ແຂວງບໍ່ແກ້ວ ເພີ່ມທະວີວຽກງານກວດກາລັດ ເພື່ອຄວາມໂປ່ງໃສ ແລະ ຕ້ານການສໍ້ລາດບັງຫຼວງ

​  ວຽກງານກວດກາລັດ ຖືເປັນໜຶ່ງໃນວຽກງານທີ່ມີຄວາມສຳຄັນເປັນຢ່າງຍິ່ງ ໃນການຄຸ້ມຄອງ ແລະ ບໍລິຫານລັດ ເພື່ອແນໃສ່ຊຸກຍູ້ການພັດທະນາປະເທດຊາດ,ຕິດຕາມ-ກວດກາການນຳໃຊ້ງົບປະມານຂອງລັດໃຫ້ມີປະສິດທິຜົນສູງສຸດ ແລະ ຮັບປະກັນໃຫ້ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນຄົງ.​ຕະຫຼອດໄລຍະຜ່ານມາ, ແຂວງບໍ່ແກ້ວ ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ວຽກງານກວດກາ ໂດຍໄດ້ເພີ່ມທະວີ ແລະ ພັດທະນາວຽກງານດັ່ງກ່າວຢ່າງຮອບດ້ານ ເພື່ອຮັບປະກັນໃຫ້ການບໍລິຫານລັດມີຄວາມໂປ່ງໃສ, ຍຸຕິທຳ ແລະ ມີປະສິດທິພາບ. ອົງການກວດກາລັດ ໄດ້ດຳເນີນການກວດກາຢ່າງເປັນປົກກະຕິ ຕາມແຜນການ ພ້ອມທັງລົງກວດກາແບບກະທັນຫັນ ເພື່ອຄົ້ນພົບ ແລະ ແກ້ໄຂບັນຫາການລະເມີດລະບຽບກົດໝາຍຢ່າງວ່ອງໄວ ແລະ ທັນເຫດການ.

​ໝາກຜົນຂອງການກວດກາ ແລະ ການແກ້ໄຂບັນຫາ ຜ່ານການລົງຕິດຕາມ ແລະ ກວດກາຕົວຈິງ ພົບວ່າ:

​ຍັງມີບາງພາກສ່ວນທີ່ມີການເຄື່ອນໄຫວທີ່ບໍ່ຮັດກຸມ ແລະ ມີການລະເມີດລະບຽບກົດໝາຍ.​ທາງອົງການກວດກາລັດ ໄດ້ມີມາດຕະການເດັດຂາດ ໂດຍການແນະນຳ, ຕັກເຕືອນ ແລະ ດຳເນີນວິໄນຕໍ່ບຸກຄົນທີ່ກະທຳຜິດ.​ສາມາດເກັບກູ້ ແລະ ຮຽກຄືນຊັບສິນຂອງລັດ: ບໍ່ວ່າຈະເປັນ ເງິນ, ຄຳ ແລະ ຊັບສິນຕ່າງໆ ທີ່ຖືກເສຍຫາຍ ຫຼື ສູນເສຍ ໃຫ້ກັບຄືນມາເປັນຂອງລັດຢ່າງຄົບຖ້ວນ.

​ນອກຈາກນີ້, ວຽກງານກວດກາລັດ ຍັງມີບົດບາດສຳຄັນໃນການສ້າງຈິດສຳນຶກໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ຮູ້ນັບຖື ແລະ ຮັກສາລະບຽບວິໄນ, ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ, ແລະ ສະກັດກັ້ນທຸກພຶດຕິກຳການສໍ້ລາດບັງຫຼວງໃນທຸກຮູບແບບ. ການຍົກສູງບົດບາດວຽກງານກວດກາ ບໍ່ພຽງແຕ່ຊ່ວຍເພີ່ມທະວີຄວາມສັກສິດຂອງກົດໝາຍ ເທົ່ານັ້ນ ແຕ່ຍັງຊ່ວຍຍົກລະດັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນບັນດາເຜົ່າ ທີ່ມີຕໍ່ອົງການຈັດຕັ້ງລັດອີກດ້ວຍ.

​”ວຽກງານກວດກາ ຈຶ່ງປຽບເສມືນທັງ ເຄື່ອງມືປ້ອງກັນ ແລະ ເຄື່ອງມືປາບປາມ ພຶດຕິກຳສວຍໂອກາດຫາຜົນປະໂຫຍດສ່ວນຕົວ, ຄອບຄົວ ຫຼື ຍາດຕິພີ່ນ້ອງ ແລະ ການສໍ້ລາດບັງຫຼວງ ເພື່ອຊ່ວຍໃຫ້ການບໍລິຫານປະເທດຊາດດຳເນີນໄປຢ່າງມີປະສິດທິຜົນ, ໂປ່ງໃສ ແລະ ຍືນຍົງ ພ້ອມທັງຮັກສາຜົນປະໂຫຍດລວມຂອງລັດ ແລະ ປະຊາຊົນໃຫ້ໄດ້ສູງສຸດ.”

ໂດຍ: ເງິນ ຫລົງ ຈິດພູວົງ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa