











ວັນທີ 11 ກັນຍາ 2026 ຜ່ານມານີ້ ຢູ່ທີ່ ໂຮງຮຽນດາວາລີນ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໜ່ວຍສະຫະພັນແມ່ຍິງໂຮງຮຽນດາວາລີນໄດ້ຈັດພິທີປະກາດຮັບຮອງເປັນສະຫະພັນແມ່ຍິງ 3 ດີ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ບຸນທັນ ບຸນທີ່ໄຊ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ຕົ້ນເຜິ້ງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີ ທ່ານ ນາງ ສີອໍາໄພ ລໍຮຽມສິດ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງຕົ້ນເຜິ້ງ,ມີທ່ານ ນາງ ສອນນາລິນ ແສງຍົງຍົດ ຜູ້ປະກອບການໂຮງຮຽນ, ມີບັນດາທ່ານແຂກຖືກເຊີນ, ອໍານວຍການໂຮງຮຽນ, ຄູ-ອາຈານ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງພາຍໃນໂຮງຮຽນເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ສຸພານີ ແສງອາລຸນ ປະທານໜ່ວຍສະຫະພັນແມ່ຍິງໂຮງຮຽນດາວາລີນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນແມ່ຍິງ 3 ດີ ປະຈໍາປີ 2026 ແລະ ທິດທາງແຜນການປະຈໍາປີ 2027. ປັດຈຸບັນໜ່ວຍສິຫະພັນແມ່ຍິງໂຮງຮຽນດາວາລີນ ມີສະມາຊິກສະຫະພັນແມ່ຍິງທັງໝົດ 16 ຄົນ, ຕະຫຼອດໄລຍະຜ່ານມາ ສະຫະພັນແມ່ຍິງໂຮງຮຽນດາວາລີນ ແມ່ນໄດ້ເອົາໃຈໃສ່ປະຕິບັດຕາມເອກະສານແນະນໍາຂອງສູນກາງສະຫະພັນແມ່ຍິງລາວ ສະບັບເລກທີ 355/ສສນຍ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, ໄດ້ພ້ອມກັນເຮັດໜ້າທີ່ສິດສອນຕາມພາລະບົດບາດ, ສິດ ແລະ ໜ້າທີຂອງຕົນດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ, ເອົາໃຈໃສ່ປັບປຸງການຈັດຕັ້ງສ້າງຄວາມເຂັ້ມແຂງໃຫ້ແມ່ຍິງພາຍໃນໜ່ວຍຂອງຕົນ ໄປພ້ອມກັບການຈັດຕັ້ງປະຕິບັດ ຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວວາງອອກຄື: ພັດທະນາຄວາມສະເໝີພາບ ຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ ແລະ ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ. ສາມາມາດບັນລຸໄດ້ຕາມແຜນທີ່ກໍານົດໄວ້ ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ສາມາດປະເມີນແຕ່ລະເນື້ອໃນໄດ້ ຄື: ພົນລະເມືອງດີ ກວມເອົາ 85%, ພັດທະນາດີ ກວມເອົາ 100%, ສ້າງຄອບຄົວດີກວມເອົາ 80% ຂອງຈໍານວນສະມາຊິກສະຫະພັນແມ່ຍິງທັງໝົດ ໃນຂະນະດຽວກັນກໍ່ໄດ້ຮັບຟັງຂໍ້ຕົກລົງຂອງ ປະທານຄະນະກໍາມະການປົກຄອງເມືອງ ຕົ້ນເຜິ້ງ ເລກທີ 001/ສຍໜ ວ່າດ້ວຍການຢັ້ງຢືນຮັບຮອງເອົາໜ່ວຍສະຫະພັນແມ່ຍິງໂຮງຮຽນດາວາລີນ ເປັນ ໜ່ວຍສະຫະພັນແມ່ຍິງ 3 ດີ. ຈາກນັ້ນ ທ່ານ ບຸນທັນ ບຸນທີ່ໄຊ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ໄດ້ໃຫ້ກຽດຂື້ນມອບໃບຢັ້ງຢືນສະຫະພັນແມ່ຍິງ 3 ດີ ໃຫ້ແກ່ໜ່ວຍສະຫະພັນແມ່ຍິງໂຮງຮຽນດາວາລີນຢ່າງເປັນທາງການ ຕາງໜ້າຮັບໂດຍ ທ່ານ ນາງ ສຸພານີ ແສງອາລຸນ ປະທານໜ່ວຍສະຫະພັນແມ່ຍິງໂຮງຮຽນດາວາລີນ.
ໃນໂອກາດທີ່ໄດ້ເຂົ້າຮ່ວມພິທີໃນຄັ້ງນີ້ ທ່ານ ບຸນທັນ ບຸນທີ່ໄຊ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຄັ້ງມະຫາຊົນ ໄດ້ມີຄໍາເຫັນໂອ້ລົມ ທ່ານ ໄດ້ກ່າວຄໍາຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ ກໍ່ຄືໜ່ວຍສະຫະພັນແມ່ຍິງໂຮງຮຽນດາວາລີນ ທີ່ຍາດໄດ້ຜົນງານ ແລະ ຜົນສໍາເລັດໃນຄັ້ງນີ້ ທ່ານ ຍັງໄດ້ເນັ້ນໜັກໃຫ້ຄະນະສະຫະພັນແມ່ຍິງຕະຫຼອດຮອດສະມາຊິກສະຫະພັນແມ່ຍິງໜ່ວຍໂຮງຮຽນດາວາລີນ ຈົ່ງສຶບຕໍ່ຊີ້ນໍາ-ນໍາພາເອື້ອຍນ້ອງແມ່ຍິງເຂົ້າຮ່ວມຂະບວນການຕ່າງໆຂອງເມືອງໃຫ້ເປັນຂະບວນຟົດຟື້ນ, ເອົາໃຈໃສ່ຄົ້ນຄວ້າເຊື່ອມຊືມບັນດາເນື້ອໃນຄໍາຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ໃຫ້ເລີກເຊິ່ງ, ເອົາໃຈໃສ່ສ້າງສະມາຊິກແມ່ຍິງຕົວແບບດ້ານຕ່າງໆໃຫ້ຫຼາຍຂື້ນກ່ວາເກົ່າ ແລະ ພ້ອມກັນຮັກສາມູນເຊື້ອອັນດີງາມ ແລະ ຮັກສານາມມະຍົດໜ່ວຍສະຫະພັນແມ່ຍິງ 3 ດີໄວ້ຕະຫຼອດໄປ.
ຂ່າວ: ນາງ ຈອມແສງ ແສນປະເສີີດ
ກວດແກ້: ສ.ປັນຍາທອງ.