



ວັນທີ 4 ກັນຍາ 2026 ຜ່ານມານີ້ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີ ເປີດນໍາໃຊ້ສູນບໍາບັດຢາເສບຕິດ ໂດຍການເປັນປະທານຮ່ວມ ຂອງທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີທ່ານ ວັນນາ ຄໍາສີປະເສີດ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາທ່ານ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ຄະນະກໍາມະການປົກຄອງຕາແສງນໍ້າເມິງ ອົງການປົກຄອງບ້ານ ຕະຫຼອດຮອດອົງການຈັດຕັ້ງບ້ານ ພາຍໃນບ້ານມອນແຫຼມເຂົ້າຮ່ວມ.
ໃນພິທີ ທ່ານ ພັທ ຄໍາດີ ເກດພິມດາ ໄດ້ຂຶ້ນຜ່ານບົດລາຍງາຍໂດຍຫຍໍ້ໃນການສ້າງສູນບໍາບັດຂອງເມືອງ ສູນບໍາບັດຢາເສບຕິດຂອງເມືອງເມິງ ຕັ້ງຢູ່ບ້ານມອນແຫຼມ ຕາແສງນໍ້າເມິງ ເຊິ່ງການກໍ່ສ້າງໄດ້ແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1 ແມ່ນກໍ່ສ້າງອາຄານ ຫ້ອງການພະນັກງານ ກໍ່ສ້າງໂດຍບໍລິສັດດວງຕາພົມກໍ່ສ້າງຈໍາກັດຜູ້ດ່ຽວ ເປັນຜູ້ຮັບເໝົາກໍ່ສ້າງ ຕົກເປັນມູນຄ່າທັງໝົດ 250 ລ້ານກີບ; ໄລຍະທີ 2 ແມ່ນສຶບຕໍ່ກໍ່ສ້າງອາຄານຄື: ຫ້ອງອາຫານ 1 ຫຼັງ, ເຮືອນຄົວ 1 ຫຼັງ, ຫ້ອງນອນ 4 ຫ້ອງ ແລະ ອາຄານສູນສີມືແຮງງານ 1 ຫຼັງ ກໍ່ສ້າງໂດຍບໍລິສັດພູມີນກໍ່ສ້າງ ແລະ ສ້ອມແປງ-ຂົວທາງຈໍາກັດຜູ້ດ່ຽວ ເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າທັງໝົດ 751 ລ້ານກີບ; ໄລຍະທີ 3 ແມ່ນບໍລິສັດຫຸມພັນ ອິນຕະພັນ ກໍ່ສ້າງ ແລະ ສ້ອມແປງ-ຂົວທາງຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງຄື: ກໍ່ສ້າງຮົ້ວອ້ອມສູນບໍາບັດ, ເຮືອນຂົວພະນັກງານ ແລະ ຈັດຊື້ໂຕະ-ຕັ່ງ, ລວມມູນຄ່າທັງໝົດ 640 ລ້ານກ່ວາກີບ ໃນນັ້ນຍັງໄດ້ປັບປຸງເດີນທາງໜ້າ-ທາງຫຼັງຂອງສູນບໍາບັດ ແລະ ໄດ້ສ້ອມແປງເສັ້ນທາງເຂົ້າສູນບໍາບັດ ໃນມູນຄ່າ 770 ລ້ານກ່ວາກີບ ມາຮອດປັດຈຸບັນການກໍ່ສ້າງແມ່ນສໍາເລັດ 100% ແລະ ໄດ້ເປີດນໍາໃຊ້ສູນບໍາບັດຂອງເມືອງຢ່າງເປັນທາງການ ທັງນີ້ກໍ່ເພຶ່ອເຮັດໃຫ້ຜູ້ຕິດຢາເສບຕິດຢູ່ພາຍໃນເມືອງ ໄດ້ຮັບການບໍາບັດຢ່າງຖືກຕ້ອງ ແລະ ຖືກຕາມຂັ້ນຕອນ ໂດຍມີທີ່ມງານແພດໝໍຂອງເມືອງເປັນຜູ້ດູແລປິ່ນປົວຢ່າງໄກ້ສິດ ເພຶ່ອອໍານວຍຄວາມສະດວກໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ບໍ່ໄດ້ສົ່ງລູກຫຼານຂອງຕົນໄປບໍາບັດຢູ່ຕ່າງເມືອງ ຕ່າງແຂວງ ທັງເປັນການຫຼຸດຜ່ອນການໃຊ້ຈ່າຍຂອງພໍ່ແມ່ປະຊາຊົນຕື່ມອີ່ກ.
ໃນໂອກາດນີ້ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ ເລຂາພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ໄດ້ມິຄໍາເຫັນໂອ້ລົມຕໍ່ພິທີໃນຄັ້ງນີ້ ທ່ານໄດ້ໜັກໃຫ້ພາກສວນທີ່ກ່ຽວຂ້ອງຂອງເມືອງ ສຶບຕໍ່ປັບປຸງລະບົບການຈັດຕັ້ງໃນການຄຸ້ມຄອງພາຍໃນສູນບໍາບັດໃຫ້ເປັນລະບົບຄົບຊຸດ ແລະ ເປັນເຈົ້າການນໍາເອົາລູກຫຼານຂອງພໍ່ແມ່ປະຊາຊົນຜູ້ທີ່ຕິດຢາເສບຕິດເຂົ້າມາບໍາບັດໃຫ້ຖືກກຕ້ອງຕາມຂັ້ນຕອນ, ສຶບຕໍ່ປົກປັກຮັກສາອາຄານສະຖານທີ່ໃຫ້ນໍາໃຊ້ໄດ້ຍາວນານ, ເອົາໃຈໃສ່ສຶກສາອົບຮົມ-ຝຶກສີມືແຮງງານເຮັດໃຫ້ຜູ້ບໍາບັດມີອາຊິບຕິດຕົວເປັນຕົ້ນແມ່ນຝຶກອົບຮົມຫັດຖະກໍາຈັກສານ ຫຼື ຝຶກອົບຮົມໃນການປູກການລ້ຽງຕ່າງໆ ເຮັດໃຫ້ຜູ້ທີ່ເຂົ້າມາບໍາບັດມີຊີວິດການເປັນຢູ່ທີ່ດີຂຶ້ນ ກາຍເປັນຄົນດີຂອງສັງຄົມ ທັງນີ້ກໍ່ເພຶ່ອເຮັດໃຫ້ຜູ້ຕິດຢາເສບຕິດພາຍໃນເມືອງເມິງຫຼຸດໜ້ອຍຖອຍລົງເທື່ອລະກ້າວ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຂ່າວ: ອຸ່ນຄໍາ ຂັນວາລິດ.