ລົງຊຸກຍູ້ວຽກງານ ປ້ອງກັນພາຍໃນ ຢູ່ບັນດາກົມກອງທີ່ຂຶ້ນກັບກອງບັນຊາການທະຫານແຂວງບໍ່ແກ້ວ.

ໃນວັນທີ 2 – 3 ກັນຍາ 2026 ນີ້ ສະຫາຍ ພັນໂທ ບຸນຄ້ຳ ຄຳພັນ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ປ້ອງກັນພາຍໃນ ແລະ ການກໍ່ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ຢູ່ກອງບັນຊາການທະຫານເມືອງປາກທາ, ກອງຮ້ອຍທະຫານຊາຍແດນ 124, 125 ແລະ ກອງປະຕິບັດງານ 204 ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບແຕ່ລະກົມກອງເຂົ້າຮ່ວມ.

ໂອກາດນີ້ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງໄດ້ລາຍຫຍໍ້ກ່ຽວກັບວຽກງານ ປ້ອງກັນພາຍໃນ ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງໄດ້ເອົາໃຈໃສ່ນຳພາ-ຊີ້ນໍາຂະບວນການກໍ່ສ້າງກົມກອງ 3 ປອດ ຕິດພັນກັບໜ້າທີ່ການເມືອງຂອງກົມກອງ, ຂະບວນການກໍ່ສ້າງກອງປອດໃສ ປອດໄພ ປອດຄະດີ ແມ່ນເນື້ອໃນມາດຖານໜຶ່ງໃນຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເຊິ່ງເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທຸກສະຫາຍ ຕ້ອງມີສ່ວນຮ່ວມ, ເຊິ່ງສາມາດຕ້ານ ແລະ ສະກັດກັ້ນ ໄດ້ປະກົດການຫຍໍ້ທໍ້ດ້ານຕ່າງໆຢູ່ພາຍໃນກົມກອງ, ລະບົບການຈັດຕັ້ງແຕ່ລະຂັ້ນໄດ້ຮັບການຄຸ້ມຄອງປ້ອງກັນບໍ່ໃຫ້ຄົນບໍ່ດີ ແລະ ສັດຕູເລັດລອດແຊກຊຶມເຂົ້າພາຍໃນກົມກອງໄດ້ຢ່າງເດັດຂາດ, ເອົາໃຈໃສ່ເຄື່ອນໄຫວວຽກງານປ້ອງກັນພາຍໃນ, ເກັບກຳສະພາບການເມືອງພາຍໃນຂອງກົມກອງ, ຄຸ້ມຄອງກຳແໜ້ນຊີວະປະຫວັດ ແລະ ປະຫວັດການເຄື່ອນໄຫວຂອງ ພະນັກງານ-ນັກຮົບເປັນປົກກະຕິ, ໂອກາດດຽວກັນນີ້ ສະຫາຍ ຮ້ອຍເອກ ສອນເພັດ ພອນມະນີ ຮອງຫົວໜ້າພະແນກ ປ້ອງກັນພາຍໃນ ທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ກຳນົດວ່າດ້ວຍ ມາດຖານການກໍ່ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ໃນທົ່ວກອງທັບປະຊາຊົນລາວ ແລະ ເອກກະສານວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ວຽກງານປ້ອງກັນພາຍໃນຂອງກອງທັບປະຊາຊົນລາວ. ໃນການຜ່ານເອກະສານໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ທົ່ວກົມກອງ ຮັກສາໄດ້ທາດແທ້ມູນເຊື້ອປະຕິວັດ, ທັດສະນະມະຫາຊົນຂອງພັກ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ມີຄວາມສັດຊື່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງ ຂອງກົມກອງ, ເປັນເຈົ້າການເຂົ້າຮ່ວມປ້ອງກັນພັກ, ປ້ອງກັນພະນັກງານ, ປ້ອງກັນແນວທາງນະໂຍບາຍຂອງພັກ ແລະ ປ້ອງກັນກົມກອງຂອງຕົນ ໄດ້ເປັນຢ່າງດີ

ສະຫາຍ ພັນໂທ ບຸນຄ້ຳ ຄຳພັນ ຍັງຍົກບາງຈຸດທີ່ຍັງຄົງຄ້າງ ເຫັນວ່າຄວນເອົາໃຈໃສ່ປັບປຸງແກ້ໄຂໃນຊຸມປີຕໍ່ໜ້າ ໂດຍສະເພາະມີພະນັກງານ-ນັກຮົບບາງສະຫາຍ ຍັງຖືເບົາຕໍ່ວຽກງານປ້ອງກັນພາຍໃນ, ການຈັດຕັ້ງປະຕິບັດຕົວຈິງຕໍ່ວຽກງານກໍ່ສ້າງ ກອງປອດໃສ, ປອດໄພ, ປອດຄະດີ ຍັງບໍ່ທັນເຮັດຕໍ່ເນື່ອງເປັນລະບົບ, ບໍ່ທັນຫັນເອົາວຽກງານປ້ອງກັນພາຍໃນ, ວຽກງານ ກໍ່ສ້າງກອງ 3 ປອດ ເຂົ້າໃນວຽກງານພັກ-ວຽກງານການເມືອງ ແລະ ຂະບວນການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຂາດການສະຫຼຸບຖອດຖອນບົດຮຽນໃນແຕ່ລະໄລຍະ. ຕໍ່ກັບຂໍ້ຄົງຄ້າງນັ້ນ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງຄວນເອົາໃຈໃສ່ຕື່ມ ຕໍ່ວຽກງານຍ້ອນວ່າຂະບວນ ການກໍ່ສ້າງກອງ ປອດໃສ, ປອດ ໄພ, ປອດຄະດີ ແມ່ນວຽກງານໜຶ່ງທີ່ສໍາຄັນໃນວຽກງານພັກ-ວຽກງານການເມືອງ, ວຽກງານນໍາພາ-ບັນຊາສຶກສາອົບຮົມດ້ານການເມືອງ-ນຳພາແນວຄິດ ເພື່ອເຮັດໃຫ້ກົມກອງມີຄວາມສະຫງົບ, ພະນັກງານ-ນັກຮົບ ອຸ່ນອຽນທຸ່ນທ່ຽງ ເປັນເຈົ້າການປະຕິບັດວຽກງານຕິດພັນກັບໜ້າທີ່ວິຊາສະເພາະຕາມທິດຊີ້ນໍາຂອງຄະນະພັກກອງບັນຊາການວາງອອກ ຢ່າງມີປະສິດທິຜົນ.

ຂ່າວໂດຍ: ພາກ ສຸທິປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa