີຕໍ່ອົງການຈັດຕັ້ງລັດອີກດ້ວຍ.
”ວຽກງານກວດກາ ຈຶ່ງປຽບເສມືນທັງ ເຄື່ອງມືປ້ອງກັນ ແລະ ເຄື່ອງມືປາບປາມ ພຶດຕິກຳສວຍໂອກາດຫາຜົນປະໂຫຍດສ່ວນຕົວ, ຄອບຄົວ ຫຼື ຍາດຕິພີ່ນ້ອງ ແລະ ການສໍ້ລາດບັງຫຼວງ ເພື່ອຊ່ວຍໃຫ້ການບໍລິຫານປະເທດຊາດດຳເນີນໄປຢ່າງມີປະສິດທິຜົນ, ໂປ່ງໃສ ແລະ ຍືນຍົງ ພ້ອມທັງຮັກສາຜົນປະໂຫຍດລວມຂອງລັດ ແລະ ປະຊາຊົນໃຫ້ໄດ້ສູງສຸດ.”
ໂດຍ: ເງິນ ຫລົງ ຈິດພູວົງ
ແອດມິນ: ທອງຈັນ ວົງປັນຍາ



