ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ລົງຕິດຕາມ ແລະ ຊຸກຍູ້ການຜະລິດກະສິກຳ-ລ້ຽງສັດ ເພື່ອຫລຸດຜ່ອນການນຳເຂົ້າ.

ໃນວັນທີ 11 ກັນຍາ 2026, ທ່ານ ຂັນທອງ ທຳມະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ, ພ້ອມດ້ວຍພະແນກກະສິກຳແລະສິ່ງແວດລ້ອມແຂວງ.ພະແນກອຸສາຫະກຳແລະການຄ້າ ແຂວງໄດ້ລົງເຄື່ອນໄຫວຕິດຕາມ, ຢ້ຽມຢາມ ແລະ ຊຸກຍູ້ການຜະລິດກະສິກຳ-ການລ້ຽງສັດ, ແມ່ນເພື່ອເກັບກຳຂໍ້ມູນສະພາບຕົວຈິງ ກ່ຽວກັບຄວາມຄືບໜ້າ, ການຂະຫຍາຍຕົວຂອງການຜະລິດ ແລະ ບັນຫາຄວາມຫຍຸ້ງຍາກຂອງຜູ້ປະກອບການທຸລະກິດກະສິກຳ-ລ້ຽງສັດໃນໄລຍະຜ່ານມາ ເພື່ອເກັບກຳຂໍ້ມູນ ຂໍ້ສະເໜີ, ຄວາມຕ້ອງການ ແລະ ຂໍ້ຈຳກັດ ໃຊ້ເປັນບ່ອນອີງໃຫ້ຂະແໜງການທີ່ກ່ຽວຂ້ອງໃນການວາງນະໂຍບາຍ, ມາດຕະການສົ່ງເສີມ ແລະ ໃຫ້ການຊ່ວຍເຫຼືອແກ້ໄຂບັນຫາ ແນ່ໃສ່ເຮັດໃຫ້ທຸລະກິດສາມາດເຕີບໂຕໄດ້ຢ່າງໝັ້ນຄົງ.

ການລົງຢ້ຽມຢາມ ແລະ ຊຸກຍູ້ໃນຄັ້ງນີ້ ມີທັງໝົດ 4 ຈຸດ ຄື:

ເມືອງຕົ້ນເຜິ້ງ: ຟາມລ້ຽງໄກ່ໄຂ່ (ບ້ານ ມອມ), ຟາມລ້ຽງໝູ (ບ້ານ ໃຫຍ່ຕົ້ນເຜິ້ງ), ແລະ ຟາມລ້ຽງປາ ທອງດີ (ບ້ານ ນ້ຳເກິ່ງເກົ່າ).

  ເມືອງຫ້ວຍຊາຍ: ຟາມປະສົມປະສານ ຂອງນາງ ສີຄຳ (ບ້ານ ນ້ຳຍ່ອນ).

ໄດ້ຕິດຕາມກວດກາເບິ່ງລະບົບການຄຸ້ມຄອງຟາມ, ການປ້ອງກັນພະຍາດ, ການຂະຫຍາຍປະລິມານ ແລະ ຄຸນະພາບການຜະລິດ, ການສະໜອງໃຫ້ຕະຫຼາດພາຍໃນ ແລະ ການສົ່ງອອກ, ເຕັກນິກການລ້ຽງ, ຕົ້ນທຶນການຜະລິດ ແລະ ລະບົບຈັດການຜົນກະທົບຕໍ່ສິ່ງແວດລ້ອມ. ໂດຍລວມແລ້ວ ເຫັນວ່າການຈັດຕັ້ງປະຕິບັດຂອງຜູ້ປະກອບການແມ່ນດຳເນີນໄປໄດ້ດີພໍສົມຄວນ. ເຖິງຢ່າງໃດກໍຕາມ, ໃນໄລຍະນີ້ ຜູ້ປະກອບການໄດ້ໂຈະຊົ່ວຄາວການນຳເຂົ້າລູກໝູມາລ້ຽງໃໝ່ ຍ້ອນມີການລະບາດຂອງພະຍາດໃນໝູຢູ່ຫຼາຍແຂວງ ເພື່ອຫຼຸດຄວາມສ່ຽງຕໍ່ໝູທີ່ມີຢູ່.

ນອກນີ້ຜູ້ປະກອບການຍັງໄດ້ສະເໜີມີບັນຫາສິ່ງທ້າທາຍທີ່ກຳລັງປະເຊີນຢູ່ ເຊັ່ນ: ຕົ້ນທຶນການຜະລິດສູງ ເພາະຕ້ອງນຳເຂົ້າລູກສັດ, ອາຫານສັດ, ຢາວັກຊີນ ແລະ ເຕັກນິກຈາກຕ່າງປະເທດ, ບວກກັບການຜັນຜວນຂອງລາຄາຕະຫຼາດ ພ້ອມຄວາມສ່ຽງດ້ານພະຍາດລະບາດສັດ ແລະ ຂໍໃຫ້ຊ່ວຍພິຈາລະນາຈຳກັດການນຳເຂົ້າຊີ້ນສວນ ແລະ ສັດທີ່ສາມາດຜະລິດໄດ້ພາຍໃນ ເພື່ອສ້າງຕະຫຼາດໃຫ້ຜູ້ຜະລິດ.

ຕໍ່ກັບສິ່ງທ້າທາຍດັ່ງກ່າວ, ທ່ານ ຂັນທອງ ທຳມະວົງ ໄດ້ເນັ້ນໃຫ້ຂະແໜງການກ່ຽວຂ້ອງ ແລະ ຜູ້ປະກອບການ ຮ່ວມມືກັນຈັດຕັ້ງປະຕິບັດ ຍົກລະດັບຈາກການນຳເຂົ້າລູກສັດ ມາເປັນການເພາະພັນລູກສັດລ້ຽງເອງ, ຫັນມາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ປອດພະຍາດໄປເທື່ອລະກ້່າວ, ສົ່ງເສີມການປູກພືດອາຫານສັດ (ເຂົ້າໂພດ, ຖົ່ວເຫຼືອງ) ພາຍໃນທ້ອງຖິ່ນ ໃຫ້ສາມາດຜະລິດອາຫານສັດເອງເພື່ອຫຼຸດຕົ້ນທຶນ, ສືບຕໍ່ສ້າງເຄືອຂ່າຍຕະຫຼາດ ເຊື່ອມໂຍງລະຫວ່າງ ຟາມ – ພໍ່ຄ້າ – ຜູ້ບໍລິໂພກ ແລະ ເຂດເສດຖະກິດ ໃຫ້ໝັ້ນຄົງ.

ທັງນີ້ກໍເພື່ອໃຫ້ແຂວງບໍ່ແກ້ວສາມາດກຸ້ມຕົນເອງທາງດ້ານສະບຽງອາຫານ (ປາ, ໄຂ່, ຊີ້ນໝູ), ຫຼຸດຜ່ອນການນຳເຂົ້າສິນຄ້າຈາກຕ່າງປະເທດ, ຫຼຸດຜ່ອນການຮົ່ວໄຫຼຂອງເງິນຕາ, ສ້າງວຽກເຮັດງານທຳ ,ເພີ່ມລາຍຮັບທີ່ໝັ້ນຄົງໃຫ້ກັບປະຊາຊົນ ແລະ ເຮັດໃຫ້ການດຳເນີນທຸລະກິດມີຄວາມໝັ້ຄົງ,ເຮັດໃຫ້ເສດຖະກິດຂອງແຂວງມີຄວາມເຂົ້ມແຂງຢ່າງແທ້ຈິງ.

ຂ່າວ:ສາຍສະໝອນ ແກ້ວວິສິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa