ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ລົງຊຸກຍູ້ການຜະລິດພືດຜັກ ເພື່ອສະໜອງການບໍລິໂພກພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າ.

 

ທ່ານ ພົນຈັດຕ ະວາ ສຸກພະຈັນ ສີລາເພັດ ປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ພ້ອມດ້ວຍພະແນກການກະສີກຳ ແລະ ສິ່ງແວດລ້ອມແຂວງ ແລະ ເມືອງຫ້ວຍຊາຍ ໄດ້ລົງຕິດຕາມ ແລະ ຊຸກຍູ້ການຜະລິດພືດຜັກຂອງປະຊາຊົນຢູ່ ບ້ານປຸງນາໜູນ ແລະ ກຸ່ມປູກຜັກເຂດບ້ານນ້ຳຄຳ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ໃນວັນທີ 12 ກັນຍາ 2026 ນີ້, ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ປະຊາຊົນເພີ່ມການຜະລິດພືດຜັກທີ່ມີຄຸນນະພາບ, ສອດຄ່ອງຕາມຄວາມຕ້ອງການຂອງຕະຫຼາດ, ໃນການສະໜອງໃຫ້ການບໍລິໂພກພາຍໃນແຂວງຢ່າງພຽງພໍ ເພື່ອຫຼຸດຜ່ອນການນຳເຂົ້າພືດຜັກຈາກຕ່າງປະເທດ.

ໃນໂອກາດນີ້, ທ່ານປະທານຄະນະກຳມະການປົກຄອງແຂວງພ້ອມຄະນະ ໄດ້ຮັບຟັງການລາຍງານສະພາບການຜະລິດ ເປັນຕົ້ນແມ່ນ ແນວພັນຊະນິດພືດທີ່ປູກ, ເນື້ອທີ່ຜະລິດ, ປະລິມານຜົນຜະລິດ, ຕົ້ນທຶນ, ການສະໜອງປະເພດພືດຜັກ, ຕະຫຼາດ, ລາຄາຈຳໜ່າຍ ແລະ ລາຍຮັບຂອງຄອບຄົວ. ພ້ອມກັນນັ້ນ, ກໍໄດ້ຮັບຮູ້ນັບທັງບັນຫາຄວາມຫຍຸ້ງຍາກທີ່ພົບພໍ້ ເຊັ່ນ:ບັນຫາໄຟຟ້າເຂົ້າໃນການຜະລິດທີ່ຍັງບໍ່ທັນສະດວກ, ຕົ້ນທຶນປັດໄຈການຜະລິດສູງ ແລະ ການເຂົ້າເຖິງແຫຼ່ງທຶນ, ຄວາມຮູ້ດ້ານວິຊາການກ່ຽວກັບການປູກ ແລະ ຕະຫຼາດຮອງຮັບຜົນຜະລິດ, ການນຳເອົາພືດຜັກເຂົ້າມາຈາກຕ່າງແຂວງຕ່າງປະເທດ ໄດ້ສົ່ງຜົນກະທົບຕໍ່ລາຄາ ແລະ ການຈຳໜ່າຍຜົນຜະລິດຂອງປະຊາຊົນພາຍໃນແຂວງ

ເພື່ອແກ້ໄຂບັນຫາດັ່ງກ່າວ, ທ່ານປະທານຄະນະກຳມະການປົກຄອງແຂວງ ໄດ້ແນະນຳໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ຊຸກຍູ້ປະຊາຊົນ ນຳໃຊ້ເຕັກນິກການຜະລິດທີ່ເໝາະສົມ, ເລືອກພັນພືດທີ່ດີ, ວາງແຜນການຜະລິດໃຫ້ສອດຄ່ອງກັບລະດູການ ແລະ ຄວາມຕ້ອງການຂອງຕະຫຼາດ, ພ້ອມດຽວກັນນີ້, ໃຫ້ເອົາໃຈໃສ່ສ້າງກຸ່ມຜະລິດພືດຜັກ ເພື່ອໃຫ້ສາມາດຮ່ວມກັນວາງແຜນການຜະລິດ, ຈັດຫາແນວພັນ, ກຳນົດປະລິມານຜະລິດ ແລະ ເຂັ້ມແຂງໃນການຫາຕະຫຼາດຮອງຮັບ ທັງໝົດນີ້ເພື່ອແນ່ໃສ່ການຫຼຸດຜ່ອນການນຳເຂົ້າພືດຜັກຈາກຕ່າງປະເທດ ທີ່ແຂວງເຮົາສາມາດຜະລິດໄດ້ເອງ, ເປັນການສ້າງຄວາມເຂັ້ມແຂງໃຫ້ການຜະລິດພາຍໃນ, ເພີ່ມລາຍຮັບໃຫ້ແກ່ຄອບຄົວປະຊາຊົນ, ໃນການຜະລິດພືດຜັກໃຫ້ມີຄຸນນະພາບ, ມີປະລິມານພຽງພໍ ແລະ ສາມາດສະໜອງໃຫ້ຕະຫຼາດ ແລະ ການບໍລິໂພກພາຍໃນແຂວງບໍ່ແກ້ວ.

ຂ່າວ: ສາຍສະໝອນ ແກ້ວວິສິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa