
ວັນທີ 7 ກັນຍາ 2026ນີ້ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາ ວັນຊາດສາທາລະນະລັດ ສັງຄົມນິຍົມຫວຽກນາມ ຄົບຮອບ 81 ປີ ( 2 ກັນຍາ ປີ 1945 ຫາ 2 ກັນຍາ 2026 ) ແລະ ວັນສ້າງຕັ້ງສາຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ( 9 ກັນຍາ ປີ 2002 ຫາ 9 ກັນຍາ 2026 ). ຂຶ້ນຢູ່ທີ່ສະໂມສອນຂອງເມືອງ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈຳພັກ, ກຳມະການພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ ໄອຍະການ – ສານປະຊາຊົນເຂດII ຕະຫຼອດຮອດພະນັກງານລັດຖະກອນອ້ອມຂ້າງເມືອງ ເຂົ້າຮ່ວມ.
ທ່ານ ສົມນິດ ໄຊທະວົງສິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະານປົກຄອງເມືອງ ໄດ້ຍົກໃຫ້ເຫັນ ສະພາບການທາງປະຫວັດສາດ ຄວາມໝາຍຂອງການປະຕິວັດເດືອນ ສິງຫາ ປີ 1945 ຢູ່ຫວຽດນາມ, ຜົນງານ 81 ປີ ແຫ່ງການກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຫວຽດນາມ, ໄຊຊະນະອັນໃຫຍ່ຫຼວງໃນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ, ປ້ອງກັນປະເທດ, ປະຕິບັດພັນທະສາກົນ, ໃນໄລຍະ 81 ປີຜ່ານມາຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ຫວຽດນາມ ແມ່ນສາມາດປົກປັກຮັກສາໝາກຜົນຂອງການປະຕິວັດໄດ້ຢ່າງໝັ້ນຄົງ, ຮັບປະກັນສະພາບແວດລ້ອມ ສັນຕິພາບ, ສ້າງພື້ນຖານເງື່ອນໄຂ ເພື່ອການພັດທະນາປະເທດໃຫ້ຍືນຍົງ, ຜົນສໍາເລັດທີ່ໂດດເດັ່ນໃນການປົກປ້ອງປະເທດຕະຫຼອດ 81 ປີຜ່ານມາ ບໍ່ພຽງແຕ່ການຮັກສາອະທິປະໄຕດິນແດນອັນສັກສິດ, ແຕ່ຍັງເປັນການຮັກສາເສັ້ນທາງສັງຄົມນິຍົມໃຫ້ໝັ້ນຄົງ, ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບ, ພ້ອມກັນນັ້ນ ຍັງໄດ້ສ້າງສະຖານະພະລັງໃໝ່ໃຫ້ແກ່ຫວຽດນາມ ໃນການເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ຍົກສູງຖານະບົດບາດ ແລະ ຊື່ສຽງໃນເວທີສາກົນ. ຈາກນັ້ນ ທ່ານ ພັທ ວິສອນ ໄຊຍະແສງ ປະທານສາຫະພັນນັກຮົບເກົ່າເມືອງຜາອຸດົມ ຍັງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ການປະກອບສ່ວນອັນຍິ່ງໃຫຍ່ຂອງຖັນແຖວນັກຮົບເກົ່າໃນການຕໍ່ສູ້ກູ້ຊາດ, ຍາດເອົາຄວາມເປັນເອກະລາດ, ອຳນາດອະທິປະໄຕ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານໃນໄລຍະຜ່ານມາ, ມູນເຊື້ອອັນດີງາມຂອງບັນດານັກຮົບເກົ່າປະຕິວັດ ໃຫ້ມີຄວາມເຂັ້ມແຂງ, ແຂງແຮງ, ມີຄວາມຈະເລີນຮຸ່ງເຮືອງໃຫ້ມີຄວາມສະຫງົບຕະຫຼອດໄປ, ພອມດຽວກັນນີ້ ພິທີ ຍັງໄດ້ຮັບຟັງການຜ່ານຄຳສັ່ງ ຂອງຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ ສະບັບເລກທີ 37/ຄປກຊ-ປກສ.ບກ, ລົງວັນທີ 27 ກໍລະກົດ 2026 ວ່າດ້ວຍການຈັດຕັ້ງປະຕິບັດການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດພາຍໃນແຂວງບໍ່ແກ້ວ ພ້ອມທັງຜ່ານຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າຄະນະໂຄສະນາອົບຮົມ ເມືອງຜາອຸດົມ ໃນນີ້ ຄະນະກຳມະການປົກຄອງເມືອງຜາອຸດົມ ເຫັນດີແຕ່ງຕັ້ງ ທ່ານ ນາງ ແສງສຸລີ ປະສຸເພັງ ຫົວໜ້າໜ່ວຍງານບໍລິຫານ,ຈັດຕັ້ງ ແລະ ກວດກາ ຄະນະໂຄສະນາອົບຮົມເມືອງ ຂື້ນເປັນ ຮອງຫົວໜ້າຄະນະໂຄສະນາອົບຮົມ ເມືອງຜາອຸດົມ.
ທັງນີ້ກໍ່ເພື່ອທົບທວນຄືນມູນເຊື້ອການຕໍ່ສູ້ອັນພິລະອາດຫານຂອງປະຊາຊົນຫວຽດນາມ ພາຍໃຕ້ການນໍາພາຂອງພັກກອມມູນນິດຫວຽດນາມ ໃນການຕໍ່ສູ້ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ເພື່ອຍາດເອົາເອກະລາດ ການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ຂອງຫວຽດນາມທັງເປັນການ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເປັນປັດໄຈອັນສໍາຄັນຕັດສິນໄຊຊະນະຂອງການປະຕິວັດລາວ ແລະ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ການສ້າງສາພັດທະນາຂອງທັງສອງປະເທດໃນປັດຈຸບັນ, ເພື່ອໃຫ້ພະນັກງານ, ສາມາຊິກພັກ, ສາມາຊິກນັກຮົບເກົ່າ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວເມືອງໄດ້ຮັບຮູ້ມູນເຊື້ອ, ຜົນງານຂອງນັກຮົບເກົ່າໄລຍະການຕໍ່ສູ້ກູ້ຊາດ, ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ແລະ ເສີມຂະຫຍາຍມູນເຊື້ອດັ່ງກ່າວເຂົ້າໃນພາລະກິດພັດທະນາປະເທດຊາດໃນປັດຈຸບັນ.
ຂ່າວ: ພອນສະຫວັນ ມະນີສີ.
ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.