







ໃນວັນທີ 5 ກັນຍາ 2026 ຜ່ານມານີ້ ປະຊາຊົນບ້ານ ລາດຄູນເມືອງ ແລະ ບ້ານ ນໍ້າເມິງ ຕາແສງນໍ້າເມິງ ເມືອງເມິງ ແຂວງບໍ່ແກ້ວ ໄດ້ສ້າງຂະບວນການອອກແຮງງານລວມ ເທເປຕົງທາງເຂົ້າວັດລາດສະຖານຫຼວງພຣະເຈົ້າຕິບ ເຊິ່ງນໍາໂດຍ ປະທານຄະນະກໍາມະການປົກຄອງບ້ານທັງ 2 ບ້ານຄື: ບ້ານ ລາດຄູນເມືອງ ແລະ ບ້ານ ນໍ້າເມິງ, ຕະຫຼອດຮອດພໍ່ແມ່ປະຊາຊົນທັງ 2 ບ້ານເຂົ້າຮ່ວມຢ່າງພ້ອມພຽງ.
ໂດຍປະຕິບັດຕາມແຜນການຂອງບ້ານທີ່ໄດ້ວາງອອກ ອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມບ້ານ ໄດ້ເຕົ້າໂຮມປະຊາຊົນບັນດາເຜົ່າພາຍໃນບ້ານໄດ້ສ້າງຂະບວນການອອກແຮງງານລວມ ເທເປຕົງທາງເຂົ້າວັດລາດສະຖານຫຼວງພຣະເຈົ້າຕິບ ເຊິ່ງໄດ້ນໍາເອົາອຸປະກອນເປັນຕົ້ນແມ່ນ: ຈົກ, ຊ້ວນ, ປູນ, ເຫຼັກເສັນ, ແຮ-ຊາຍ ເພຶ່ອນໍາມາເທຕາມເສັ້ນທາງເຂົ້າວັດລາດສະຖານຫຼວງພຣະເຈົ້າຕິບ ທັງນີ້ກໍ່ເພຶ່ອອໍານວຍຄວາມສະດວກສະບາຍໃຫ້ແກ່ການໄປການມາພາຍໃນວັດລາດສະຖານຫຼວງພຣະເຈົ້າຕິບໃຫ້ມີຄວາມສະດວກ ແລະ ວອງໄວຂຶ້ນກ່ວາເກົ່າ ເຊິ່ງງົບປະມານແມ່ນໄດ້ມາຈາກການບໍລິຈາກຂອງເຈົ້າສັດທາ ການນໍາຂອງເມືອງອູປະຖໍາແຮ່-ຊາຍ 3 ຄັນລົດ ມູນຄ່າ 15 ລ້ານກີບ, ທ່ານ ໄມ່ອີ່ນແກ້ວ ພ້ອມດ້ວຍຄອບຄົວ ນາງ ໄຫຼ ແສງພະວົງ ແລະ ຄອບຄົວຂອງທ່ານ ພໍ່ຈ່າຍແສງ ພ້ອມດ້ວຍຄອບຄົວ ແມ່ຄີມຄໍາພິວ ເສນາ ໄດ້ອຸປະຖໍາປູນ 150 ເປົາ ມູນຄ່າ 21 ລ້ານກີບ ແລະ ເຫຼັກເສັນ 200 ເສັນ ມູນຄ່າ 10 ລ້ານກ່ວາກີບ ແລະ ແຮງງານປະຊາຊົນທັງ 2 ບ້ານ ມູນຄ່າ 24 ລ້ານກີບ ລວມທັງໝົດ 55 ລ້ານກ່ວາກີບ.
ຕ່າງໜ້າອົງການປົກຄອງບ້ານຍັງໃຫ້ຮູ້ວ່າ: ການສ້າງຂະບວນການໃນຄັ້ງນີ້ ກໍ່ເພຶ່ອຄໍານັບຮັບຕ້ອນວັນບຸນຫໍ່ເຂົ້າປະດັບດິນ ແລະ ວັນບຸນຫໍ່ເຂົ້າສະຫຼາກ ທີ່ຈະມາເຖິ່ງນີ້ ຮັບປະກັນເຖິງຄວາມປອດໄພ ແລະ ຄວາມເປັນລະບຽບຮອບຮ້ອຍຢູ່ພາຍໃນວັດລາດສະຫຼວງພຣະເຈົ້າຕິບ ໃຫ້ມີຄວາມສະດວກສະບາຍ ແລະ ວອງໄວຂຶ້ນກ່ວາເກົ່າ ທັງເປັນການຕ້ອນຮັບຊາວພຸດທະສາດສະນິກຊົນທັງຫຼາຍ ທີ່ຈະເຂົ້າມາທໍາບຸນໃນຊວງນີ້ຕື່ມອີ່ກ.
ຂ່າວ: ອຸ່ນຄໍາ ຂັນວາລິດ