ພິທີປະກາດຕຳແໜ່ງງານ ກອງບັນຊາການທະຫານເມືອງຜາອຸດົມ.

ໃນວັນທີໄດ້ 7 ກັນຍາ 2026 ນີ້ ຢູ່ສະໂສສອນກອງບັນຊາການທະຫານເມືອງຜາອຸດົມ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກ,ຫົວໜ້າຂະແໜງການ ທີ່ຂຶ້ນກັບກອງບັນຊາການທະຫານແຂວງບໍ່, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ພັນຕີ ດອນ ພອນມະນີ ຮອງຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ, ກອງບັນຊາການທະຫານແຂວງບໍ່ແກ້ວ ຕົກລົງແຕ່ງຕັ້ງ:,ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ແກ້ວອຳພອນ ພົມມະວົງ ເປັນຮັກສາການຮອງຫົວໜ້າພະແນກບໍລິຫານ,ສະຫາຍ ຮ້ອຍເອກ ເຢັງມົວ ບຸນເລີຍມົວ ເປັນຫົວໜ້າຂະແໜງກໍ່ສ້າງຮາກຖານ,ແຕ່ງຕັ້ງ ສະຫາຍ ຮ້ອຍຕີ ອຸດົມວິໄລພອນ ຊ່ວຍວຽກຂະແໜງກຳລັງພົນ.ຈາກນັ້ນ ສະຫາຍ ພັນໂທ ພູວັນ ອິນໄພຍະລາດ ຫົວໜ້າພະແນກ ປ້ອງກັນພາຍໃນ ທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ກຳນົດວ່າດ້ວຍ ມາດຖານການກໍ່ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ໃນທົ່ວກອງທັບປະຊາຊົນລາວ ແລະ ເອກກະສານວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານປ້ອງກັນພາຍໃນຂອງກອງທັບປະຊາຊົນລາວ. ໃນການຜ່ານເອກະສານໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ທົ່ວກົມກອງ ຮັກສາໄດ້ທາດແທ້ມູນເຊື້ອປະຕິວັດ, ທັດສະນະມະຫາຊົນຂອງພັກ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ມີຄວາມສັດຊື່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງກົມກອງ, ເປັນເຈົ້າການເຂົ້າຮ່ວມປ້ອງກັນພັກ, ປ້ອງກັນພະນັກງານ, ປ້ອງກັນແນວທາງນະໂຍບາຍຂອງພັກ ແລະ ປ້ອງກັນກົມກອງຂອງຕົນໄດ້ເປັນຢ່າງດີ.

ໂອກາດນີ້, ປະທານກໍໄດ້ໂອ້ລົມ ແລະ ຊີ້ນຳຫຼາຍບັນຫາພ້ອມທັງເນັ້ນໜັກຜູ້ທີ່ໄດ້ຮັບໜ້າທີ່ໃໝ່ແຕ່ລະສະຫາຍ ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງ ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງ, ການເຮັດວຽກຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ສືບຕໍ່ຮັບປະກັນໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງບໍ່ແກ້ວ ທາງດ້ານວຽກງານຕ່າງໆໃຫ້ມີຄວາມວ່ອງໄວ ແລະ ມີຜົນສຳເລັດສູງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວິຊາສະເພາະ, ມີລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາການສາມາດຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ.

ຂ່າວໂດຍ: ນີ່ ທຳມະວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa