ພິທີ ຮັບຊົມການໂຮມຊຸມນຸມໃຫຍ່ ແລະ ເດີນສວນສະໜາມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ

 

 

 

 

ໃນຕອນເຊົ້າຂອງວັນທີ 2 ທັນວາ 2025ນິ້. ຢູ່ທີ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ມີ ພິທີ ໂຮມຊຸມນຸມ ຜ່ານການຖ່າຍທອດສົດທາງໄກ ແລະ ການເດີນສວນສະໜາມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໂດຍການເຂົ້າຮ່ວມຂອງ ສະຫາຍ ຄຳສະແຫວງ ວິໄລພົງ  ຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ, ທ່ານ ກ່າວ ຫຼົງ ຮອງປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີບັນດາຄະນະອົງການຄຸ້ມຄອງເຂດ, ຄະນະສະພາບໍລິຫານເຂດ, ພະນັກງານລັດຖະກອນ, ທະຫານ-ຕຳຫຼວດ, ຄູອາຈານ, ນັກຮຽນ, ຜູ້ປະກອບທຸລະກິດ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມ.

ສະຫາຍ ຄຳສະແຫວງ ວິໄລພົງ ຮັກສາການຫົວໜ້າອົງການຄຸ້ມຄອງ-ບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ມີຄຳເຫັນຍົກໃຫ້ເຫັນເຖິງຄວາມເປັນຈິດໜຶ່ງໃຈດຽວຂອງປະຊາຊົນບັນດາເຜົ່າຜູ້ຮັກຊາດ ແລະ ຄວາມເປັນມາຂອງຊາດລາວທີ່ມີຄວາມໝາຍຄວາມສຳຄັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດຂອງລາວເຮົາ, ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ນຳພາຕໍ່ສູ້, ປົດປ່ອຍຊາດ ສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງມາສູ່ປະຊາຊົນລາວບັນດາເຜົ່າ, ປະເທດຊາດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ປະຊາຊົນບັນດາເຜົ່າ ໄດ້ມີອິດສະຫຼະພາບເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ອະທິປະໄຕ ຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີສິດເທົ່າທຽມກັບບັນດາປະເທດອື່ນໆໃນເວທີປະຊາຄົມໂລກ

ທ່ານ ກ່າວ ຫຼົງ ຮອງປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມ ໄດ້ມີຄຳເຫັນວ່າ: ມື້ນີ້ດ້ວຍຄວາມຍິນດີ ແລະ ສະແດງຄວາມເຄົາລົບຢ່າງສູງຕໍ່ພັກ ແລະ ລັດ ແຫ່ງ ສປປ ລາວ ທີ່ໄດ້ມີພິທີ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ ອັນຍິ່ງໃຫຍ່ ເຊິ່ງແມ່ນບາດກ້າວເດີນຂອງພັກປະຊາຊົນ ປະຕິວັດລາວອັນສະຫງ່າງາມ, ໃນການນຳພາປະຊາຊົນລາວບັນດາເຜົ່າພ້ອມກັນກ້າວຂຶ້ນຢ່າງບໍ່ຢຸດຢັ້ງໃນການພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ສວຍງາມ ປະຊາຊົນມີຄວາມຜາສຸກສີວິໄລ ແລະ ຍຸດຕິທຳເວົ້າລວມ; ເວົ້າສະເພາະແມ່ນເຮັດໃຫ້ເຂດເສດຖະກິດພິເສດສາມຫຼ່ຽມຄຳການເປັນຕົວເມືອງໃໝ່ທີທັນສະໄໝ, ດ້ານດານທ່ອງທ່ຽວ. ການຄ້າ, ການກະສິກຳ. ໃນນາມສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ຈະເຊີດຊູຄວາມຖະໜອມມິດຕະພາບອັນດີງາມ ແລະ ເລິກເຊີ່ງຕໍ່ພັກ ແລະ ລັດຖະບານ, ໃນການເພີ່ມທະວີຄວາມຮ່ວມມືເປັນເອກະພາບໃນການພັດທະນາເສດຖະກິດ-ສັງຄົມ ເພື່ອບັນລຸຜົນປະໂຫຍດລວມຂອງປະເທດຊາດໃຫ້ນັບມືນັບເຕີບໃຫຍ່ເຂັ້ມແຂງ ແລະ ຂະຫຍາຍຕົວໄປເລື້ອຍໆ. ໃນພິທີຮັບຊົມວິດີໂອທາງໃກໃນຄັ້ງນີ້ ຍັງໄດ້ຮັບຟັງ ແລະ ຮັບຊົມພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ກ່າວສູນທອນພົດ ໃນພິທີດັ່ງກ່າວຢ່າງມີຄວາມໝາຍ, ຄວາມສໍາຄັນອັນຍິ່ງໃຫຍ່ອີກດ້ວຍ.

ໃນໂອກາດນີ້, ບັນດາ ຜູ້ເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ ກໍ່ມີຫຼາຍບຸກຄົນ, ຫຼາຍພາກສ່ວນກໍ່ໄດ້ໃຫ້ສຳພາດ ສະແດງເຖິງຄວາມຮູ້ສຶກພາກພູໃຈຂອງຕົນເປັນຢ່າງຍິ່ງທີ່ໄດ້ມີໂອກາດເຂົ້າຮ່ວມຮັບຊົມການໂຮມຊຸມນຸນໃຫຍ່ ແລະ ການເດີນສວນສະໜາມສະເຫຼີມສະຫຼອງວັນສະຖາປະຊາ ສປປ ລາວ ໃນຄັ້ງນິ້, ດ້ວຍບັນຍາກາດເບີດບານມ່ວນຊື່ນ.

ຂ່າວ: ນັກຂ່າວເຂດເສດຖະກິດພິເສດສາມຫຼ່ຽມຄໍາ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa