ຫ້ອງການຍຸຕິທໍາເມືອງ ຜາອຸດົມ ລົງໂຄສະນາເຜີຍແຜ່ກົດໝາຍ ແລະ ຕັ້ງໂຕະໃຫ້ຄຳປຶກສາທາງດ້ານກົດໝາຍແບບເຄື່ອນທີ່ ຢູ່ບ້ານມົກໂຊະ.

ໃນຕອນເຊົ້າຂອງວັນທີ 02 ກັນຍາ 2026 ນີ້ ຫ້ອງການຍຸຕິເມືອງ ຜາອຸດົມ ແຂວງບໍ່ແກ້ວ ນໍາໂດຍ ທ່ານ ຄໍາປິວ ປານຄຳ ພ້ອມດ້ວຍທິມງານ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍ ແລະ ຕັ້ງໂຕະໃຫ້ຄຳປຶກສາທາງດ້ານກົດໝາຍແບບເຄື່ອນທີ່ ຢູ່ບ້ານມົກໂຊະ

ໂດຍການເປັນປະທານຂອງ ທ່ານ ຄໍາປິວ ປານຄໍາ ຫົວໜ້າຫ້ອງການຍຸຕິທໍາເມືອງ ຜາອຸດົມ, ມີຄະນະທິມງານຂອງໂຄງການ ລາວ/035, ລາວ/036, ລາວ/037, ລາວ/338 ແລະ ຜູ້ປະສານງານໂຄງການ ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ ໂດຍການສະໜັບສະໜູນດ້ານງົບປະມານ ຂອງໂຄງການລາວ 338 ປະຈໍາແຂວງບໍ່ແກ້ວ

ຈຸດປະສົງໃນການລົງຈັດຕັ້ງປະຕິບັດວຽກງານຍຸຕິທໍາຮາກຖານຢູ່ຂັ້ນບ້ານ ໃນຄັ້ງນີ້ແມ່ນ: ການໂຄສະນາເຜີຍແຜ່ກົດໝາຍ, ຕັ້ງໂຕະໃຫ້ຄໍາປຶກສາທາງດ້ານກົດໝາຍແບບເຄື່ອນທີ ແລະ ການລົງຕິດຕາມຊຸກຍູ້ຂອງໂຄງການຜູ້ໃຫ້ທຶນ, ເພື່ອເຮັດໃຫ້ການຈັດຕັ້ງບ້ານ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຂອງລັດທີວາງອອກໃນແຕ່ລະໄລຍະ, ເພື່ອຍົກສູງສະຕິໃນການເຄົາລົບກົດໝາຍ, ຫັນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍເທື່ອລະກ້າວ. ກົດໝາຍທີ່ນໍາມາໂຄສະນາເຜີຍແຜ່ມີຄື: ດໍາລັດ 77/ລບ ວ່າດ້ວຍການຊ່ວຍເຫຼື່ອທາງດ້ານກົດໝາຍ, ປະມວນກົດໝາຍແພ່ງບາງມາດຕາ(ຄອບຄົວ, ຂໍ້ຜູກພັນໃນສັນຍາ-ນອກສັນຍາ) ແລະ ກົດໝາຍວ່າດ້ວຍການຄ້າມະນຸດ.

ໃນຕອນທ້າຍ ທ່ານ ຄໍາປິວ ປານຄໍາ ຫົວໜ້າຫ້ອງການ ຍຸຕິທໍາເມືອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະປົກຄອງບ້ານກ່ຽວກັບຜົນງານທີ່ສໍາເລັດໃນໄລຍະຜ່ານມາ ແລະ ທ່ານກໍ່ຍັງໄດ້    ເໜັ້ນໜັກ ໃຫ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ມີສະຕິຕື່ນຕົວເຄົາລົບປະຕິບັດກົດໝາຍ, ເຕົ້າໂຮມຄວາມສາມັກຄີພາຍໃນບ້ານໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ

ພາບຂ່າວ: ນາງ ພອນ ຈະເລີນຜົນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa