



ວັນທີ 9 ກັນຍາ 2026 ນີ້ ຢູ່ທີ່ສະໂມສອນເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ແລະ ວັນແຫ່ງຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ສິວິໄລ ສີຫາລາດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະກໍາມະການປົກຄອງຕາແສງນໍ້າເມິງ, ສອງກອງບັນຊາການ ປກຊ-ປກສ, ອໍານວຍໂຮງຮຽນ-ໂຮງໝໍ, ຫົວໜ້າລັດວິສາຫະກິດ, ປະທານ-ຮອງປະທານສະຫະພັນນັກຮົບເກົ່າເມືອງ ແລະ ພະນັກງານຫຼັກແຫຼງອ້ອມຂ້າງເມືອງເຂົ້າຮ່ວມຮັບຟັງ.
ໃນພິທີ ທ່ານ ນິລະພົບ ທອງສະຫວັດ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ໄດ້ຂື້ນເລົ່າຫວນຄືນມູນເຊື້ອ, ປະຫວັດຄວາມເປັນມາ ສະຫະພັນນັກຮົບເກົ່າແຫ່ງຊາດລາວໄດ້ຮັບການສ້າງຕັ້ງຂື້ນໃນວັນທີ່ 9 ກັນຍາ ປີ2002,ໃນເມື່ອກ່ອນປະເທດລາວໄດ້ຕົກເປັນຫົວເມືອງຂື້ນຂອງພວກຈັກກະພັດຜູ້ຮຸກຮານ ແລະ ຍາດເອົາແຜ່ນດິນລາວເປັນຫົວເມືອງຂື້ນ ຈົນເຮັດໃຫ້ປະຊາຊົນລາວ-ຊາດລາວໄດ້ສູນເສຍຄວາມເປັນເອກະລາດ,ອໍານາດ,ອະທິປະໄຕ ແລະ ຜືນແຜ່ນດິນອັນແສນຮັກ ເປັນເວລາຫຼາຍຮ້ອຍປີ ດ້ວຍເຫດນັ້ນຈຶ່ງເຮັດໃຫ້ລາວເຮົາຕົກທຸກໄດ້ຍາກ ແລະ ບໍ່ສາມາດພັດທະນາຕົນເອງໄດ້ໄວຄືກັບຊາດອຶ່ນໆໃນໂລກ, ນັບແຕ່ສັດຕະວັດທີ່ 16 ລາວເຮົາໄດ້ຕົກເປັນຫົວເມືອງຂື້ນຂອງຕ່າງຊາດ ປີ 1574 – 1598 ໄດ້ຕົກເປັນຫົວເມືອງຂື້ນຂອງສັກດິນາພະມ້າ, 1779 -1893 ເປັນຫົວເມືອງຂື້ນຂອງສັກດິນາສະຫຍາມ, 1893 – 1954 ໄດ້ຕົກເປັນຫົວເມືອງຂື້ນຂອງຈັກກະພັດຝຣັ່ງ, 1955 -1975 ໄດ້ຕົກເປັນຫົວເມືອງຂື້ນແບບໃໝ່ຂອງຈັກກະພັດອາເມຣິກາ. ແຕ່ດ້ວຍນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກຜືນແຜ່ນດິນຂອງຕົນເອງ ຈຶ່ງເກີດມີຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອທວງເອົາຄວາມເປັນເອກະລາດແຫ່ງຊາດ, ສິິດເສລີພາບຂອງປະຊາຊົນ ໂດຍໄດ້ຕໍ່ສູ້ຕ້ານກັບພວກຈັກກະພັດທັງແບບເກົ່າ ແລະ ໃໝ່ຈົນສາມາດສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນປີ 1975 ເປັນຕົ້ນມາຈົນເຖິງປັດຈຸບັນ ຈາກນັ້ນທ່ານ ສີສິໄລ ສີຫາລາດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ຜ່ານເອກະສານວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ ເຊິ່ງໄດ້ຍົກໃຫ້ເຫັນ ສະພາບການທາງປະຫວັດສາດ ຄວາມໝາຍຂອງການປະຕິວັດເດືອນ ສິງຫາ ປີ 1945 ຢູ່ຫວຽດນາ ຜົນງານ 81 ປີ ແຫ່ງການກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຫວຽດນາມ, ໄຊຊະນະອັນໃຫຍ່ຫຼວງໃນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ, ປ້ອງກັນປະເທດຊາດ, ປະຕິບັດພັນທະສາກົນ ທີ່ທົ່ວພັກທົ່ວກອງທັບ ແລະ ທົ່ວປວງຊົນ ຫວຽດນາມ ແມ່ນສາມາດປົກປັກຮັກສາໝາກຜົນຂອງການປະຕິວັດໄດ້ຢ່າງໝັ້ນຄົງ, ຮັບປະກັນສະພາບແວດລ້ອມສັນຕິພາບ, ສ້າງພື້ນຖານເງື່ອນໄຂເພຶ່ອການພັດທະນາປະເທດໃຫ້ຍືນຍົງ, ບໍ່ພຽງແຕ່ການຮັກສາອະທິປະໄຕດິນແດນອັນສັກສິດ, ແຕ່ຍັງເປັນການຮັກສາເສັ້ນທາງສັງຄົມນິຍົມໃຫ້ໝັ້ນຄົງ, ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບ ພ້ອມກັນນັ້ນ ຍັງໄດ້ສ້າງສະຖານະພະລັງໃໝ່ໃຫ້ແກ່ຫວຽດນາມ ໃນການເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ຍົກສູງຖານະບົດບາດ ແລະ ຊື່ສຽງໃນເວທີສາກົນ.
ທັງນີ້ກໍ່ເພຶ່ອທົບທວນຄຶນມູນເຊື້ອການຕໍ່ສູ້ອັນພິລະອາດຫານຂອງປະຊາຊົນຫວຽດນາມ ພາຍໃຕ້ການນໍາພາຂອງພັກປກອມມູນນິດຫວຽດນາມ ໃນການຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ເພຶ່ອຍາດເອົາເອກະລາດ ການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ຂອງຫວຽດນາມທັງເປັນການຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເປັນປັດໄຈອັນສໍາຄັນຕັດສິນໄຊຊະນະຂອງການປະຕິວັດລາວ ແລະ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປອຍຊາດໃນເມືອກ່ອນ ແລະ ການສ້າງສາພັດທະນາຂອງທັງສອງປະເທດໃນປັດຈຸບັນ ເນື່ອງໃນໂອກາດການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ຄົບຮອບ 24 ປີ ໄດ້ມອບກະຕາຂອງຂວັນໃຫ້ແກ່ອາດີດປະທານສະຫະພັນນັກຮົບເກົ່າເມືອງຕື່ມອີ່ກ.
ຂ່າວ: ອຸ່ນຄໍາ ຂັນວາລິດ