ກອງພັນໃຫຍ່302 ກອງພົນທີ່3 ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ່ XII ຂອງພັກ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 5 ສະໄໝທີ VI ຊຸດທີ 2.

ໃນວັນທີ 10 ກັນຍາ ປີ 2026 ນີ້ ກອງພັນໃຫຍ່302 ກອງພົນທີ3 ໄດ້ຈັດກອງປະຊຸມ ເຜີຍແຜ່,ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 5 ສະໄໝທີ VI ຊຸດທີ 2 ໃຫ້ພະນັກງານສະມາຊິກພັກ ພາກສ່ວນທີຍັງບໍ່ທັນໄດ້ເຂົ້າຮ່ວມເຊື່ອມຊືມໃນໄລຍະຜ່ານມາ ຂຶ້ນຢູ່ທີ່ສະໂມສອນກອງພັນໃຫຍ່302. ໂດຍການເປັນປະທານຂອງ ສະຫາຍພັນໂທ ບຸນເກີນ ເຄື່ອນວັນໄທ ຄະນະພັກກອງພົນ ຮອງເລຂາຄະນະພັກຫົວໜ້າການທະຫານກອງພັນໃຫຍ່302, ມີຄະນະພັກ-ຄະນະບັນຊາ ພະແນກການ, ກົມກອງ ພ້ອມດ້ວຍພະນັກງານສະມາຊິກພັກສົມບູນ-ສໍາຮອງພາກສ່ວນທີ່ຍັງບໍ່ທັນເຂົ້າຮ່ວມຮັບຟັງການເຜີຍແຜ່ເຊື່ອມຊືມໃນໄລຍະຜ່ານມາເຂົ້າຮ່ວມ.

ສະຫາຍພັນໂທ ບຸນເກີນ ເຄື່ອນວັນໄທ ຄະນະພັກກອງພົນ ຮອງເລຂາຄະນະພັກຫົວໜ້າການທະຫານກອງພັນໃຫຍ່302 ໄດ້ຜ່ານເນື້ອໃນສຳຄັນຂອງໂຄງການ-ການເມືອງ ສະບັບທີ3, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງປະເທດ ຄັ້ງທີ5 ສະໄໝທີ VI.   ຫຼັງຈາກນັ້ນສະຫາຍກໍ່ໄດ້ສະເໜີໃຫ້ຄະນະພັກກອງພັນໃຫຍ່302 ແລະ ຂະແໜງການທີ່ກ່ຽວຂ້ອງ ພັດປ່ຽນກັນຂຶ້ນເຜີຍແຜ່ແຜນເອກະສານ ແລະ ເນຶ້ອໃນສຳຄັນຂອງເອກະສານ. ໃນນີ້, ສະຫາຍພັນໂທ ບຸນ ວິໄລແກ້ວ ຄະນະປະຈໍາພັກ ປະທານກວດກາ ຫົວໜ້າພະແນການເມືອງກອງພັນໃຫຍ່302  ຂຶ້ນຜ່ານບົດສະຫຼຸບການນໍາພາຮອບດ້ານ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ 6 ເດືອນຕົ້ນປີ ແລະ ທິດທາງແຜ່ນການ 6 ເດືອນທ້າຍປີ 2026 ແລະ ເນື້ອໃນສຳຄັນຂອງບົດລາຍງານການເມືອງ, ສະຫາຍພັນໂທ ສົມຈິດ ຄຸນສະໄໝ ຫົວໜ້າຂະແໜງຈັດຕັ້ງພັກກອງພັນໃຫຍ່302  ຂຶ້ນຜ່ານເນື້ອໃນກົດລະບຽບຂອງພັກ ສະໄໝທີ XII, ສະຫາຍພັນໂທ ຄໍາພັນ ໄຊຍະວົງສີ ຄະນະພັກກອງພັນໃຫຍ່ ຮອງຫົວໜ້າພະແນກການເມືອງກອງພັນໃຫຍ່302 ຂຶ້ນຜ່ານຂໍ້ກຳນົດ ແລະ ຂໍ້ຕົກລົງວ່າດ້ວຍການແຂ່ງຂັນ-ຍ້ອງຍໍໃນກອງທັບປະຊາຊົນລາວ, ສະຫາຍພັນໂທ ສຸທິວົງ ພົນທະສີ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກພະລາທິການກອງພັນໃຫຍ່302 ຂຶ້ນຜ່ານແຜນພັດທະນາເສດຖະກິດສັງຄົມ 5 ປີ ແຫ່ງລັດຄັ້ງ 10.

ການຈັດຕັ້ງເຜີຍແຜ່ເຊື່ອມຊືມເອກກະສານໃນຄັ້ງນີ້, ກໍ່ເພຶ່ອເຮັດໃຫ້ພະນັກງານສະມາຊິກພັກ ໄດ້ຮັບຮູ້, ເຊື່ອມຊຶມ ຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງ ຕໍ່ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ກໍາແໜ້ນບັນດາແນວທາງ, ແຜນນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ, ກໍາໄດ້ສະພາບການ ແລະ ໜ້າທີ່ຂອງກົມກອງຢ່າງທົ່ວເຖິງ, ເລິກເຊິ່ງ, ພ້ອມທັງເປັນເຈົ້າການຕອບຕ້ານການໂຄສະນາບິດເບືອນ ແລະ ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງບັນດາອິດທິກໍາລັງປໍລະປັກ, ຍົກສູງການນໍາພາຂອງພັກໃຫ້ມີຄວາມເຂັ້ມແຂງ, ສ້າງໃຫ້ສະມາຊິກພັກ ທຸກຂັ້ນມີການຫັນປ່ຽນຢ່າງເລິກເຊິ່ງ, ເປັນລະບົບໃນຂົງເຂດວຽກງານ, ສ້າງໃຫ້ສະມາຊິກພັກ ທຸກຂັ້ນໃຫ້ມີຄວາມເຂັ້ມແຂງ ແລະ  ມີວິໄສທັດ, ທັດສະນະ ແລະຄາດໝາຍສູ້ຊົນ ໃນການສ້າງສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່, ແຜນພັດທະນາເສດຖະກິດ – ສັງຄົມ ແຫ່ງຊາດ, ການແຂ່ງຂັນຍ້ອງຍໍໃນກອງທັບປະຊາຊົນລາວ ແລະ ເນື້ອໃນສຳຄັນອື່ນໆ ເພື່ອເຮັດໃຫ້ບັນດາມະຕິທີ່ກ່າວມາຂ້າງເທິງນີ້, ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າສູ່ລວງເລິກຢ່າງມີຈຸດສຸມ ແລະ ມີຜົນສຳເລັດຢ່າງເປັນຮູບປະທໍາ ແລະ ແທດເໝາະກັບສະພາບຕົວຈິງຂອງກົມກອງ.

ພາບ:ໄຊຄໍາ ສຸຍະອິນ \ ຂ່າວ:  ພອນແກ້ວ ວິໄລສັກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa