ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງດ້ານເນື້ອໃນໃຫ້ແກ່ ສະມາຊິກສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ V.

ໃນລະຫວ່າງ ວັນທີ 8 -10 ກັນຍາ 2026 ທີ່ ສະໂມສອນເມືອງຜາອຸດົມ, ເເຂວງບໍ່ແກ້ວ ໄດ້ເປີດ ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງດ້ານເນື້ອໃນໃຫ້ແກ່ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍການເປັນປະທານຂອງ ທ່ານ ດາລີວັນ       ພູສະຫວັນ, ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ເຂົ້າຮ່ວມມີ ບັນດາທ່ານ ນັກວິທະຍາກອນ ແລະ ນັກສໍາມະນາກອນ ທີ່ ເປັນສະມາຊິກສະພາປະຊາຊົນແຂວງປະຈໍາເຂກເລືອກຕັ້ງເມືອງ 5 ເມືອງ, ຕາງໜ້າໂຄງການໂຄງການແຜນງານລາວ/037-LuxDev ລຸກຊໍາບວກ ແລະ  ພະນັກງານຊ່ວຍວຽກເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການ ບັນຍາຍເນື້ອໃນເອກສານ ຈາກ ທ່ານ ດາລີວັນ  ພູສະຫວັນ ຮອງປະທານສະພາປະຊາຊົນແຂວງ ໃນຫົວຂໍ້ ກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງປີ 2024) ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ 2024), ຮ່າງມະຕິວ່າດ້ວຍການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວ ຂອງຄະນະສະມາຊິກສະພາປະຊາຊົນນະຄອນຫຼວງ/ແຂວງ ປະຈໍາເຂດເລືອກຕັ້ງເມືອງ, ໄດ້ຮັບຟັງການບັນຍາຍເອກສານຈາກ ທ່ານ ຄໍາຈັນ ອິນທະຈັກ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ໃນຫົວຂໍ້ ເຜີຍແຜ່ປຶ້ມຄູ່ມື ການພົບປະປະຊາຊົນ ຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ, ຈາກນັ້ນ ທ່ານ ພັອ ຫຸມແພງ ອິນທະຈັກ ອາດີດ ຮອງປະທານຄະນະສະມາຊິກສະພາແຫ່ງຊາດຊຸດທີ IX ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ, ອາດີດ ຮອງປະທານສະພາປະຊາຊົນແຂວງ ຊຸດທີ IV ໄດ້ບັນຍາຍເອກະສານກ່ຽວກັບ ບາງມາດຕາຂອງກົດໝາຍວ່າດ້ວຍວ່າດ້ວຍການແກ້ໄຂຄໍາຮອງທຸກ (ສະບັບປັບປຸງ) ເລກທີ 17/ສພຊ, ລົງວັນທີ 7 ກໍລະກົດ 2022; ທັກສະໃນການຊັກຖາມ ແລະ ການປະກອບຄໍາເຫັນຕໍ່ກອງປະຊຸມ, ໃນກອງປະຊຸມຍັງໄດ້ຮັບຟັງການເຜີ່ຍແຜ່ເອກະສານຂອງ ທ່ານ ນາງ ບົວຄົມ ຂານສຸວົງ ຄະນະປະຈໍາສະພາປະຊາຊົນແຂວງ, ປະທານຄະນະກໍາມະການ ເສດຖະກິດ ແລະ ການເງິນ ກ່ຽວກັບ ບາງມາດຕາຂອງກົດໝາຍວ່າດ້ວຍການຕິກຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ) ເລກທີ47/ສພຂ, ລົງວັນທີ 20 ພະຈິກ 2023, ນອກນັ້ນ, ຍັງໄດ້ຮັບຟັງການບັນຍາຍເອກະສານກ່ຽວກັບ ບາງມາດຕາຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ (ສະບັບປັບປຸງ) ເລກທີ 77/ສພຊ, ລົງວັນທີ 20 ມີນາ 2025; ບາງມາດຕາຂອງກົດໝາຍວ່າດ້ວຍການສ້າງນິຕິກໍາ (ສະບັບປັບປຸງ) ເລກທີ 06/ສພຊ, ລົງວັນທີ 16 ພະຈິກ 2021 ຈາກ ທ່ານ ສາຍຄໍາ ຄໍາປະເສີດ ຄະນະປະຈໍາສະພາປະຊາຊົນແຂວງ, ປະທານຄະນະກໍາມະການ ປກສ-ປກຊ, ກົດໝາຍ ແລະ ຍຸຕິທໍາ;  ໃນກອງປະຊຸມນອກຈາກໄດ້ຮັບຟັງຈາກການບັນຍາຍເນື້ອໃນເອກະສານຈາກນັກວິທະຍາກອນຜູ້ທີ່ມີປະສົບການມາກ່ອນແລ້ວ ຍັງໄດ້ເປີດໂອກາດໃຫ້ ນັກສໍາມະນາກອນ ໄດ້ມີການສົນທະນາແລກປ່ຽນຄໍາຄິດຄໍາເຫັນ ເຊິ່ງກັນແລະ ກັນ ຢ່າງກົງໄປກົງມາໃນທາງທີ່ສ້າງສັນ ແລະ ສ້າງຄວາມຮັບຮູ້, ເຂົ້າໃຈອັນ  ໃໝ່ ເປັນບ່ອນອີງໃນການສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າໃນຕໍ່ໜ້າ.

ໃນຕອນທ້າຍກອງປະຊຸມ, ທ່ານປະທານກອງປະຊຸມ ໄດ້ຕີລາຄາສູງຕໍ່ກອງປະຊຸມຝຶກອົບຮົມດັ່ງກ່າວມີຄວາມໝາຍຄວາມສໍາຄັນຫຼາຍ ແລະ ຈໍາເປັນພາວະວິໄສໃນການຍົກລະດັບຄວາມຮູ້ຄວາມສາມາດໃໝ່ ກໍ່ຄື ການພັດທະນາທັກສະຂອງບັນດາທ່ານ ສສຂ ຊຸດທີ V ມີຄວາມຊໍານານ, ມີບົດຮຽນ ແລະ ປະສົບການເພື່ອເຮັດໃຫ້ສະພາປະຊາຊົນແຂວງ ກໍ່ຄື ຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງ 05 ເມືອງໄດ້ຮັບການປັບປຸງໃຫ້ດີຂຶ້ນ, ຮັບປະກັນໃຫ້ມີຄວາມສາມາດຕົວຈິງໃນການຈັດຕັ້ງ-ເຄື່ອນໄຫວວຽກງານທີ່ໄດ້ຮັບການມອບໝາຍມີປະສິດທິພາບ-ປະສິດທິຜົນສູງຢ່າງຕໍ່ເນື່ອງ ແລະ ຫັນໄປສູ່ຄຸນນະພາບ ໃໝ່.

ນັກຂ່າວ ສະພາປະຊາຊົນແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa