ພິທີປະກາດຕຳແໜ່ງງານ ຄະນະບັນຊາ ກອງຮ້ອຍປ້ອງກັນທີ່ຕັ້ງ 14.

ພິທີ ປະກາດແຕ່ງຕັ້ງຕຳແໜ່ງງານ ໃຫ້ນາຍ ແລະ ພົນທະຫານ.ໄດ້ຈັດຂື້ນໃນວັນທີ 14 ກັນຍາ 2026 ນີ້, ຢູ່ທີ່ ສະໂມສອນກອງຮ້ອຍປ້ອງກັນທີ່ຕັ້ງ 14 ໂດຍການເປັນປະທານຂອງ ສະຫາຍ ພັນໂທ ໜູພິດ ເຜົ້າຜາສຸກ ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີ ບັນດາຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ພັນຕີ ດອນ ພອນມະນີ ຮອງຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງ ວ່າດ້ວຍການ ຍົກຍ້າຍ ແລະ ແຕ່ງຕັ້ງຄະນະບັນຊາກອງຮ້ອຍປ້ອງກັນທີ່ຕັ້ງ 14 ທີຂຶ້ນກັບທະຫານແຂວງບໍ່ແກ້ວ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນຕີ ຫຸມພັນ ຂັນທະວີພອນ ເປັນຮອງຫົວໜ້າກອງຮ້ອຍ 14 ຮັບຜິດຊອບວຽກພະລາທິການ-ເຕັກນິກ

ທ້າຍພິທີ ສະຫາຍ ພັນໂທ ໜູຜິດ ເຜົ້າຜາສຸກ ປະທານພິທີໄດ້ມີຄຳເຫັນ ສະຫາຍໄດ້, ເນັ້ນໜັກຜູ້ໄດ້ຮັບໜ້າທີ່ໃໝ່ຕ້ອງເປັນເຈົ້າການໃນການປັບປຸງໜ້າທີ່ວຽກງານ, ຍົກສູງຄວາມຮັບຜິດຊອບເຊື່ອມຊຶມບັນດາມະຕິຕ່າງໆຂອງພັກຂອງລັດ, ເຝິກຝົນຫຼໍ່ຫຼອມຕົນເອງ, ຊອກຮູ້ຮໍ່າຮຽນ, ດຸໝັ່ນຂະຫຍັນພຽນ ເພິ່ງຕົນກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນແບບຢ່າງນຳໜ້າໃຫ້ມະຫາຊົນໃນທຸກຂະບວນການ, ຕ້ອງມີຄຸນທາດການເມືອງໜັກແໜ້ນ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ຍົກສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດ, ຮັກສາໄດ້ຄວາມສາມັກຄີ ເພື່ອພ້ອມກັນປັບປຸງກໍ່ສ້າງກົມກອງ ໃຫ້ມີບາດກ້າວໃໝ່ເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ.

ຂ່າວໂດຍ: ນີ່ ທຳມະວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa