




ໃນວັນທີ 8 ກັນຍາ 2026 ນີິ້, ພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມເຊື່ອມຊຶມ ບົດແນະນຳກ່ຽວກັບການຈັດຕັ້ງປະຕິບັດ ເອກະສານ ຂອງພັກປະຊາຊົນ ປະຕິວັດລາວ ສະບັບເລກທີ 655/ກປຍ.ບກ (ລົງວັນທີ 2 ກັນຍາ 2026) ພ້ອມທັງປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ 9 ກັນຍາ 2002-9 ກັນຍາ 2026 ແລະ ເຊື່ອມຊຶມບັນດາເອກະສານສຳຄັນຕ່າງໆ ທີ່ລວມທັງວຽກງານຂອງພະແນກ.ໂດຍການເປັນປະທານຂອງ ທ່ານ ນາງ ບຸນຍົກ ແສງສະຫວ່າງ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີບັນດາ ຄະນະນຳພະແນກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ
ຈາກນັ້ນ,ຄະນະຮັບຜິດຊອບໄດ້ຜັດປ່ຽນກັນເຜີຍແຜ່ເອກກະສານສໍາຄັນເປັນຕົ້ນເມ່ນ ບົດແນະນຳ ສະບັບເລກທີ 655/ກປຍ.ບກ. ການປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ,ເພື່ອຫວນຄືນມູນເຊື້ອ ແລະ ຜົນງານຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ສະຫະພັນນັກຮົບເກົ່າແຂວງບໍ່ແກ້ວ ໃນໄລຍະຜ່ານມາ,ຜ່ານຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຊອບ ໃນຄະນະຮັບຊອບ ຜ່ານແຜນກຳນົດຄະນະພັກ ແລະ ການທ່ອງທ່ຽວ ແຂວງບໍ່ແກ້ວ ສະບັບເລກທີ 878/ວທ.ບກ (ລົງວັນທີ 6 ກັນຍາ 2026).ຜ່ານຂໍ້ຕົກລົງຂອງ ທ່ານ ຮອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍກອງປະຊຸມ ສະຫຼຸບວຽກງານວັດທະນະທຳ ປະຈຳ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ 2026, ສະຫຼຸບກອງປະຊຸມ ຂອງສາຍງານຊ່ວຍວຽກ ວັດທະນະທຳ-ສັງຄົມ ປະຈຳເດືອນສິງຫາ 2026 ແລະ ແຈ້ງການຂອງ ຫ້ອງວ່າການແຂວງ ສະບັບເລກທີ 1033/ຫົວ.ບກ (ລົງວັນທີ 2 ກັນຍາ 2026) ວ່າດ້ວຍການ ກຳນົດແຜນງົບປະມານປະຈຳເດືອນ ຂອງແຕ່ລະພາກສ່ວນ.ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຊອບ ລົງຊຸກຍູ້ວຽກງານ ວັດທະນະທຳ ແລະ ການທ່ອງທ່ຽວ ຢູ່ບັນດາເມືອງ ສະບັບເລກທີ 880/ວທ.ບກ, ພ້ອມທັງຜ່ານແຜນເຄື່ອນໄຫວ ລົງຊຸກຍູ້ 5 ເມືອງ (ສະບັບເລກທີ 881/ວທ.ບກ, ລົງວັນທີ 7 ກັນຍາ 2026).
ການເຊື່ອມຊຶມເອກະສານສໍາຄັນຕ່າງໆໃນຄັ້ງນິ້, ກໍເພື່ອເຮັດໃຫ້ ເພື່ອໃຫ້ພະນັກງານ ເຂົ້າໃຈເຖິງເນື້ອໃນ, ຄວາມໝາຍ ຄວາມສໍາຄັນຂອງເອກະສານນັ້ນໆຢ່າງຖືກຕ້ອງ, ແນ່ນອນ ແລະ ໄປໃນທິດທາງດຽວກັນ.ໃນການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຮູບປະທຳ ໃນວຽກງານປະຈຳວັນ, ການຄຸ້ມຄອງບໍລິຫານ ຫຼື ການດຳເນີນຊີວິດ.ສ້າງຄວາມເຊື່ອໝັ້ນ,ທັດສະນະຄະຕິທີ່ຖືກຕ້ອງ ແລະ ເພີ່ມທະວີຄວາມຮັບຮອບຊອບ ແລະ ໜ້າທີ່ທີ່ໄດ້ຮັບມອບໝາຍ.ຫຼຸດຜ່ອນຄວາມເຂົ້າໃຈຜິດ,ການຕີຄວາມໝາຍທີ່ຄາດເຄື່ອນ ແລະ ສ້າງຄວາມສາມັກຄີເປັນອັນໜຶ່ງອັນດຽວກັນໃນການຈັດຕັ້ງປະຕິບັດວຽກງານໃຫ້ບັນລຸຜົນສໍາເລັດໄປເທື່ອລະກ້າວ.
ຂ່າວ: ເງິນຫຼົງ ຈິດພູວົງ.
ຂໍ້ມູນ-ພາບ: ພະແນກການກ່ຽວຂ້ອງ.