
ໃນວັນທີ 10 ກັນຍາ 2026 ນີ້, ທີ່ຫ້ອງປະຊຸມແນວລາວສ້າງຊາດແຂວງ, ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນກັບຜູ້ເຊື່ອຖືສາສະໜາເຢຊູຄຣິດ ໂດຍການເປັນປະທານຂອງ ທ່ານ ສົມສັກ ປິ່ນແກ້ວ, ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງມີ ບັນດາຮອງປະທານ, ຫົວໜ້າ-ຮອງຫົວໜ້າຂະແໜງການພາຍໃນແນວລາວສ້າງຊາດແຂວງ,ພ້ອມດ້ວຍບັນດາທ່ານຄະນະສູນລວມຂ່າວປະເສີດ, ບັນດາຄຸນພໍ່ ແລະ ຄະນະເຊເວັນເດ ປະຈຳແຂວງບໍ່ແກ້ວ ເຂົ້າຮ່ວມ.
ການຈັດກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືຮ່ວມກັນໃນການແກ້ໄຂບັນຫາ ແລະ ທໍາຄວາມເຂົ້າໃຈກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມສະດວກ, ມີຄວາມເປັນເອກະພາບ, ທັງຮັບປະກັນໃຫ້ການເຄື່ອນໄຫວເປັນໄປຢ່າງຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ. ນອກນັ້ນ, ຍັງເປັນການອໍານວຍຄວາມສະດວກໃນການຕິດຕາມ, ກວດກາ, ເກັບກຳສະພາບບັນຫາທີ່ເກີດຂຶ້ນໃນສັງຄົມກ່ຽວກັບສາສະໜາ, ເພື່ອຊຸກຍູ້ວຽກງານສາສະໜາໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ, ມີປະສິດທິພາບ ແລະ ປະສິດທິຜົນສູງ.
ໃນກອງປະຊຸມ, ໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຄູ່ຮ່ວມງານວຽກງານສາສະໜາ ຂອງແນວລາວສ້າງຊາດແຂວງ, ຜ່ານພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບ ຂອງແນວລາວສ້າງຊາດຕາມເນື້ອໃນບົດບັນທຶກ 3 ຝ່າຍ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ປຶກສາຫາລື ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານ ແລະ ວິທີແກ້ໄຂບັນຫາໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ທ່ານ ສົມສັກ ປິ່ນແກ້ວ ໄດ້ສະແດງຄວາມຊົມເຊີຍພໍ່ແມ່ປະຊາຊົນຜູ້ເຊື່ອຖືສາສະໜາເຢຊູຄຣິດ ທີ່ໄດ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງບ້ານເມືອງ, ເປັນເຈົ້າການເຂົ້າຮ່ວມຂະບວນການພັດທະນາເສດຖະກິດ-ສັງຄົມ, ການພັດທະນາຊີວິດຄວາມເປັນຢູ່ ແລະ ການປົກປັກຮັກສາຄວາມສະຫງົບຢູ່ຮາກຖານ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດານັກບວດ, ນັກສອນສາສະໜາ, ຜູ້ນໍາສາສະໜາ ແລະ ສາສະນິກະຊົນຜູ້ເຊື່ອຖືສາສະໜາເຢຊູຄຣິດ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີປະຊາຊົນບັນດາເຜົ່າ ແລະ ຄວາມສາມັກຄີລະຫວ່າງສາສະໜາໃຫ້ແໜ້ນແກ່ນ; ເຄື່ອນໄຫວເຜີຍແຜ່ ແລະ ປະຕິບັດພິທີກໍາທາງສາສະໜາໃຫ້ຖືກຕ້ອງຕາມຂັ້ນຕອນຂອງລະບຽບກົດໝາຍ; ເພີ່ມທະວີຄວາມເປັນແບບຢ່າງໃນການດໍາເນີນຊີວິດ “ສາມັກຄີ, ເຮັດດີ, ມີສິນທໍາ” ແລະ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດພັດທະນາ ເພື່ອສ້າງສາແຂວງບໍ່ແກ້ວໃຫ້ຈະເລີນຮຸ່ງເຮືອງ.
ຂ່າວ: ນັກຂ່າວແນວລາວສ້າງຊາດແຂວງ