




ວັນທີ 11 ກັນຍານີ້, ບ້ານສີບຸນເຮືອງ ແລະ ບ້ານດອນໄຈ ຄຸ້ມດອນຄໍາ ຈັດພິທີມອບ-ຮັບ ນໍ້າບາດານ ແລະ ນໍ້າລີນ ລະບົບນໍາໃຊ້ກົງເຕີ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກໜ່ວຍງານຊ່ວຍເຫຼືອສັງຄົມ ກາໂທລິກ ປະຈໍາແຂວງບໍ່ແກ້ວ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທິບພະກອນ ມະນີຄໍາ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ທ່ານ ອຸ່ນຫຼ້າ ໝື່ນພົນ ກໍາມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງຫ້ວຍຊາຍ, ມີບັນດາຄະນະກໍາມະການປົກຄອງຕາແສງ, ຄະນະພັກ, ອໍານາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ແຂກຖຶກເຊີນຕະຫຼອດຮອດປະຊາຊົນເຂົ້າຮ່ວມ.
ຈາກນັ້ນ ຄະນະຮັບຜິດຊອບ ໄດ້ລາຍງານການຈັດຕັ້ງປະຕິບັດການກໍ່ສ້າງລະບົບນໍ້າສະອາດພ້ອມທັງ, ຕິດຕັ້ງປໍ້າໄຟຟ້າ, ແຈກຍາຍທໍ່ຕິດຕັ້ງກົງເຕີເຂົ້າແຕ່ຫຼັງຄາເຮືອນ ຈໍານວນ 34 ຄົວເຮືອນ ບ້ານສີບຸນເຮືອງ ມີ 102 ຄົວເຮືອນ, ມີ 120 ຄອບຄົວ, ມີພົນລະເມືອງທັງໝົດ 436 ຄົນ, ຍິງ 198 ຄົນ, ນໍ້າບາດານ ລະບົບນໍາໃຊ້ກົງເຕີ ຈໍານວນ 2 ບໍ່ ມູນຄ່າ 547,000,000 ລ້ານກີບ, ບ້ານ ດອນໄຈ ຄຸ້ມດອນຄໍາ ມີ 62 ຄົວເຮືອນ ມີ 67 ຄອບຄົວ, ມີພົນລະເມືອງທັງໝົດ 327 ຄົນ, ຍິງ 178 ຄົນ, ບ້ານ ດອນໄຈ ຄຸ້ມດອນຄໍາ ນໍໃຊ້ນໍ້າລີນ ລະບົບນໍາໃຊ້ກົງເຕີ ມູນຄ່າ 272,000,00 ລ້ານກີບ, ໃຫ້ປະຊາຊົນ ບ້ານບ້ານສີບຸນເຮືອງ ແລະ ບ້ານດອນໄຈ ຄຸ້ມດອນຄໍາໄດ້ຊົມໃຊ້ນໍ້າໃຫ້ສະດວກສະບາຍ, ຈາກນັ້ນ ຄະນະຮັບຜິດຊອບ ໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການຍ້ອງຍໍຜູ້ທີມີຜົນງານດີເດັ່ນປະກອບທຶນຮອນເຈາະນໍ້າບາດານ ແລະ ນໍ້າລີນໃຫ້ປະຊາຊົນ ບ້ານສີບຸນເຮືອງ ແລະ ບ້ານດອນໄຈ ຄຸ້ມດອນຄໍາ ໃຫ້ກຽດມອບໂດຍທ່ານ ທິບພະກອນ ມະນີຄໍາ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ ແລະ ທ່ານ ອຸ່ນຫຼ້າ ໝື່ນພົນ ກໍາມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງຫ້ວຍຊາຍ.
ໂອກາດນີ້ ທ່ານ ທິບພະກອນ ມະນີຄໍາ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ, ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍຕໍ່ຜົນງານທາງໜ່ວຍງານຊ່ວຍເຫຼືອສັງຄົມ ສາສະໜາກາໂຕລິກ ປະຈໍາແຂວງບໍ່ແກ້ວ, ເຊິ່ງໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ພາຍຫຼັງມອບຮັບນໍ້າບາດານແລ້ວໃຫ້ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນຈົ່ງພ້ອມກັນປົກປັກຮັກສາ, ຄຸ້ມຄອງນໍ້າບາດານ ແລະ ນໍ້າລີນ ດັ່ງກ່າວຢູ່ພາຍໃນບ້ານໃຫ້ນໍາໃຊ້ໄດ້ຍາວນານ ແລະ ມີຄວາມຍືນຍົງ, ຫຼີກເວັ້ນການຖຶກທຳລາຍຈາກສັດລ້ຽງ ແລະ ກຸ່ມຄົນບໍ່ຫວັງດີ, ໂດຍສະເພາະແມ່ນຂີ້ລັກງັດແຫງະທີເຮັດໃຫ້ບ້ານບໍ່ມີຄວາມສະຫງົບ, ທ່ານໄດ້ເນັ້ນໜັກໃຫ້ຄະນະພັກອໍານາດການປົກຄອງບ້ານຈົ່ງພ້ອມກັນສຶກສາອົບຮົມການເມືອງແນວຄິດ ແລະ ເຕົ້າໂຮມຄວາມສາມັກຄີພໍ່ແມ່ປະຊາຊົນເປັນສຳຄັນຕິດພັນກັບການຊູກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ສືບຕໍ່່ຊີ້ນຳໆພາພໍ່ແມ່ປະຊາຊົນປົກປັກຮັກສາຮີດຄອງປະເພນີວັດທະນະທຳຂອງເຜົ່າ, ຍົກສູງວຽກງານຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆໃຫ້ໝົດໄປ.
ພາບ,ຂ່າວ: ບຸນຈັນ ບຸນປັນຍາ