ໜ່ວຍພັກ ອຸດສາຫະກຳ ແລະ ການຄ້າ ເມືອງຜາອຸດົມ ສຳເລັດກອງປະຊຸມໃຫ່ຍ ຄັ້ງທີ IV ຢ່າງເປັນທາງການ.

ກອງປະຊຸມໃຫ່ຍ ຄັ້ງທີ IV ຂອງໜ່ວຍພັກ ອຸດສາຫະກຳ ແລະ ການຄ້າ ເມືອງຜາອຸດົມ ໄດ້ໄຂຂື້ນ ແລະ ອັດລົງດ້ວຍຜົນສຳເລັດ ຢ່າງເປັນທາງການ ໃນວັນທີ 1 ກັນຍາ 2026ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງການຂອງຕົນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພິໄຊ ສຸວັນນະຄຳ ກຳມະການພັກເມືອງ ເລຂາໜ່ວຍພັກອຸດສະຫະກຳ ແລະ ການຄ້າເມືອງ, ເປັນກຽດເຂົ້າຮ່ວມ ຂອງສະຫາຍ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ບົວເກດ ສືບໄຊຍາ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີຄະນະຮັບຜິດຊອບຂອງເມືອງ, ສະມາຊິກພັກສົມບຸນ-ສຳຮອງ ແລະແຂກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ໃນຜ່ານຮ່າງບົດລາຍງານການເມືອງ 2 ພາກ, ເຊິງໜ່ວຍພັກອຸດສາຫະກໍາ ແລະ ການຄ້າ ມີສະມາຊິກພັກທັງໝົດ  20 ສະຫາຍ, ຍິງ 04, ມີພາລະບົດບາດຊີ້ນຳ-ນຳພາສະມາຊິກຢູ່ພາຍໃນ 2 ຫ້ອງການ ກໍ່ຄື: ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ແລະ ຫ້ອງການໄຟຟ້າປະຈຳເມືອງ (ໜ່ວຍພັກເອກະລາດ ), ໄລຍະຜ່ານມາຄະນະພັກ, ສະມາຊີກພັກ ບໍ່ວ່າຍາມໃດກໍ່ຖືເອົາວຽກງານສືກສາຮົມດ້ານການເມືອງແນວຄິດເປັນກົກ ແລະ ຊອກຮູ້ຮໍ່າຮຽນນໍາບັນດາມະຕິຄໍາສັ່ງຂອງພັກ, ກົດໝາຍຂອງລັດຢູ່ສະເໝີ  ວຽກງານວິຊາສະເພາະເປັນປົກກະຕິກໍ່ຄືການຈັດຕັ້ງປະຕິບັດມະຕິຄໍາສັ່ງຂອງຂັ້ນເທິງ, ເຖີງວ່າສະພາບການຂອງໂລກຈະສັບສົນ,ການຕໍ່ສູ້ລະຫ່ວາງແນວຄິດຫຼ້າຫຼັງ ຍັງມີລັກສະນະບໍ່ໄປບໍ່ມາກໍ່ຕາມ ແຕ່ຄະນະພັກສະມາຊິກພັກກໍ່ໄດ້ມີການເຄື່ອນໄຫວຊຶ່ງສະແດງອອກໃນການເຄື່ອນໄຫວວຽກງານການເມືອງແນວຄິດໃຫ້ສະມາຊິກພັກເປັນປົກກະຕິ ໄດ້ເຮັດໃຫ້ບັນດາສະມາຊິກພັກມີຄວາມເຊື່ອໝັ້ນຕໍ່ອົງການຈັດຕັ້ງຂອງພັກ ເຊື່ອໝັ້ນຕໍ່ປະເທດຊາດ, ມີຄວາມຈູບຈ້າວຫ້າວຫັນຕໍ່ວຽກງານວິຊາສະເພາະຂອງໃຜລາວ ເຮັດສໍາເລັດໜ້າທີ່ທີ່ພັກ-ລັດ ໄດ້ມອບໝາຍໃຫ້ມີຄວາມສາມັກຄີເຊີງກັນ ແລະ ກັນ, ມີຄວາມບຸກບືນຕໍ່ໜ້າທີ່ວຽກງານ ມີສະຕິຕໍ່ການຈັດຕັ້ງສູງ ເຊິງສະແດງມາປະຈໍາການເປັນປົກກະຕິບໍ່ມີແນວຄິດທໍ້ຖອຍຕໍ່ການໂຄສະນາບິດເບືອນຄວາມສາມັກຄີພາຍໃນພັກ ກອງປະຊຸມ ຜູ້ມີສິດປ່ອນບັດໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ເຊິງມີຜູ້ລົງສະໝັກທັງໝົດ 5 ສະຫາຍ ເລືອກເອົາ 3 ສະຫາຍ ຜ່ານການປ່ອນບັດຄັດເລືອກ ແລະ ກອງປະຊຸມຄັ້ງປະຖົມມະລຶກ ເລືອກເອົາ ສະຫາຍ ສຸພິໄຊ ສຸວັນນະຄໍາ ເປັນເລຂາ ໜ່ວຍພັກ ຊຸດໃໝ່, ສະຫາຍ ສຸລິຍົງ ສຸລິວັນເພັງ ເປັນຮອງເລຂາໜ່ວຍພັກ ຮັບຜິດຊອບວຽກງານກວດກາ, ສະຫາຍ ຫົງຄໍາ ໄຊຍະສານ ເປັນກໍາມະການໜ່ວຍພັກ.

ສະຫາຍ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ມີຍັງມີຄຳເຫັນໂອ້ລົມ     ເໜັ້ນໜັກບາງບັນຫາທີ່ສຳຄັນ, ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນໍາພາ ຂອງຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນໍາ-ນໍາພາສະມາຊິກພັກ, ປະຕິບັດໜ້າທີການເມືອງຂອງຕົນ, ຍາດໄດ້ຜົນສຳເລັດຫຼາຍດ້ານ, ພ້ອມກັນນັ້ນສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດ        ໃໝ່ຕ້ອງໄດ້ເອົາໃຈໃສ່ຕື່ມບາງບັນຫາດັ່ງນີ້: ໃຫ້ປະຕິບັດຕາມກົດລະບຽບພັກປະຊາຊົນປະຕິບັດລາວ ສະໄໝທີ XII ຢູ່ໃນມາດຕາ 33 ນໍາມາສືກສາອົບຮົມແນວຄິດການເມືອງ ຢູ່ໃນຂົງເຂດຂອງຕົນເອງຮັບຜິດຊອບ ມີການຕິດຕາມ, ກວດກາສະມາຊີກພັກໃນການປະຕິບັດກົດລະບຽບຂອງພັກ, ປະຕິບັດຕາມແຜນພັດທະນາເສດຖະກິດທີ່ກໍານົດໄວ້ ເປັນຕົ້ນ: ແມ່ນວຽກງານວິຊາສະເພາະຂອງພວກສະຫາຍໃຫ້ໄດ້ຕາມແຜນທີ່ກໍານົດໄວ້, ເອົາໃຈໃສ່ຊຸກຍູ້ສົ່ງເສີມຜະລິດຕະພັນທີ່ເປັນສິນຄ້າສົ່ງອອກໃຫ້ຫຼາຍກ່ວາສິນຄ້ານໍາເຂົ້າ, ສືບຕໍ່ເອົາໃຈໃສ່ສົ່ງເສີມຊຸກຍູ້ໃຫ້ມີສິນຄ້າໂອດ໋ອບໃຫ້ເພີ້້ມຂື້ນ, ຍາດແຍ່ງເອົານັກທຸລະກິດເຂົ້າມາລົງທືນຢູ່ພາຍໃນເມືອງຫຼາຍຂື້ນ ໃຫ້ມີການລົງທືນສ້າງຕັ້ງໂຮງງານອຸດສາຫະກຳປຸ່ງແຕ່ງຂະໜາດນ້ອຍ ແລະ ກາງ, ແປຮູບວັດຖຸດິບເປັນຜະລິດຕະພັນເພື່ອສົ່ງອອກ.

ຂ່າວ: ພອນສະຫວັນ ມະນີສີ

ພາບ: ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa